ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ມາລີ ໄວ້ອາໄລ ໃຫ້ແກ່ ຜູ້ເຄາະຮ້າຍ 19 ຄົນຈາກການ ໂຈມຕີ ທີ່ໂຮງແຮມ


ທະຫານຈາກ ໜ່ວຍຄຸ້ມກັນປະທານາທິບໍດີ ຍ່າງກວດຍາມຢູ້ນອກໂຮງແຮມ Radisson Blu hotel ໃນນະຄອນຫຼວງ Bamako, Mali, ກ່ອນການຢ້ຽມຢາມຂອງປະທານາທິບໍດີ. 21 ພະຈິກ, 2015.
ທະຫານຈາກ ໜ່ວຍຄຸ້ມກັນປະທານາທິບໍດີ ຍ່າງກວດຍາມຢູ້ນອກໂຮງແຮມ Radisson Blu hotel ໃນນະຄອນຫຼວງ Bamako, Mali, ກ່ອນການຢ້ຽມຢາມຂອງປະທານາທິບໍດີ. 21 ພະຈິກ, 2015.

ປະເທດ ມາລີ ເລີ່ມວັນໄວ້ອາໄລສາມມື້ໃນວັນຈັນມື້ນີ້ສຳລັບຜູ້ປະ ສົບເຄາະຮ້າຍຈາກການໂຈມຕີທີ່ໂຮງແຮມຫຼູຫຼາໃນນະຄອນ ຫຼວງ ຂອງປະເທດເມື່ອວັນສຸກທີ່ຜ່ານມາ, ເຊິ່ງມີຜູ້ເສຍຊີວິດ 19 ຄົນນັ້ນ.

ປະເທດ Senegal, Mauritania ແລະ Guinea ທີ່ຢູ່ໃກ້ຄຽງກໍໄດ້ ປະຕິບັດການໄວ້ອາໄລເຊັ່ນກັນ.

ມືປືນສອງຄົນໄດ້ຖືກຂ້າຕາຍ ແລະ ບັນດາເຈົ້າໜ້າທີ່ ມາລີ ແມ່ນກຳ ລັງຄົ້ນຫາຜູ້ຕ້ອງສົງໄສຢ່າງໜ້ອຍ 3 ຄົນ ທີ່ພວກເຂົາເຈົ້າເຊື່ອວ່າ ເຊື່ອມຕໍ່ກັບການໂຈມຕີຄັ້ງນີ້.

ເຈົ້າໜ້າທີ່ຕຳຫຼວດກ່າວວ່າ ບັນດານັກສືບສວນສອບສວນແມ່ນກຳລັງຕິດຕາມຮ່ອງຮອຍຫຼາຍ ຢ່າງ ໃນເຫດການ ແລະ ໄດ້ພົບເຫັນຫຼັກຖານຢູ່ໃນໂຮງແຮມ ຈາກການຖືກລ້ອມໂຈມຕີດົນ ກວ່າ 7 ຊົ່ວໂມງ.

ຜູ້ຕາງໜ້າຈາກກຸ່ມແບ່ງແຍກ ຈາກພາກເໜືອຂອງ ມາລີ ຄົນໜຶ່ງໄດ້ກ່າວວ່າ ການບຸກໂຈມຕີທີ່ ໂຮງແຮມແມ່ນຄວາມພະຍາຍາມທີ່ຈະຫັນທິດທາງສົນທິສັນຍາສັນຕິພາບ ທີ່ອ່ອນແອຂອງຕົນ ກັບລັດຖະບານ Bamako ເຊິ່ງໄດ້ຖືກລົງນາມໃນເດືອນມິຖຸນາທີ່ຜ່ານມາ.

ໂຮງແຮມທີ່ຖືກໂຈມຕີນັ້ນ ແມ່ນກຳລັງກຽມພ້ອມທີ່ຈະຈັດກອງປະຊຸມຄັ້ງຫຼ້າສຸດກ່ຽວກັບ ການ ປະຕິບັດ ສົນທິສັນຍາດັ່ງກ່າວ.

ກຸ່ມຫົວຮຸນແຮງ ອາຟຣິກາຕາເວັນຕົກ 2 ກຸ່ມ ຄືກຸ່ມ Al-Qaida ໃນອົງການກໍ່ການຮ້າຍ Islamic Maghreb ຫຼື AQIM ແລະ ເຄືອຂ່າຍຂອງພວກເຂົາຊື່ວ່າ El Mourabitoune ໄດ້ ອ້າງເອົາຄວາມຮັບຜິດຊອບຮ່ວມກັນສຳລັບການໂຈມຕີນີ້. ເຈົ້າໜ້າທີ່ປ້ອງກັນປະເທດ ສະຫະລັດ ຄົນໜຶ່ງໄດ້ເອີ້ນພວກ AQIM ວ່າເປັນ “ຜູ້ຕ້ອງສົງໄສໃນແຖວໜ້າ” ໃນການຈູ່ໂຈມ ໃນຄັ້ງນີ້.

ປະຊາຊົນ ມາລີ ສາມສີ່ຄົນ ແມ່ນຈຳນວນຂອງຄົນທີ່ຖືກຂ້າຕາຍນັ້ນ,ລວມມີຄົນ ຣັດເຊຍ 6 ຄົນ, ຈີນ 3​ ຄົນ, ແບລຈຽມ 2 ຄົນ, ເຊເນການ 1 ຄົນ ແລະ ຄົນ ອິສຣາແອລ ແລະ ອາເມຣິກາ ກໍຍັງແມ່ນ

ຜູ້ຖືກເຄາະຮ້າຍເຊັ່ນກັນ ່ບຸໄດ້ວ່າ ນາງ Anita Datar ເປັນພະນັກງານການຊ່ວຍເຫຼືອນານາ ຊາດ.

ປະທານາທິບໍດີ ບາຣັກ ໂອບາມາ ໄດ້ກ່າວປະນາມສິ່ງທີ່ທ່ານເອີ້ນ ວ່າການໂຈມຕີກໍ່ການຮ້າຍ ທີ່ “ສະເທືອນໃຈ” ແລະ ໃຫ້ຄຳ ສັນຍາວ່າຈະໄລ່ຕາມຫາຄາດຕະກອນ “ຢ່າງບໍ່ມີຄວາມປານີ.

ໃນການກ່າວທີ່ກອງປະຊຸມສຸດຍອດຂອງຜູ້ນຳໃນພາກພື້ນ ອາຊຽນ ທີ່ປະເທດ ມາເລເຊຍ ນັ້ນ ທ່ານ ໂອບາມາ ໄດ້ກ່າວວ່າ ການໂຈມຕີແມ່ນພຽງແຕ່ ຈະເຮັດໃຫ້ການແກ້ບັນຫາເພື່ອປາບ ປາມລັດທິກໍ່ການຮ້າຍຂອງ ສະຫະລັດ ແຂງແກ່ນຂຶ້ນເທົ່ານັ້ນ.

Mali Attack Mourning
please wait
Embed

No media source currently available

0:00 0:01:01 0:00

XS
SM
MD
LG