ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສປຊ ສະແດງ ຄວາມເປັນຫ່ວງ ນໍາສະຖານະການ ໃນມາລີ


ປະຊາຊົນໃນນະຄອນຫຼວງ Bamako ຂອງມາລີ ຖືປ້າຍບອກຂ່າວ
ກ່ຽວກັບບ່ອນບໍລິຈາກການຊ່ອຍເຫຼີອແກ່ ພວກປະຊາຄົມຕ່າງໆທີ່
ໄດ້ຮັບຜົນກະທົບຈາກຄວາມວຸ້ນວາຍໃນພາກເໜືອຂອງປະເທດ.
ວັນທີ 10 ເມສາ 2012.
ປະຊາຊົນໃນນະຄອນຫຼວງ Bamako ຂອງມາລີ ຖືປ້າຍບອກຂ່າວ ກ່ຽວກັບບ່ອນບໍລິຈາກການຊ່ອຍເຫຼີອແກ່ ພວກປະຊາຄົມຕ່າງໆທີ່ ໄດ້ຮັບຜົນກະທົບຈາກຄວາມວຸ້ນວາຍໃນພາກເໜືອຂອງປະເທດ. ວັນທີ 10 ເມສາ 2012.

ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງອອກ​ມາ​ຢ່າງ​ເລິກ
ເຊິ່ງນໍາ​ການ​ຂົ່ມຂູ່​ຂອງ​ພວກ​ກໍ່​ການ​ຮ້າຍ ​ທີ່​ເພີ່ມ​ທະວີ​ຂຶ້ນ​ໃນ​ພາກ​ເໜືອ​ຂອງ​ມາລີ ​ໂດຍ
ກ່າວ​ວ່າ ພວກ​ກໍາລັງ​ຂອງ​ເຄືອ​ຂ່າຍອານ​ກາ​ອິດາ ​ໃນ​ເຂດມຸສລິ​ມ Maghreb ​ແລະ
ພວກ​ຫົວ​ຮຸນ​ແຮງ​ຈັດ ແມ່ນ​ຮວມຢູ່​ໃນ​ກຸ່ມ​ກະບົດ​ທີ່ໄດ້​ເຂົ້າ​ຄອບ​ຄອງ​ພື້ນ​ທີ່​ສ່ວນ​ຫຼາຍ
ໃນພາກ​ເໜືອ​ຂອງ​ປະ​ເທດ​ນັ້ນ.

ໃນ​ຖະ​ແຫຼ​ງການ​ສະບັບ​ນຶ່ງ​ ທີ່​ເປີດ​ເຜີຍ​ອອກ​ໃນ​ແລງ​ວັນ​ຈັນ​ວານ​ນີ້ ສະພາ​ຄວາມ​ໝັ້ນ
ຄົງ ​ຮຽກຮ້ອງ​ໃຫ້​ຍຸດຕິ​ຄວາມ​ເປັນ​ປໍ​ລະ​ປັກ​ກັນ​ທັງ​ໝົດ​ໃນພາກ​ເໜືອ​ໂດ​ຍພວກ​ກຸ່ມ​ກະ
ບົດ ​ແລະ​ກ່າວ​ວ່າ ຕົນ​ຍັງ​ມີ​ຄວາມ​ເປັນຫ່ວງ​ເປັນ​ໄຍກ່ຽວ​ກັບ​ສະຖານະ​ການ​ດ້ານ​ມະ
ນຸດສະ​ທໍາ​ທີ່​ກໍາລັງ​ຊຸດ​ໂຊມລົງນັບ​ມື້​ທີ່​ມາລີ​ນັ້ນ.

ໃນ​ຂະນະ​ດຽວ​ກັນ ສະຫະລັດ​ໄດ້​ກ່າວ​ຍ້ອງຍໍ​ປະຊາ​ຄົມ​ເສດຖະກິດຂອງ​ບັນດາ​ປະ​
ເທດ​ໃນ​ທະວີບອາ​ຟຣິກາ​ຕາ​ເວັນ​ຕົກ ຫຼື ECOWAS ທີ່​ໄກ່​ເກ່ຍ​ໃຫ້​ມີ​ຂໍ້​ຕົກ​ລົງກັນກັບ
ພວກ​ຜູ້​ນໍາ​ທະຫານ​ທີ່​ກໍ່​ລັດຖະປະຫານ​ຂຶ້ນ ​ແລະ​ຟື້ນ​ຟູປະ​ເທດໃຫ້​ຢູ່​ພາຍ​ໃຕ້ການ​ປົກ
ຄອງ​ຂອງ​ພົນລະ​ເຮືອນ​ນັ້ນ.

ທ່ານ​ນາງ Victoria Nuland ​ໂຄສົກ​ປະ​ຈໍາ​ກະຊວງ​ການ​ຕ່າງປະ​ເທດສະຫະລັດ ​ກ່າວ
ໃນ​ວັນ​ຈັນ​ວານ​ນີ້​ວ່າ ຂໍ້​ຕົກລົງ​ດັ່ງກ່າວ​ເປັນ​ບາດກ້າວ​ທີ່ດີ​ຫຼາຍ​ສໍາລັບ​ມາລີ ຊຶ່ງ​ທ່ານ​
ນາງ Nuland ກ່າວ​ຕື່ມ​ວ່າ:

“ທ່ານ​ນາງ Nuland ກ່າວ​ວ່າ ພວກ​ເຮົາ​ຢາກ​ໃຫ້​ຟື້ນຟູການ​ປົກຄອງ​ ໂດຍ​ພວກ​ພົນ
ລະ​ເຮືອນ​ຄືນ​ໃໝ່ ​ເພື່ອ​ວ່າການ​ໂອ້​ລົມ​ສົນທະນາ​ກັນ ຈະສາມາດ​ເລີ້ມ​ຂຶ້ນ​ໄດ້​ໃນ​ປັດ
ຈຸບັນ​ກັບ​ພວກ​ກະບົດ Tuaregs ທີ່​ແກ້​ໄຂຄວາມ​ບໍ່ພໍ​ໃຈ​ຂອງ​ພວກ​ເຂົາ​ພາຍ​ໃນ​ມາ
ລີ​ທີ່​ເປັນ​ເອກະ​ພາບ ​ແລະ​ຄວາມພະຍາ​ມອັນ​ແທ້​ຈິງ​ກໍ​ສາມາດ​ມີ​ຂຶ້ນ​ໄດ້​ເພື່ອ​ຮັບປະ
ກັນໃນ​ການ​ປົກ ປ້ອງ​ມາລີ​ຈາກ​ກໍາລັງ​ຂອງ​ກຸ່ມ​ອານ​ກາ​ອິດາ ທີ່​ໄດ້​ພາກັນສວຍ​ໂອ
ກາດ ໃນ​ເວລາ​ນີ້.”

ທ່ານ​ນາງ Nuland ກ່າວ​ຕື່ມ​ວ່າ ສະຫະລັດ​ຈະ​ສິ້ງ​ຊອມ​ເບິ່ງ​ສະຖານະການ​ໃນ​ອີກ​
ຫຼາຍ​ມື້​ຕໍ່​ໄປ​ເພື່ອ​ເບິ່ງ​ວ່າ​ໄດ້ມີ​ຄວາມ​ຄືບ​ໜ້າ​ພໍຫຼື​ບໍ່ ​ເພື່ອສ້າງ​ຕັ້ງ​ການ​ຊ່ອຍ​ເຫຼືອ​ທີ່
ບໍ່​ພົວພັນ​ໃນດ້ານ​ມະນຸດສະ​ທໍາທີ່​ໄດ້​ຢຸດ​ສະ​ງັກລົງ​ໃນ​ເດືອນ​ຜ່ານ​ມາ​ນີ້.

ສະພາ​ຄວາມ​ໝັ້ນຄົງ​ໄດ້​ຮຽກຮ້ອງ​ໃຫ້​ທຸກ​ພັກ​ຝ່າຍ​ຈັດ​ຕັ້ງ​ປະຕິບັດ​ຕາມຂໍ້​ຕົກລົງໄລ
ຍະ​ຂ້າມ​ຜ່ານ​ໃນ​ທັນທີ ​ແລະ​ໃຫ້​ພະຍາຍາມ​ຊອກ​ຫາ​ທາງ​ແກ້​ໄຂ​ບັນຫາແບບສັນຕິ​
ໂດຍ​ຜ່ານ​ການ​ໂອ້​ລົມ​ສົນທະນາ​ກັນ​ນັ້ນ.

ຮ້ອຍ​ເອກ Amadou Sanogo ຫົວໜ້າ​ກໍ່​ລັດຖະປະຫານໄດ້​ທໍາການ​ໂອ້​ລົມ​ສົນ
ທະນາ​ກັນ​ກັບ​ທ່ານ Dioncounda Traore ອະດີດປະທານ​ສະພາ​ມາລີ ທີ່​ຈະ​
ຂຶ້ນ​ດໍາລົງ​ຕໍາ​ແໜ່​ງປະທານາທິບໍດີ​ຂອງ​ລັດຖະບານ​ຊົ່ວຄາວ​ຈົນ​ຮອດ​ເວລາ​ມີ​ການ
ເລືອກ​ຕັ້ງ​ໃໝ່​ນັ້ນ.

XS
SM
MD
LG