ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສ​ປ​ຊ ປະ​ນາມ ການ​ສັງ​ຫານ ເຈົ້າ​ໜ້າ​ທີ່ ແລະພົນ​ລະ​ເຮືອນ ໃນມາ​ລີ (ວີດີໂອ)


ກອງກຳລັງຮັກສາສັນຕິພາບ ຂອງສະຫະປະຊາຊາດ ຢືນ ຍາມຕຽມປ້ອງກັນ ຫ້ອງການຂອງເຈົ້າແຂວງ ຢູ່ເມືອງ Kidal.
ກອງກຳລັງຮັກສາສັນຕິພາບ ຂອງສະຫະປະຊາຊາດ ຢືນ ຍາມຕຽມປ້ອງກັນ ຫ້ອງການຂອງເຈົ້າແຂວງ ຢູ່ເມືອງ Kidal.
ຫົວໜ້າ​ໜ່ວຍ​ຮັກສາ​ສັນຕິ​ພາບ ​ຂອງ​ສະຫະປະຊາ​ຊາດ​ ຢູ່
ປະ​ເທດມາລີ ປະນາມ​ຢ່າງ​ຮຸນ​ແຮງ​ ຕໍ່​ການ​ຄາດ​ຕະກຳເຈົ້າໜ້າ​
ທີ່​ລັດຖະບານ 6 ທ່ານ ​ແລະ ພົນລະ​ເຮື​ອນ 2 ຄົນ​ ໃນ​ວັນ​ອາທິດ
​ວານ​ນີ້ ​ຢູ່​ເມືອງ Kidal ຂອງພວກ​ແບ່ງ​ແຍກ​ດິນ​ແດນທີ່ໄດ້​ລອມ​
ເມືອງຢູ່​ນັ້ນ.

ທ່ານ Albert Koenders ​ກ່າວ​ວ່າ​ມັນ​ເປັນ​ການ​ກະທຳອາ​ຊະ
​ຍາ​ກຳ ອັນ​ປ່າ​ເຖື່ອນ​ທີ່ຮັບ​ບໍ່​ໄດ້​ຢ່າງ​ເດັດຂາດ ​ແລະ ທ່ານ​ກ່າວ
​ຕື່ມ​ວ່າ ພວກ​ທີ່​ຮັບຜິດຊອບ​ຕ້ອງ​ໄດ້​ນຳ​ມາ​ລົງ​ໂທດ.

ເຫດຜົນ​ອັນ​ແນ່ນອນ ຂອງ​ການ​ຄາດຕະກຳຄັ້ງນີ້​ຍັງ​ບໍ່​ຈະ​ແຈ້ງ​ເທື່ອ.

​ເຫດການ​ດັ່ງກ່າວ​ເກີດ​ຂຶ້ນ ໃນ​ວັນ​ອາທິດ​ວານ​ນີ້ ​ເມື່ອ​ນາຍົກ​ລັດ​ທະ​ມົນ​ຕີມາລີ ທ່ານ Moussa Mara ສົ່ງ​ກຳລັງ​ທະຫານ​ຈຳນວນໜຶ່ງ ເຂົ້າໄປ​ຍັງ​ເມືອງ Kidal ​ເພື່ອຢຶດ​ເອົາ​ຄືນ​ ຈາກ​ກຸ່ມກະບົດ Taureg ຜູ້​ຈັບ​ກຸມ​ບັນ​ດາພະນັກ​ງານ​ລັດ​ຈຳນວນ 30 ຄົນ​ເປັນ​ຕົວ​ປະກັນ. ທ່ານ Mara ກ່າວ​ວ່າ ປະ​ເທດ​ຕົນ​ກຳລັງ​ທຳ​ສົງຄາມ​ ກັບ​ພວກ​ກະບົດ​ເຫຼົ່ານັ້ນ.

ການ​ປະ​ທະ​ກັນ​ ລະຫວ່າງ​ກຳລັງ​ທະຫານ​ລັດ​ຖະບານ ກັບ​ພວກ​ແບ່ງ​ແຍກ​ດິນ​ແດນ​ຜ່ານ​ມາ​ໄດ້​ເຮັດ​ໃຫ້ ມີ​ຄົນ​ເສຍ​ຊີວິດ​ໄປ​ແລ້ວທັງ​ໝົດ 36 ຄົນ​ຈາກ​ທັງ​ສອງ​ຝ່າຍ.

ປະເທດ​ມາລີ ຕົກ​ຢູ່​ໃນ​ສະພາບ​ຄວາມ​ວຸ້ນວາຍ​ນີ້ ຕັ້ງ​ແຕ່​ປີ​ກາຍ​ນີ້ ​ໃນ​ເວລາ ພວກແບ່ງ​ແຍກ​ດິນ​ແດນ​ Taureg ​ໄດ້​ສວຍ​ໂອກາດຈາກການ​ຢຶດ​ເອົາ​ອຳນາດ​ສັ້ນໆ​ ຂອງ​ພວກ​ອິສລາມ​ຫົວ​ຮຸນ​ແຮງ​ ໃນ​ພາກ​ເໜືອ ເມື່ອປີ​ກາຍ​ນີ້.
XS
SM
MD
LG