ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທະຫານໂຄ່ນລົ້ມ ລັດຖະບານ ໃນປະເທດມາລີ (ເບິ່ງສະໄລດ໌)


ເຫດການກໍ່ລັດຖະປະຫານໂຄ່ນລົ້ມລັດຖະບານ ທີ່ເມືອງຫລວງ Bamako ປະເທດມາສີ ເມື່ອວັນທີ່ 21 ເດືອນນີ້
ເຫດການກໍ່ລັດຖະປະຫານໂຄ່ນລົ້ມລັດຖະບານ ທີ່ເມືອງຫລວງ Bamako ປະເທດມາສີ ເມື່ອວັນທີ່ 21 ເດືອນນີ້

ພວກ​ທະຫານ​ທໍລະ​ຍົດໃນ​ປະ​ເທດ​ມາລີ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ໄດ້ໂຄ່ນ​ລົ້ມການ​ປົກຄອງ​ທີ່
ໄຮ້​ສະມັດຖະພາບ ຂອງ​ປະທານາທິບໍ​ດີ Amadou Toumani Toure ​ແລະໄດ້​ໂຈະການ​
ໃຊ້​ລັດຖະທໍາ​ມະນູນ​ຂອງ​ມາລີ ເພື່ອ​ປະ​ທ້ວງ​ການ​ປະຕິບັດ​ການຮັບ​ມື​ຂອງ​ລັດຖະບານ ກັບ
ການ​ກໍ່ກະບົດຂອງ ພວກ Tuareg ທີ່​ຟື້ນ​ຄືນ​ມາ​ອີກ​ບັ້ນ​ນຶ່ງ ​ໃນພາກ​ເໜືອ​ຂອງ​ປະ​ເທດ​ນັ້ນ.

ພວກ​ທະຫານ​ໄດ້ປະກົດ​ຕົວ​ທາງໂທລະພາບ​ຂອງ​ລັດ ​ເມື່ອ​ຕອນ​ເຊົ້າຂອງ ວັນ​ພະຫັດ​ມື້ນີ້
ຫລັງ​ຈາກ​ການ​ຍິງ​ສູ້​ລົບກັນ​ຕະຫລອດ​ຄື​ນ​ຢູ່​ອ້ອມ​ບໍລິ​ເວນທໍາ ນຽບປະທານາທິບໍດີ ​ໂດຍ
ໄດ້​ປະກາດ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ຕັ້ງ​ຄະນກໍາມະ ການ​ຊຸດ​ໃໝ່​ຂຶ້ນມາ​ບໍລິ​ຫານ​ປະ​ເທດ​ແລ້ວ.

Kasim Traore ຜູ້​ສື່​ຂ່າ​ວວີ​ໂອ​ເອ ທີ່​ເມື​ອງຫລວງ Bamako ​ເວົ້າວ່າ ພວກ​ທະຫານ​ໄດ້
ທຳ​ການ​ຫ້າມ​ໃນ​ທັນ​ທີບໍ່​ໃຫ້​ປະຊາຊົນ​ອອກ​ນອກ​ເຮືອນ ​ຮຽກຮ້ອງ​ໃຫ້​ຊາວ​ມາລີ​ທັງຫລາຍ
ຈົ່ງ​ພາກັນ​ຢູ່​ໃນ​ຄວາມ​ສະຫງົບ ​ແລະ​ກ່າວ​ອີກ​ວ່າ ພວກ​ເຂົາ​ເຈົ້າມີ​ແຜນການ​ທີ່​ຈະ​ຈັດການ​
ເລືອກຕັ້ງຂຶ້ນ ຫລັງ​ຈາກໄດ້ ມີ​ການ​ຟື້ນຟູ​ຄວາມ​ສາມັກ​ຄີແຫ່ງ​ຊາດ ແລະກຽດ​ສັກສີ​ກ່ຽວ​
ກັບ​ເຂດ​ນໍ້າ​ແດນ ດິນ​ຂອງປະ​ເທດໄດ້​ຮັບ​ການ​ເຄົາລົບນັບຖື​ຄືນ​ໃໝ່ນັ້ນ.

ພວກ​ລັດຖະມົນຕີ​ຫລາຍ​ຄົນ​ຖືກ​ຈັບ​ກຸມ ​ແຕ່​ປະທານາທິບໍດີ Toure ຫຼົບ ລີ້​ຢູ່​ແຫ່ງ​ຫົນໃດ​
ນັ້ນ​ ຍັງ​ບໍ່​ຮູ້​ແຈ້ງ​ເທື່ອ ​ແຕ່​ກໍ​ມີ​ລາຍ​ງານ​ຫລາຍ​ກະ​ແສ​ວ່າ ປະທານາທິບໍດີ​ໄດ້​ຖືກ​ຍົກຍ້າຍ​ໄປ
ຢູ່​ບ່ອນ​ປອດ​ໄພ​ທີ່​ຫ່າງ​ຈາກ​ເຂດ​ສູ້ລົບ​ກັນ​ແລ້ວ.

ປະ​ເທດ​ມາລີມີ​ກໍານົດ​ຈະ​ຈັດການ​ເລືອກ​ຕັ້ງ​ໃນ​ເດືອນ​ໜ້າ​ນີ້ຊຶ່ງ​ປະທານາທິບໍດີ Toure ໄດ້
ເວົ້າ​ໄວ້​ວ່າທ່ານ​ຈະ​ລົງ​ຈາກ​ອໍານາດ​ຫລັງ​ຈາກ​ດໍາລົງ​ຕໍາ​ແໜ່​ງມາ​ໄດ້​ສອງ​ສະ​ໄໝ​ແລ້ວ​ນັ້ນ.

ເມື່ອ​ຕອນ​ເຊົ້າວັນ​ພຸດ​ວານ​ນີ້ ພວກ​ກໍາລັງ​ທະຫານ​ໄດ້​ເລີ່​ມປະ​ທ້ວງ​ທີ່​ຄ້າຍ ທະຫານ Kati
ເຂດ​ຊານ​ເມືອງ​ຂອງ​ເມືອງ​ຫລວງ Bamako ຫລັງ​ຈາກ ກອງ​ປະຊຸມ​ບັ້ນ​ນຶ່ງ​ກັບ​ລັດຖະມົນ
ຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ມາລີທີ່ປະກົດ​ວ່າໄດ້​ມີ​ການ​ບໍ່​ລົງ​ຮອຍກັນ​ຢ່າງ​ຮຸນ​ແຮງນັ້ນ
. ພວກ​ທະຫານ​ໄດ້​ຮຽກ ຮ້ອງ​ຢາກ​ໄດ້ອາວຸດ​ທີ່​ດີກ​ວ່າ​ເກົ່າ​ເພື່ອ​ຕໍ່ສູ້​ກັບ​ພວກ​ກະບົດ​ຊົນ
ເຜົ່າ Tuareg ທີ່​ໄດ້​ຍຶດ​ເອົາ​ຫລາຍໆ​ເມືອງ​ໃນ​ເຂດ​ສອກຫລີກ​ທີ່​ເປັນ​ທະ​ເລ​ຊາຍ​ທາງ​ພາກ​
ເໜືອ​ຂອງປະ​ເທດ​ນັ້ນ.

XS
SM
MD
LG