ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Hollande ວ່າ ຝຣັ່ງພ້ອມແລ້ວ ທີ່ຈະຊ່ອຍ ມາລີ


ປະທານາທິບໍດີຝຣັ່ງ ທ່ານ Francois Hollande
ປະທານາທິບໍດີຝຣັ່ງ ທ່ານ Francois Hollande
ປະທານາທິບໍດີຝຣັ່ງທ່ານ Francois Hollande ກ່າວວ່າ ປະເທດ
ຂອງທ່ານພ້ອມແລ້ວທີ່ຈະໃຫ້ການຊ່ອຍເຫຼືອເພື່ອຍຸຕິການບຸກຄືບ
ໜ້າ ຂອງພວກກະບົດອິສລາມ ຢູ່ໃນປະເທດມາລີ ແຕ່ຈະດຳເນີນ
ການຕາມການອະນຸມັດ ຂອງອົງການສະຫະປະຊາຊາດທໍ່ນັ້ນ.

ທ່ານ Hollande ກ່າວໃນຄຳປາໄສໃນວັນສຸກມື້ນີ້ວ່າ ການບຸກຄືບ
ໜ້າຂອງພວກກະບົດອິສລາມ ແມ່ນການຮຸກຮານຢ່າງເປີດແປນ
ທີ່ເປັນໄພຂົ່ມຂູ່ຕໍ່ການດຳລົງຄົງຢູ່ຂອງປະເທດມາລີ. ທ່ານເວົ້າວ່າ
ຝຣັ່ງຈະສະໜອງຕອບ ຕໍ່ຄຳຮ້ອງຂໍຄວາມຊ່ອຍເຫຼືອຂອງມາລີ ຢູ່
ໃນຂອບຂອງສະພາຄວາມໝັ້ນຄົງຢ່າງເຄັ່ງຄັດ.

ສະພາຄວາມໝັ້ນຄົງ ຂອງອົງການສະຫະປະຊາຊາດ ໄດ້ເປີດປະ
ຊຸມສຸກເສີນໃນ ຕອນແລງຂອງວັນພະຫັດວານນີ້ເພື່ອປຶກສາຫາລື
ກ່ຽວກັບສະຖານະການຢູ່ໃນປະເທດມາລີ ຫລັງຈາກພວກຫົວຮຸນແຮງມຸສລິມເຂົ້າຢຶດເອົາ ຫົວເມືອງສຳຄັນໃນການບຸກຄືບໜ້າສູ່ພາກໃຕ້ ໄປຍັງນະຄອນຫຼວງ. ຖະແຫຼງການເວົ້າວ່າ
ຄວນຈະມີ ການສົ່ງກຳລັງທະຫານຕ່າງປະເທດ ໄປຍັງມາລີຢ່າງວ່ອງໄວ ເພື່ອຕ້ານຢັນກັບ
ການບຸກໂຈມຕີດັ່ງກ່າວ.

ປະທານາທິບໍດີຊົ່ວຄາວຂອງມາລີ ທ່ານ Dioncounda Traore ໄດ້ຮ້ອງຂໍໃຫ້ຝຣັ່ງ ຊຶ່ງ ເປັນອະດີດເຈົ້າອານານິຄົມທີ່ເຄີຍປົກຄອງມາລີມາກ່ອນ ໃຫ້ຊ່ອຍສະກັດກັ້ນການບຸກຄືບ ໜ້າຂອງພວກກະບົດ. ແຕ່ເທົ່າເຖິງປັດຈຸບັນຝຣັ່ງມີແຕ່ສະເໜີໃຫ້ການຊ່ອຍເຫຼືອໃນການ ຝຶກແອບແກ່ກອງທັບມາລີທໍ່ນັ້ນ.

ໃນວັນພະຫັດວານນີ້ກຸ່ມຫົວຮຸນແຮງ Ansar Dine ກ່າວວ່າ ພວກນັກລົບຂອງຕົນໄດ້ເຂົ້າ ຢຶດເອົາເມືອງ Konna ຈາກທະຫານລັດຖະບານຊຶ່ງເມືອງດັ່ງກ່າວຕັ້ງຢູ່ຫ່າງຈາກນະຄອນ ຫຼວງ Bamaco ໄປທາງທິດຕາເວັນອອກສຽງເໜືອປະມານ 400 ກວ່າຫຼັກກິໂລແມັດ.

ການເຂົ້າຢຶດເອົາເມືອງດັ່ງກ່າວ ເຮັດໃຫ້ກຳລັງພວກຫົວຮຸນແຮງ ຢູ່ຫ່າງຈາກທີ່ໝັ້ນສຳຄັນ ໃນເຂດແນວໜ້າຂອງລັດຖະບານທີ່ເມືອງ Mopti ປະມານ 25 ຫຼັກກິໂລແມັດ.

ກ່ຽວຂ້ອງກັນ

XS
SM
MD
LG