ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສ.ປ.ຊ. ຈະຟັງ ການອະພິປາຍ ກ່ຽວກັບ ຄວາມຂັດແຍ້ງ ໃນມາລີ


ເຮືອບິນອາຍພົ່ນຂອງຝຣັ່ງ ທີ່ຖິ້ມລະເບີດໃສ່ພວກກະບົດ ທີ່ນັບຖືສາສະໜາອິສລາມ ມາເປັນເວລາສາມວັນຕິດຕໍ່ກັນແລ້ວ ຮອດວັນອາທິດ ທີ 13 ມັງກອນ 2013.
ເຮືອບິນອາຍພົ່ນຂອງຝຣັ່ງ ທີ່ຖິ້ມລະເບີດໃສ່ພວກກະບົດ ທີ່ນັບຖືສາສະໜາອິສລາມ ມາເປັນເວລາສາມວັນຕິດຕໍ່ກັນແລ້ວ ຮອດວັນອາທິດ ທີ 13 ມັງກອນ 2013.
ສະພາຄວາມໝັ້ນຄົງສະຫະປະຊາຊາດ ມີກໍານົດປະຊຸມກັນ
ໃນວັນຈັນມື້ນີ້ ໂດຍສະໜອງຕອບຕໍ່ການຮ້ອງຂໍຂອງຝຣັ່ງ
ເພື່ອອະພິປາຍກ່ຽວກັບຄວາມ ຂັດແຍ້ງໃນມາລີ ບ່ອນທີ່ເຮືອ
ບິນອາຍພົ່ນຂອງຝຣັ່ງໄດ້ຖິ້ມລະເບີດ ໃສ່ພວກກະບົດທີ່ນັບຖື
ສາສະໜາອິສລາມ ມາເປັນເວລາສາມວັນຕິດຕໍ່ກັນແລ້ວ ຮອດ
ວັນອາທິດວານນີ້.

ຝຣັ່ງເວົ້າວ່າ ຕົນຈະບໍ່ຫລຸດຜ່ອນການສູ້ລົບຂອງຕົນຕໍ່ຕ້ານພວກ
ກໍ່ການຮ້າຍລົງ ໃນຂະນະທີ່ພວກຫົວຮຸນແຮງອິສລາມ ທີ່ຄວບ
ຄຸມຢູ່ທາງພາກເໜືອຂອງປະເທດນັ້ນ ໄດ້ຂູ່ທີ່ຈະເຄື່ອນກໍາລັງລົງ
ໄປທາງໃຕ້.

ລັດຖະມົນຕີກະຊວງປ້ອງກັນປະເທດຝຣັ່ງທ່ານ Jean-Yves
Le Drian ເວົ້າວ່າ ເຮືອ ບິນລົບ ໄດ້ຖິ້ມລະເບີດໃສ່ຄ້າຍຝຶກທະຫານຂອງພວກນັບຖື
ສາສະໜາອິສລາມ ແລະສາງເກັບເຄື່ອງບໍາລຸງຕ່າງໆ ຢູ່ອ້ອມແອ້ມເມືອງ Gao ໃນວັນ
ອາທິດ ວານນີ້.

ຝຣັ່ງໄດ້ເອົາທະຫານໄປລົບຢູ່ໃນມາລີ ຕາມການຮ້ອງຂໍຂອງລັດຖະບານ ມາລີ ແຕ່ວ່າລັດ ຖະມົນຕີກະຊວງການຕ່າງປະເທດຝຣັ່ງ ທ່ານ Laurent Fabius ກ່າວນໂທລະພາບ ແລະ ວິທະຍຸຝຣັ່ງ ໃນວັນອາທິດວານນີ້ວ່າ ການດໍາເນີນງານທາງທະຫານຢູ່ທີ່ນັ້ນ ບໍ່ແມ່ນ ວ່າ ຈະບໍ່ມີກໍານົດ.

ພວກກຸ່ມຫົວຮຸນແຮງອິສລາມ Ansar Dine ໄດ້ຂົ່ມຂູ່ທີ່ຈະທໍາການ ແກ້ແຄ້ນຕໍ່ຝຣັ່ງ ຊຶ່ງ ສົ່ງຜົນໃຫ້ປະທານາທິບໍດີ Francois Holland ອອກຄໍາສັ່ງໃຫ້ເພີ້ມກໍາລັງປ້ອງກັນ ຄວາມສະຫງົບຢູ່ທົ່ວຝຣັ່ງ.
XS
SM
MD
LG