ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ Yaamin ສາບານໂຕ ເຂົ້າເປັນ ຜູ້ນຳຄົນ​ໃໝ່​ ຂອງ Maldives (ວີດີໂອ)


ທ່ານ Abdulla Yameen ຂະນະສາບານໂຕ ເຂົ້າຮັບຕໍາແໜ່ງ ເປັນປະທານາທິບໍດີ ຄົນໃໝ່ຂອງປະເທດ Maldives
ທ່ານ Abdulla Yameen ຂະນະສາບານໂຕ ເຂົ້າຮັບຕໍາແໜ່ງ ເປັນປະທານາທິບໍດີ ຄົນໃໝ່ຂອງປະເທດ Maldives
ປະທານາທິບໍດີ​ຄົນ​ໃໝ່​ຂອງ Maldives ສາບານ​ໂຕ​ເຂົ້າຮັບ​ຕຳ​ແໜ່​ງ​ໃນ​ວັນອາທິດ​ມື້ນີ້ ນຶ່ງ​ມື້ຫຼັງຈາກ​ທ່ານ​ໄດ້​ຮັບ​ໄຊຊະນະ​ຢ່າງ​ບໍ່​ຄາດ​ຝັນ ຊຶ່ງ​ເຮັດ ​ໃຫ້​ຄວາມ​ວຸ້ນວາຍ​ທາງ​ດ້ານ​ການ​ເມືອງທີ່​ມີ​ມາ​ເປັນ​ເວລາ 2 ປີ ສິ້ນສຸດ​ລົງ.

ທ່ານ Yaamin Abdul Gayoom ແລະ​ຜູ້​ຮອງ​ຂອງ​ທ່ານ ຄື​ທ່ານ Mo-hamed Jameel ​ໄດ້​ສາບານ​ໂຕ​ເຂົ້າຮັບ​ຕຳ​ແໜ່​ງ ​ໃນ​ວັນ​ອາທິດ​ມື້ນີ້ ​ໂດຍ​ຫົວໜ້າ​ສານ​ສູງ​ສຸດ​ຂອງ​ປະ​ເທດ.

​ເມື່ອ​ວັນ​ເສົາ​ຜ່ານ​ມາ ​ໃນ​ການ​ເລືອກ​ຕັ້ງ​ປະທານ​າທິບໍດີ​ຮອບ​ທໍາ​ອິດ ປະກົດ ວ່າ​ທ່ານ Nasheed ​ໄດ້​ຮັບ​ 47 ​ເປີ​ເຊັນ ຂອງ​ຄະ​ແນນ​ສຽງທັງ​ໝົດ ຊຶ່ງ​ຍັງ​ອີກ​ພຽງ​ໜ້ອຍ​ດຽວ ກໍ​ຈະເຖິ​ງ 50 ​ເປີ​ເຊັນ ອັນ​ເປັນ​ຄະ​ແນນ​ສຽງ​ສ່ວນ ຫລາຍ​ນັ້ນ.

ການ​ເລືອກ​ຕັ້ງ​ຮອບ​ຕັດສິນ​ຊີ້​ຂາດ​ເມື່ອ​ວັນ​ເສົາ​ວານ​ນີ້ມີ​ຂຶ້ນທ່າມກາງ​ຄວາມ ​ກົດ​ດັນ​ຂອງ​ນາໆ​ຊາດ ​ເພື່ອ​ໃຫ້​ປະ​ເທດ​ເກາະ Maldives ຍຸຕິ​ຄວາມບໍ່​ສະ ຫງົບ​ດ້ານ​ການ​ເມືອງ. ການ​ເລືອກ​ຕັ້ງ​ຮອບ​ຕັດສິນ​ຊີ້​ຂາດ ມີ​ກໍາໜົດ ​ໃສ່​ວັນ​ທີ 10 ພະ​ຈິກ ​ແຕ່​ສານ​ສູງ​ສຸດ​ໃນ Maldives ​ໄດ້​ສັ່ງ​ໃຫ້​ເລື່ອນເວລາ ອອກ​ໄປ​ນຶ່ງ​ອາທິດ ຫຼັງຈາກ​ຜູ້​ສະໝັກ​ເລືອກ​ຕັ້ງ​ທີ່​ໄດ້​ຮັບ​ຄະ​ແນນ​ສຽງ​ເປັນ ອັນ​ດັບ​ສາມ ​ໄດ້​ຍື່ນ​ຄໍາ​ຮ້ອງ​ຂໍ​ເລື່ອນເວລາ.

ທ່ານ Nasheed ​ໄດ້​ກ່າວ​ຫາ​ສານ​ສູງ​ສຸດ​ວ່າ ພະຍາຍາມ​ຫາ​ທາງ​ປ້ອງ​ກັນ​ບໍ່​ໃຫ້ທ່ານ​ກັບ​ຄືນ​ເຂົ້າ​ໄປ​ກຳ​ອຳນາດ​ອີກ ຫລັງ​ຈາກ​ທ່ານ​ໄດ້​ລາ​ອອກ​ໃນ​ປີ​ກາ​ຍນີ້ ດ້ວຍການ​ໃຊ້​ປາຍ​ປືນ​ບັງຄັບ. ​ແຕ່​ແນວ​ໃດ​ກໍ​ຕາມ ຫລັງ​ຈາກ​ໄດ້​ປາ​ໄຊຢ່າງ​ບໍ່​ຄາດ​ຝັນ​ໃນ​ມື້ວານ​ນີ້​ແລ້ວ ທ່ານ Nasheed ກໍ​ໄດ້​ຍອມຮັບ ​ແລະ​ເວົ້າວ່າ ທ່ານ​ມີ​ຄວາມ​ເພິ​ງພໍ​ໃຈ ຊຶ່ງ​ໃນ​ທີ່​ສຸດ Maldives ກໍ​ມີ​ການ ​ເລືອກຕັ້ງປະທານ​ທິບໍດີ​ແບບ​ປະຊາທິປ​ະ​ໄຕ.

Maldives
please wait
Embed

No media source currently available

0:00 0:00:44 0:00
XS
SM
MD
LG