ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາໆຊາດ ຕໍາໜິ ຕໍ່ການລາອອກ ຢ່າງກະທັນຫັນ ຂອງນາຍົກໃໝ່ຂອງມາລີ


ທ່ານ Diarra ໄດ້ລາອອກຈາກຕໍາແໜ່ງ ພຽງ​ບໍ່​ເທົ່າ​ໃດຊົ່ວ​ໂມງ​ ຫຼັງ​ຈາກ​ທີ່​ທ່ານ​ໄດ້​ຖືກ​ຈັບ​ກຸ​ມ ​ໂດຍ​ພວກ​ທະຫານ ໃນວັນອັງຄານ ທີ 11 ທັນວາ 2012, ວານນີ້.
ທ່ານ Diarra ໄດ້ລາອອກຈາກຕໍາແໜ່ງ ພຽງ​ບໍ່​ເທົ່າ​ໃດຊົ່ວ​ໂມງ​ ຫຼັງ​ຈາກ​ທີ່​ທ່ານ​ໄດ້​ຖືກ​ຈັບ​ກຸ​ມ ​ໂດຍ​ພວກ​ທະຫານ ໃນວັນອັງຄານ ທີ 11 ທັນວາ 2012, ວານນີ້.
ໄດ້ມີການຕໍາໜິເພີ້ມຂຶ້ນ​ເລື້ອຍໆຂອງນາໆຊາດ ຕໍ່ການລາ​ອອກ
ຢ່າງກະທັນຫັນຂອງທ່ານ Cheikh Modibo Diarra ນາຍົກ
ລັດຖະມົນຕີປະ​ເທດມາລີ​.

ທ່ານ Diarra ໄດ້ລາອອກຈາກຕໍາແໜ່ງໃນວັນອັງຄານວານນີ້
ພຽງ​ບໍ່​ເທົ່າ​ໃດຊົ່ວ​ໂມງ​ ຫຼັງ​ຈາກ​ທີ່​ທ່ານ​ໄດ້​ຖືກ​ຈັບ​ກຸ​ມ ​ໂດຍ​ພວກ​
ທະຫານທີ່ໜຸນຫລັງ ການກໍ່ລັດຖະປະຫານຂອງກ​ອງທັບໃນ
ເດືອນມີນາ ຕົ້ນ​ປີ​ນີ້.

ໃນວັນພຸດມື້ນີ້ ສະຫະພາບອາຟຣິກາ ໄດ້ປະນາມສະພາບການ
ທີ່ໄດ້ພາໃຫ້ມີການລາອອກຂອງທ່ານ Diarra. ທ່ານ Nkosazana
Dlamini-Zuma ຫົວໜ້າຄະນະກໍາມະການກຸ່ມປະເທດທົ່ວທະ
ວີບອາຟຣິກາ ຮຽກຮ້ອງ ໃຫ້ຝ່າຍທະຫານ “ຫລຸດອໍານາດລົງໃຫ້
ຕໍ່າກວ່າ” ອໍານາດຂອງພົນລະເຮືອນ.

ກຸ່ມປະເທດໃນຂົງເຂດທີ່ຊື່ວ່າ ປະຊາຄົມເສດຖະກິດຂອງກຸ່ມປະເທດອາຟຣິກາຕາເວັນຕົກ
ຫລື ECOWAS ກໍໄດ້ອອກປາກອອກສຽງຕໍ່ຕ້ານບົດບາດຂອງທະຫານ ທີ່ມີຕໍ່ການລາ ອອກຂອງທ່ານ Diarra ເຊັ່ນກັນ.

ໂຄສົກຂອງກຸ່ມ ECOWAS ທ່ານ Sonny Ugoh ກ່າວຕໍ່ວີໂອເອພະແນກພາສາອັງກິດ ໄປຍັງອາຟຣິກາວ່າ ກຸ່ມດັ່ງກ່າວຍັງກໍາລັງຊອກຫາການສະໜັບສະໜຸນຈາກປະຊາຄົມ ສາກົນ.

​ໃນການກ່າວ​ຄໍາ​ຖະ​ແຫລ​ງສັ້ນໆ ຜ່ານ​ທາງ​ໂທລະພາບນັ້ນ ທ່ານ Diarra ​ບໍ່ໄດ້ໃຫ້ເຫດ ຜົນຢ່າງເຈາະຈົງ ກ່ຽວກັບການ​ລົງຈາກ​ຕໍາແໜ່​ງຂອງທ່ານ ແຕ່ກໍໄດ້ເວົ້າວ່າ ທ່ານລາອອກ ກໍແມ່ນເພື່ອຢາກໃຫ້ມີສັນຕິພາບ.

ໂຄສົກຝ່າຍ​ທະຫານ ທ່ານ Bakary Mariko ກໍໄດ້ກ່າວຕໍ່ວີໂອເອພະແນກພາສາອັງກິດ ໄປຍັງອາຟຣິກາເຊັ່ນກັນວ່າ ທ່ານ Diarra ລາອອກຈາກຕໍາແໜ່ງໄປກໍຍ້ອນວ່າ ທ່ານ “ຄັດຕໍ່ ສະຖາບັນຕ່າງໆ.” ທ່ານຍັງກ່າວອີກວ່າທ່ານ Diarra ແລະ ທ່ານ Diouncounda Traore ປະທານາທິບໍດີ​ລະຍະ​ຂ້າມ​ຜ່ານ​ຂອງ​ມາລີ ບໍ່ເຫັນດີເຫັນພ້ອມນໍາກັນຈັກຢ່າງເລີຍ.
ຈາກນັ້ນ ທ່ານປະທານາທິບໍດີ ໄດ້ແຕ່ງຕັ້ງທ່ານ Django Sissoko ທີ່ເປັນເຈົ້າໜ້ທີ່ ລັດຖະບານມາເປັນເວລາດົນນານນັ້ນ ໃຫ້ເປັນນາຍົກລັດຖະມົນຕີແທນ.

ກ່ຽວຂ້ອງກັນ

XS
SM
MD
LG