ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທະຫານ ມາລີ ສູ້ລົບກັບ ພວກກະ​ບົດ ແບ່ງ​ແຍກ​ດິນ​ແດນ Tuareg


​ພວກ​ກະ​ບົດ ແບ່ງ​ແຍກ​ດິນ​ແດນ Tuareg
​ພວກ​ກະ​ບົດ ແບ່ງ​ແຍກ​ດິນ​ແດນ Tuareg
ພວກທະຫານມາລີ ​ແລະ​ພວກ​ຫົວ​ແບ່ງ​ແຍກ ​ໄດ້​ແລກປ່ຽນ​ການ
​ສູ້​ລົບ​ກັນທີ່​ພາກ​ເໜືອ​ຂອງເມືອງ​ Kidal ຊຶ່ງເປັນ​ເມືອງ​ພວກ​ຫົວ
​ແບ່ງ​ແຍກ ​ໃນ​ວັນ​ອາທິດ​ວານ​ນີ້ ​ໃນ​ການ​ກັບ​ຄືນ​ມາ​ຂອງ​ຄວາມ​
ຮຸນ​ແຮງ ຫລັງ​ຈາກ​ພວກ​ກະບົດ​ໄດ້ ທັບ​ມ້າງ​ການ​ຢຸດ​ຍິງ​ກັບ​ລັດ
ຖະບານ.

ບັນດາ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ ບໍ່​ໄດ້​ກ່າວ​ວ່າ ມີ​ຜູ້​ໃດ​ໄດ້ເສຍ​ຊີວິດຈາກ​
ການ​ສູ້​ຫລົບ. ການ​ສູ້​ລົບໄດ້​ເກີດ​ຂື້ນ​ນຶ່ງ​ມື້ ຫລັງ​ຈາກ​ຜູ້​ສະລະ​ຊີບ
​ວາງ​ລະ​ເບີດຄົນ​ນຶ່ງ ທີ່​ໄດ້​ສັງຫານ​ຢ່າງ​ໜ້ອຍ​ສີ່​ຄົນ ແລະ​ໄດ້​ຮັບ​ບາດ​ເຈັບ​ອີກ​ຫລາຍ​ຄົນ ຢູ່​ໃກ້​ກັບ​ຄ້າຍ​ຖະຫານ​ທີ່ເມືອງ Timbaktu.

ອາທິດ​ແລ້ວ​ນີ້ ພວກ​ຫົວ​ແບ່ງ​ແຍກ ກະບົດ Tuareg ​ໄດ້​ຖອນ​ການ​ເຈລະຈາ​ສັນ​ຕິ​ພາບກັບ ລັດຖະບານ.

ປະທານາທິບໍດີ ຄົນ​ໃໝ່ຂອງ ມາລີ ທ່ານ Ibrahim Boubacar Keita ຜູ້​ທີ່​ເຂົ້າ​ກໍາ​ຕໍາ​ແໜ່​ງ​ໃນ​ເດືອນສິງຫາ ​ໄດ້​ກ່າວ​ໄວ້​ວ່າ ການ​ປົວ​ແປງ​ສັນຕິພາບ ​ແລະ​ຄວາມ​ປອດ​ໄພ​ແມ່ນວຽກ​ອັນ​ສໍາຄັນ​ທີ່​ສຸດ​ຂອງ​ທ່ານ.
XS
SM
MD
LG