ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຜູ້ນໍາລັດຖະປະຫານໃນມາລີ ຮຽກຮ້ອງໃຫ້ປະຊາຊົນ ຢູ່ໃນຄວາມສະຫງົບ (ເບິ່ງວີດີໂອ)


ຜູ້ນໍາລັດຖະປະຫານມາລີ ຮ້ອຍເອກ Amadou Sanogo
ຜູ້ນໍາລັດຖະປະຫານມາລີ ຮ້ອຍເອກ Amadou Sanogo

ພວກ​ຜູ້​ຊາຍ​ທີ່ຢູ່​ເບື້ອງ​ຫລັງ​ການ​ກໍ່​ລັດຖະປະຫານ​ຢ່າງ​ບໍ່​ຄາດ​ຄິດ​ທີ່​ປະ​ເທດ​ມາລີ ກໍາລັງ
ຮຽກຮ້ອງ​ໃຫ້​ປະຊາຊົນ​ຢູ່​ໃນ​ຄວາມ​ສະຫງົບ ​ໂດຍ​ພະຍາຍາມ​ຈະ​ໃຫ້​ຄວາມ​ໝັ້ນ​ໃຈແກ່​ສາ
ທາ​ລະນະຊົນ​ທີ່​ພວມປະ​ເຊີນ​ກັບ​ການ​ລັກຂະ​ໂມ​ຍ ​ການ​ຂາດ​ແຄນ​ອາຫານ ແລະ​ນໍ້າມັນ
ເຊື້ອໄຟ ຫລາຍຂຶ້ນນັບ​ມື້​ນັ້ນ.

ເມື່ອ​ວັນ​ເສົາ​ວານ​ນີ້ ທີ​ວີ​ຂອງ​ລັດໄດ້​ອອກ​ອາກາດ​ຖະ​ແຫລ​ງການ​ສະບັບນຶ່ງຈາກ​ຫົວໜ້າ​
ກໍ່ລັດຖະປະຫານ ທ່ານ Amadou Sanogo ທີ່​ພະຍາຍ​າມຍຸຕິ​ຂ່າວ​ລື​ທີ່​ວ່າ​ທ່ານໄດ້ຖືກ
ສັງຫານ​ນັ້ນ ​ໂດຍ​ປະກາດ​ວ່າ:

“ນີ້​ແມ່ນ​ຮ້ອຍ​ເອກ Sanogo ​ແລະ​ຂ້າພະ​ເຈົ້າ​ຍັງຢູ່​ໜີ້ ​ມີ​ສຸຂະພາບ​ດີ​ຢູ່ ​ແລະ​
ທຸກ​ສິ່ງ​ທຸກ​ຢ່າງ​ແມ່ນ​ຮຽບຮ້ອຍ​ດີ.”

ທ່ານ Sanogo ຍັງ​ເວົ້າອີກ​ວ່າ ພາລະກິດ​ເບື້ອງ​ຕົ້ນ​ຂອງ​ພວກ​ທີ​ມງານ​ຂອງລາວ ກໍ​ແມ່ນ
ເພື່ອ​ຮັກສາ​ເຂດ​ນໍ້າ​ແດນ​ດິນອັນ​ຄົບ​ຖ້ວນ​ຂອງ​ມາລີ​ເອົາໄວ້ ​ພ້ອມ​ທັງ​ຄວາມ​ໝັ້ນຄົງ ​ແລະ
ຊັບ​ສິນ​ຂອງ​ປະຊາຊົນ.

ຮູບ​ວີ​ດີ​ໂອ​ຈາກ​ເມືອງ​ຫລວງ​ຂອງ​ມາລີ ສະ​ແດງ​ໃຫ້​ເຫັນ​ການ​ລັກຂະໂມ​ຍ ​ແລະຂີ້​ເຫຍື້ອ
ເສດ​ສິ່ງຫັກ​ພັງ ຢາຍ​ຊະຊາຍ​ຢູ່​ຕາມ​ຖະໜົນ​ຫົນທາງ. ຊາວ​ເມືອງ​ບາງ​ຄົນ​ກ່າວ​ວ່າ ພວກ​
ເຂົາ​ເຈົ້າຢ້ານ​ທີ່​ຈະ​ອອກ​ນອກ​ບ້ານ ​ໂດຍ​ກ່າວ​ຫາ​ພວກ​ທະຫານວ່າຍາດ​ເອົາ​ທຸກ​ຢ່າງ​ທີ່
ຢາກໄດ້​ດ້ວຍ​ອໍານາດ​ປາຍ​ປືນ.

ນອກນັ້ນ​ແລ້ວ ກໍ​ມີ​ຄົນ​ຕໍ່​ແຖວ​ກັນ​ຢ່າງ​ຍາວ​ຫຢຽດ​ທີ່​ປໍ້າ​ນໍ້າມັນ ​ແລະ​ມີ​ການ​ຢ້ານ​ກົວກັນ
ເພີ່ມ​ຂຶ້ນ​ໄປ​ນັບ​ມື້​ວ່າ​ ຈະ​ມີການ​ຂາດແຄນ​ອາຫານ​ແລະ​ນໍ້າມັນ.

ທ່ານ Amadou Konare ​ໂຄສົກ​ລັດຖະປະຫານ ​ໄດ້​ປະກາດ​ຜ່ານ​ທີ​ວີຂອງ​ລັດ ຮຽກ
ຮ້ອງ​ໃຫ້​ປໍ້າ​ນໍ້າມັນ​ທັງຫລາຍ​ຈົ່ງ​ເປີດ​ຄືນ.

ເຖິງ​ແມ່ນ​ຈະ​ມີ​ການ​ໃຫ້​ຄໍ້າປະກັນ​ຕ່າງໆ​ກໍ​ຕາມ ສະຖານະ​ການ​ໃນ​ມາລີ​ກໍ ຍັງ​ເຄັ່ງ​ຕຶງ​ ແລະ​
ພວກ​ຜູ້​ນໍາ​ລັດຖະປະຫານ​ໄດ້ພະຍາຍາມຈະ​ປາບ​ປາມ​ພວກ​ທີ່​ບໍ່ພໍ​ໃຈນັ້ນ​ຢູ່.

XS
SM
MD
LG