ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຝຣັ່ງ ແລະຫຼາຍປະເທດ ໃນອາຟຣິກາ ສົ່ງທະຫານ ໄປຊ່ວຍ ມາລີ (ວີດີໂອ)


ເຮືອບິນເຮລິຄອບເຕີຂອງຝຣັ່ງຖືກແກ່ໄປໄວ້ຂ້າງສະໜາມບິນ ທະຫານ Bamako ຂອງມາລີໃນວັນທີ 16 ມັງກອນ 2013 ເພື່ອກຽມພ້ອມ ຮັບໃຊ້ໃນການສູ້ລົບ.
ເຮືອບິນເຮລິຄອບເຕີຂອງຝຣັ່ງຖືກແກ່ໄປໄວ້ຂ້າງສະໜາມບິນ ທະຫານ Bamako ຂອງມາລີໃນວັນທີ 16 ມັງກອນ 2013 ເພື່ອກຽມພ້ອມ ຮັບໃຊ້ໃນການສູ້ລົບ.
ບັນດາປະຊາຊົນພວມພາກັນຫລົບໜີຈາກເມືອງແຫ່ງນຶ່ງຂອງ
ມາລີທີ່ຖືກພວກຫົວຮຸນແຮງອິສລາມຍຶດເອົາໃນອາທິດແລ້ວນີ້
ໃນຂະນະທີ່ແຫຼ່ງ ຂ່າວອື່ນໆລາຍງານວ່າ ມີການສູ້ລົບກັນລະ
ຫວ່າງກອງກໍາລັງທະຫານ ຝຣັ່ງແລະພວກຫົວຮຸນແຮງ ຢູ່ໃນ
ເຂດຊານເມືອງ ຂອງເມືອງດັ່ງກ່າວ.

ນັກຂ່າວທ້ອງຖິ່ນໃນເມືອງ Niono ທີ່ຕັ້ງຢູ່ໃກ້ຄຽງກັນນັ້ນ ໄດ້
ກ່າວຕໍ່ຜູ້ສື່ຂ່າວວີໂອເອ ນາງ Anne Look ວ່າ ລາວໄດ້ເຫັນ
ຜູ້ຄົນຈໍານວນ “ຫລວງຫລາຍ” ພາກັນຫລັ່ງອອກຈາກເມືອງ
Diabaly ໄປໃນວັນພະ ຫັດມື້ນີ້ ໂດຍໄດ້ໜີອອກຈາກເຂດ ພາກເໜືອທີ່ຄວບຄຸມໂດຍພວກຫົວ ຮຸນແຮງໄປທາງທິດໃຕ້.
ລາວເວົ້າວ່າ ສາຍໂທລະສັບຢູ່ໃນເມືອງ Diabaly ແມ່ນໃຊ້
ການບໍ່ໄດ້ ແລະເວົ້າວ່າ ພວກອາໄສຢູ່ທີ່ນັ້ນໄດ້ລາຍງານວ່າ ມີພວກຫົວຮຸນແຮງເຂົ້າປະຈຳການຢູ່ທົ່ວເມືອງດັ່ງກ່າວ.

ໃນຂະນະດຽວກັນ ລັດຖະມົນຕີປ້ອງກັນປະເທດຝຣັ່ງ ທ່ານ Jean-Yves Le Drian ກ່າວ
ວ່າ ທະຫານຂອງທ່ານ 1 ພັນ 400 ຄົນ ປັດຈຸບັນນີ້ແມ່ນຢູ່ໃນປະເທດມາລີ. ຝຣັ່ງມີແຜນ ທີ່ຈະສົ່ງກໍາລັງທະຫານ 2 ພັນ 500 ຄົນ ໄປປະຈໍາຢູ່ມາລີຈົນກວ່າວ່າ ສະຖານະການໃນ ປະເທດດັ່ງກ່າວ ຈະກັບສູ່ສະພາບປົກກະຕິ.

ພວກຜູ້ບັນຊາການທະຫານປະຈໍາຂົງເຂດອາຟຣິກາເວົ້າວ່າ ທະຫານ 2 ພັນຄົນ ທີ່ມາ ຈາກໄນຈີເຣຍ, Niger, Chad, Burkina Faso ແລະ Togo ຈະໄປເຖິງປະເທດມາລີ ໃນໄວໆນີ້ ຊຶ່ງຈໍານວນນຶ່ງອາດຈະເລີ້ມ ໄປເຖິງໃນວັນພະຫັດມື້ນີ້ ທະຫານພວກນີ້ແມ່ນ ເປັນສ່ວນນຶ່ງຂອງ ກໍາລັງ ທີ່ສົ່ງໄປຊ່ວຍມາລີ ທີ່ໄດ້ຮັບການອະນຸມັດ ຈາກສະຫະປະຊາ ຊາດ.

XS
SM
MD
LG