ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທະຫານຝຣັ່ງກັບມາລີ ຕ້ານຢັນ ພວກຫົວຮຸນແຮງ ໃນເມືອງ Gao (ສະໄລດ໌/ວີດິໂອ)


ທະຫານຂອງມາລີຜູ້ນຶ່ງ ລີ້ບັງຢູ່ຫລັງລົດໃຫຍ່ ໃນຂະນະທີ່ ຍິງຕໍ່ສູ້ຕອບກັນກັບ ພວກຈີຮາດ ທີ່ເມືອງ Gao ທາງພາກເໜືອ ຂອງ Mali ໃນວັນອາທິດ ທີ 10 ກຸມພາ 2013.
ທະຫານຂອງມາລີຜູ້ນຶ່ງ ລີ້ບັງຢູ່ຫລັງລົດໃຫຍ່ ໃນຂະນະທີ່ ຍິງຕໍ່ສູ້ຕອບກັນກັບ ພວກຈີຮາດ ທີ່ເມືອງ Gao ທາງພາກເໜືອ ຂອງ Mali ໃນວັນອາທິດ ທີ 10 ກຸມພາ 2013.
ກໍາລັງທະຫານຂອງຝຣັ່ງ ແລະມາລີ ໄດ້ປະທະກັບພວກຫົວ
ຮຸນແຮງອິສລາມໃນຊຸດເສື້ອຄຸມສີດໍາ ຢູ່ທີ່ເມືອງ Gao ທາງ
ພາກເໜືອຂອງ ປະເທດ ໃນການຫລອນໂຈມຕີຂອງພວກ
ຫົວຮຸນແຮງ ທີ່ໄດ້ທ້າທາຍຕໍ່ການປິດເມືອງເພື່ອຮັກສາຄວາມ
ປອດໄພ ລຸນຫລັງ ການໂຈມຕີ ສະລະຊີບດ້ວຍລະເບີດສອງ
ຄັ້ງ ໃນສອງມື້ລຽນກັນ.

ໃນວັນອາທິດວານນີ້ ສຽງຍິງປືນຕໍ່ສູ້ກັນຢ່າງໜັກ ແລະລະເບີດ
ແຕກໄດ້ດັງກ້ອງສະນັ່ນໄປທົ່ວເມືອງ Gao ຊຶ່ງເປັນເມືອງໃຫຍ່
ສຸດໃນພາກເໜືອຂອງມາລີ ໃນຂະນະທີ່ກໍາລັງທະຫານປະສົມ
ຂອງຝຣັ່ງແລະຂອງລັດຖະບານ ຕໍ່ສູ້ກັບຂະບວນການເພື່ອທ້ອນ
ໂຮມເປັນອັນດຽວກັນ ແລະກຸ່ມ Jihad ໃນອາຟຣິກາຕາເວັນຕົກ.
ເຮືອບິນເຮລິຄອບເຕີຕິດອາວຸດຂອງຝຣັ່ງບິນເວີ່ນຢູ່ເທິງຟ້າໃນຕົວເມືອງນັ້ນ.

ການໂຈມຕີດັ່ງກ່າວແມ່ນເປັນຂີດໝາຍເຖິງຄັ້ງທໍາອິດ ທີ່ກຸ່ມອິສລາມ ໄດ້ເຂົ້າໄປໃນເມືອງ
Gao ໄດ້ຢ່າງສໍາເລັດຜົນ ນັບຕັ້ງແຕ່ກໍາລັງທະຫານທີ່ນໍາພາໂດຍຝຣັ່ງໄດ້ເຂົ້າຍຶດເອົາ
ເມືອງດັ່ງກ່າວ ໃນສອງອາທິດ ກ່ອນ. ໄດ້ມີການປະທະກັນມາເປັນເວລາຫລາຍວັນ ກ່ອນ
ແລ້ວ ຢູ່ຫລາຍໆເຂດນອກເມືອງດັ່ງກ່າວ.



ນາຍທະຫານຂອງມາລີທ່ານນຶ່ງກ່າວວ່າ ພວກຫົວຮຸນແຮງໄດ້ແຊກຊຶມເຂົ້າໄປໃນເມືອງ ດັ່ງກ່າວ ໃນເວລາພຽງບໍ່ເທົ່າໃດຊົ່ວໂມງ ລຸນຫລັງ ທີ່ກອງທະຫານຂອງຝຣັ່ງແລະມາລີ ໄດ້ເສີມກໍາລັງປ້ອງກັນ ດ່ານກວດ ແຫ່ງນຶ່ງ ທີ່ໄດ້ຖືກໂຈມຕີໂດຍຜູ້ວາງລະເບີດສະລະຊີບ ສອງຄັ້ງ.

ໃນຕອນແລງວັນເສົາຜ່ານມາ ຜູ້ວາງລະເບີດສະລະຊີບຜູ້ນຶ່ງ ໄດ້ໂຈມຕີ ດ່ານກວດດັ່ງກ່າວ
ທີ່ຢູ່ໃກ້ທາງເຂົ້າເມືອງ ລຸນຫລັງທີ່ມີການໂຈມຕີຄ້າຍ ຄືກັນຢູ່ບ່ອນດຽວກັນ ໃນມື້ວັນສຸກ. ການໂຈມຕີສະລະຊີບສອງຄັ້ງດັ່ງກ່າວ ແມ່ນເປັນເທື່ອທໍາອິດໃນມາລີ.

ຊ່ຽວຊານກ່າວວ່າ ໄຊຊະນະຂອງຝຣັ່ງໃນມາລີ ບໍ່ຖາວອນ:

French Defeat of Islamist Militants May Be Fleeting
please wait

No media source currently available

0:00 0:03:00 0:00
ລິງໂດຍກົງ
XS
SM
MD
LG