ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ECOWAS ​​ຍົກ​ເ​ລີກ ການ​ລົງ​ໂທດ​ ຕໍ່ປະ​ເທດ Mali


ກອງ​ປະຊຸມ​ຂອງ​ກຸ່ມ Economic Community of West African States (ECOWAS)
ກອງ​ປະຊຸມ​ຂອງ​ກຸ່ມ Economic Community of West African States (ECOWAS)

ປະຊາ​ຄົມເສດຖະກິດຂອງ​ກຸ່ມ​ປະ​ເທດອາຟຣິກາ​ຕາ​ເວັນ​ຕົກ ຫຼື ECOWAS ​ໄດ້​ຍົກ​ເ​ລີກ
ການ​ລົງ​ໂທດ​ຕໍ່ປະ​ເທດ Mali ແລະ​ກ່າວວ່າ ຕົນ​ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ​ ພວກ​ຜູ້​ນໍາ​ຂອງ​ກຸ່ມ​
ກໍ່​ລັດຖະປະຫານ ມີ​ຄວາມ​ໝາຍ​ໝັ້ນຢ່າງ​ແທ້​ຈິງ ຕໍ່ການ​ກອບ​ກູ້​ເອົາ​ການ​ປົກຄອງໂດຍ​ກົດ
ໝາຍ​ລັດຖະທໍາ​ມະນູນ ກັບ​ຄືນ​ມາ.

ທ່ານ Sonny Ugoh ຜູ້​ອໍາ​ນວຍ​ການ​ຝ່າຍ​ສື່ສານຂອງກຸ່ມ ECOWAS ​ໄດ້​ບອກ​ກັບ
VOA ວ່າ ພວກ​ຜູ້​ນໍາຝ່າຍທະຫານ​ໄດ້​ດໍາ​ເນີນ​ຄວາມ​ພະຍາຍາມ​ຢ່າງ​ແຂງ​ແຮງ​ພໍ​ສົມຄວນ
ແຕ່ວ່າ ປະຊາ​ຄົມນາໆຊາດ​ກໍຕຽມພ້ອມ ທີ່ຈະ​ເຄື່ອນ​ໄຫວຕອບ​ຢ່າງເໝາະສົມ ​ຖ້າຫາກວ່າ
ຂໍ້​ຕົກລົງ​ກັນນັ້ນ ​ແຕກ​ຫັກ​ລົງ.

ປະທານາທິບໍດີ Mali ທ່ານ Amadou Toumani Toure ໄດ້ຍື່ນໃບລາອອກ ​ໃນ​ວັນ
ອາທິດ​ວານ​ນີ້ ຫຼາຍສັບປະດາຫຼັງຈາກທີ່ຖືກໂຄ່ນລົ້ມ​ໂດຍ​ພວກ​ກໍ່ລັດຖະ ປະຫານນັ້ນ​.
ທ່ານກ່າວວ່າ ທ່ານໄດ້ລົງຈາກຕໍາແໜ່ງ ​ໂດຍບໍ່ໄດ້ຖືກບີບບັງຄັບແຕ່ຢ່າງໃດ ​ແລະຍ້ອນ
ຄວາມຮັກປະ​ເທດຊາດຂອງທ່ານນັ້ນ.

ພາຍ​ໃຕ້​ຂໍ້​ຕົກ​ລົງ​ທີ່​ບັນລຸ​ກັນໃນວັນສຸກແລ້ວນີ້ ​ອະດີດປະທານ​ສະພາ ທ່ານ Dioncounda
Traore ຈະດໍາ​ລົງຕໍາແໜ່ງ​ເປັນປະທານາທິບໍດີ ນໍາພາ​ລັດຖະບານ​ໄລຍະຂ້າມຜ່ານຈົນກວ່າ
ຈະມີການເລືອກຕັ້ງ​ໃໝ່.

ກຸ່ມ ECOWAS ຮັບປາກ​ທີ່ຈະຊ່ອຍ Mali ຕໍ່ສູ້ກັບພວກກະບົດ Tuareg ທີ່​ໄດ້​ຍຶດ​ເອົາ
ພາກສ່ວນ​ໃຫຍ່​ຂອງ​ເຂດເໜືອຂອງປະເທດ ​ແລະ​ໄດ້​ປະກາດ​ເຂດ​ນັ້ນ ເປັນເອກກະລາດ ​
ໃນ​ອາທິດ​ແລ້ວ​ນີ້ ຫລັງ​ຈາກ​ການ​ກໍ່​ລັດຖະປະການ​ຂອງ​ຝ່າຍ​ທະຫານ.

ພວກຜູ້ນໍາລັດຖະປະຫານ ໄດ້ອ້າງ​ເຫດຜົນ​ໃນ​ການຍຶດເອົາອໍານາດ ວ່າມີ​ສາ​ເຫດ​ມາ​ຈາກ​
ການ​ປະຕິບັດ​ງານ​ຢ່າງ​ບໍ່​ໄດ້ຜົນ​ຂອງລັດຖະບານຊຸດເກົ່າ ​ໃນ​ການປາບ​ປາມພວກກະບົດ​
ຊາວ Tuareg ນັ້ນ.

ໃນວັນອາທິດວານນີ້ ກະຊວງການຕ່າງປະເທດສະຫະລັດ ໄດ້ຍົກຍ້າຍພວກນັກອາສາ
ສະໝັກPeace Corps ອອກ​ຈາກ​ມາລີ ແລະໄດ້ສະເໜີທີ່​ຈະ​ລໍາລຽງບັນດາ​ພະນັກງານ​
ການ​ທູດຂອງ​ຕົນ​ທີ່​ບໍ່​ຈໍາ​ເປັນ​ທັງ​ໝົດ​ນັ້ນອອກຈາກປະເທດດັ່ງກ່າວ.

ທາງການສະຫະລັດກ່າວວ່າ ສະຖານະການໃນມາລີ ຍັງຢູ່ໃນສະພາບທີ່​ມີ​ການປ່ຽນ​ແປງ​
ໄດ້​ງ່າຍ ແລະຍາກທີ່ຈະຄາດຄະເນໄດ້. ສະຫະລັດຍັງກ່າວວ່າມີ​ໄພຂົ່ມຂູ່ຈາກການລັກ
ພາຕົວ ແລະໂຈມຕີຊາວຕາເວັນຕົກ ໃນພາກເໜືອຂອງປະເທດ ມາລີ ນໍາອີກ.

XS
SM
MD
LG