ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກຳລັງຝຣັ່ງ ແລະມາລີ ຍຶດເອົາເມືອງ Diabaly ຄືນແລ້ວ (ສະໄລດ໌)


ທະຫານຝຣັ່ງຜູ້ນຶ່ງຢືນຍາມ ຢູ່ເມືອງ Diabaly ໃນວັນທີ 21 ມັງກອນ 2013 ພາຍຫລັງທີ່ໄດ້ຍຶດເອົາເມືອງດັ່ງກ່າວ ຄືນມາ ຈາກພວກອິສລາມ ໄດ້ແລ້ວ.
ທະຫານຝຣັ່ງຜູ້ນຶ່ງຢືນຍາມ ຢູ່ເມືອງ Diabaly ໃນວັນທີ 21 ມັງກອນ 2013 ພາຍຫລັງທີ່ໄດ້ຍຶດເອົາເມືອງດັ່ງກ່າວ ຄືນມາ ຈາກພວກອິສລາມ ໄດ້ແລ້ວ.
ທະຫານຝຣັ່ງ ແລະທະຫານລັດຖະບານມາລີ ໄດ້ຍຶດເອົາເມືອງ
Diabaly ຢູ່ທາງພາກກາງປະເທດນັ້ນຄືນມາຈາກພວກອິສລາມ
ຫົວຮຸນແຮງໄດ້ແລ້ວ.

ຜູ້ເຫັນເຫດການຜູ້ນຶ່ງຢູ່ເມືອງ Diabaly ກ່າວຕໍ່ວີໂອເອ ໃນວັນ
ຈັນວານນີ້ວ່າ ຕົວເມືອງດັ່ງກ່າວໄດ້ຖືກຍຶດຄືນມາໄດ້ໃນນຶ່ງອາທິດ
ລຸນຫລັງທີ່ໄດ້ຕົກໄປຢູ່ໃຕ້ການຄວບຄຸມຂອງພວກນັກລົບອິສລາມ. ລາຍງານຈາກເຂດ ດັ່ງກ່າວເວົ້າວ່າ ລົດຫຸ້ມເກາະໄດ້ບັນທຸກເອົາທະຫານຝຣັ່ງ ແລະທະຫານມາລີ ເຂົ້າໄປໃນ ເມືອງ Diabaly ໂດຍບໍ່ມີຕ້ານຢັນແຕ່ຢ່າງໃດ ລຸນຫລັງທີ່ມີການໂຈມຕີທາງອາກາດຂອງ ຝຣັ່ງເປັນເວລາຫລາຍວັນ.

ປະຊາຊົນທີ່ອາໄສຢູ່ໃນເມືອງນັ້ນເວົ້າວ່າ ພວກອິສລາມຫົວຮຸນແຮງໄດ້ພາກັນຫຼົບໜີ ຫລື ບໍ່ກໍພະຍາຍາມເຂົ້າໄປປະປົນຢູ່ກັບປະຊາຊົນໃນທ້ອງຖິ່ນ.

ກອງກໍາລັງທະຫານຝຣັ່ງເວົ້າວ່າ ພວກເຂົາເຈົ້າກໍາລັງຊອກຫາລະເບີດຝັງດິນ ຫລືວັດຖຸ ລະເບີດອື່ນໆ.

ກໍາລັງທະຫານຝຣັ່ງ ໄດ້ເຂົ້າໄປໃນປະເທດມາລີ ເມື່ອ 10 ມື້ກ່ອນ ຖ້າມກາງທີ່ມີຄວາມ ຢ້ານກົວວ່າ ພວກຫົວຮຸນແຮງ ທີ່ຄວບຄຸມພາກເໜືອຂອງມາລີ ພວມບຸກໄປສູ່ນະຄອນ
ຫລວງ Bamako. ເມືອງ Diabaly ຕັ້ງຢູ່ ຫ່າງຈາກນະຄອນຫລວງ 400 ກິໂລແມັດ ໄປ ທາງພາກເໜືອ ຊຶ່ງເປັນຂີດໝາຍຂອງໃນການບຸກເຂົ້າໄປໃກ້ຕົວເມືອງດັ່ງກ່າວຫຼາຍທີ່ສຸດ ເທົ່າທີ່ ເຄີຍມີມາ.

ທີ່ນະຄອນປາຣີ ໃນວັນຈັນວານນີ້ ລັດຖະມົນຕີກະຊວງປ້ອງກັນປະເທດຝຣັ່ງ ທ່ານ Jean- Yves Le Drian ເວົ້າວ່າ ກໍາລັງທະຫານຝຣັ່ງ ແລະມາລີ ຍັງເຂົ້າຍຶດເອົາເມືອງ Douentza ຄືນມາໄດ້ອີກດ້ວຍ.

ໃນວັນອາທິດຜ່ານມາ ທ່ານ Le Drian ເວົ້າວ່າ ຝຣັ່ງຈະບໍ່ຍອມຮັບເອົາອັນໃດ ນອກຈາກ “ການຍຶດເອົາ” ມາລີ “ຄືນມາໄດ້ໂດຍສິ້ນເຊີງ” ຈາກ ພວກອິສລາມຫົວຮຸນແຮງ.

XS
SM
MD
LG