ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມາເລເຊຍ ໂຈມຕີ ກຸ່ມປະກອບອາວຸດ ຟິລິບປິນ ທີ່ລັດ Sabah


ພວກຊາວບ້ານພາກັນຫາມຊາກສົບຂອງມືປືນຄົນນຶ່ງ ທີ່ຖືກສັງຫານ ແລ່ນອອກຈາກໝູ່ບ້ານ ທີ່ມີການຕໍ່ສູ້ກັບລັດຖະບານ
ພວກຊາວບ້ານພາກັນຫາມຊາກສົບຂອງມືປືນຄົນນຶ່ງ ທີ່ຖືກສັງຫານ ແລ່ນອອກຈາກໝູ່ບ້ານ ທີ່ມີການຕໍ່ສູ້ກັບລັດຖະບານ
ມາ​ເລ​ເຊຍ ​ໄດ້​ສົ່ງ​ເຮືອບິນ​ລົບ​ແລະ​ທະຫານ ​ໄປ​ປະຕິບັດ​ງານ
​ຢູ່​ໃນ​ເຂດ​ ນຶ່ງ​ຂອງເກາະ Borneo ບ່ອນ​ທີ່​ກຸ່ມປະກອບອາວຸດ
ຟີ​ລິບ​ປິນຈຸ​ນຶ່ງພວມ ທໍາ​ການ​ປະ​ເຊີນ​ໜ້າ​ຢ່າງ​ນອງ​ເລືອດ​ກັບ
ລັດຖະບານ ໃນ​ການ​ອ້າງ​ກຳມະສິດ​ເອົາ​ດິນ​ແດນ​ທີ່​ດຳ​ເນີນ​ມາ
ເປັນເວລາ​ຫລາຍທົດ​ສະ​ວັດ​ແລ້ວນັ້ນ.

ນາຍົກລັດຖະມົນ​ຕີມາ​ເລ​ເຊຍທ່ານ Najib Razak ກ່າວ​ຢູ່​
ໃນຖະ​ແຫຼ​ງ ການວ່າ ​ໄດ້ມີ​ການ​ດຳ​ເນີນ​ທຸກ​ຄວາມພະຍາຍາມ
ເພື່ອ​ຫາ​ທາງ​ແກ້​ໄຂ​ບັນຫາ​ດັ່ງກ່າວ​ດ້ວຍ​ສັນຕິ​ວິ​ທີ ແຕ່​ການ
​ບຸກ​ໂຈມ​ຕີ ​ໃນ​ວັນ​ອັງຄານ​ມື້​ນີ້ມີແມ່ນ​ມີຄວາມ​ຈໍາ​ເປັນ “ເພື່ອ
​ຮັກສາໄວ້​ຊຶ່ງກຽດຕິຍົດສັກ​ສີ ​ແລະອະທິປະ ​ໄຕ” ຂອງ​
ມາ​ເລ​ເຊຍ.

ການ​ຖົກ​ຖຽງ​ກັນ​ໄດ້​ເກີດ​ຂື້ນ​ໃນ​ກາງ​ເດືອນ​ກຸມພາຜ່ານ​ມາ ​ຊຶ່ງ​
ເວລາ​ນັ້ນ​ມີສະ​ມາ​ຊິກປະມານ 200 ຄົນຂອງ​ກຸ່ມປະກອບ​ອາ
ວຸດ ​ໄດ້ບຸກ​ເຂົ້າ​ໄປ​ຍຶດ​ເອົາບ້ານແຄມ​ທະ​ເລ​ແຫ່ງ​ນຶ່ງ ​ແລະ​ຮຽກ
ຮ້ອງ​ໃຫ້ມີ​ການ​ຮັບ​ຮູ້ວ່າ ​ເຂົາເຈົ້າເປັນເຈົ້າ​ຂອງ​ທີ່​ຕົກ​ທອດ​ມາ​
ແຕ່​ບັນພະບຸ​ລຸດ ຂອງລັດ Sabah ຕັ້ງຢູ່ໃນພາກ​ຕາ​ເວັນ​ອອກ​
ຂອງ​ມາ​ເລເຊຍ.

ການ​ຍິງ​ກັນ​ໄດ້​ເກີດ​ຂື້ນ​ໃນ​ວັນ​ສຸກ​ທີ່​ຜ່ານ​ມາ ​ເຮັດ​ໃຫ້ຜູ້​ບຸກລຸກ 12 ຄົນ ​ແລ​ະ​ຕໍາຫລວດ 2 ຄົນ​ເສຍ​ຊີວິດ. ນັບແຕ່​ນັ້ນ​ມາພວກ​ມື​ປືນ​ອີກ 19 ຄົນ​ ​ແລະເຈົ້າ​ໜ້າທີ່ຕໍາຫລວດ 8 ຄົນ​ກໍໄດ້​ເສຍ​ຊີວິດ.

​ເຮືອບິນ​ລົບອາຍ​ພົ່ນ​ຂອງມາ​ເລ​ເຊຍ ​ໄດ້​ຖະຫລົ່ມຂົງ​ເຂດ​ເປັນ​ເວລາ 30 ນາ​ທີໃນ​ວັນ​ອັງຄານ​ມື້​ນີ້ ກ່ອນ​ການ​ສົ່ງ​ທະຫານ​ຫຼາຍຮ້ອຍ​ຄົນເຂົ້າ​ໄປ​ໃນ​ເຂດ​ດັ່ງກ່າວ. ​ຍັງ​ບໍ່ທັນ​ເປັນ​ທີ່​ແຈ່ມ​ແຈ້ງ​ເທື່ອ​ວ່າການ​ໂຈມ​ຕີ​ທີ່​ວ່າ​ນີ້​ເປັນຜົນ​ສໍາ​ເລັດ​ຫລື​ບໍ່ ​ໃນ​ການກວດ​ລ້າງ​ພື້ນທີ່.

ທ່ານ Abraham Idjirani ​ໂຄສົກ​ຂອງ​ກຸ່ມ​ປະກອບ​ອາວຸດ​ຟິລິບ​ປີນ ກ່າວ​ວ່າ ບັນດາ​ຜູ້​ນໍາ​ຂອງ​ຕົນ​ລອດ​ຊີວິດ​ມາ​ໄດ້ຈາກ​ການ​ໂຈມ​ຕີ​ຖີ້ມລະ​ເບີດ. ທ່ານ​ຍັງ​ກ່າວ​ອີກ​ວ່າ ບາງ​ຄົນ​ພາກັນ​ຢ້ານ​ກົວ ​ແຕ່​ກໍ​ຢືນ​ຢັດ​ວ່າ ​ເຂົາ​ເຈົ້າ​ຈະ​ບໍ່​ຍອມຈຳນົນ.

​ໃນ​ວັນ​ອັງຄານມື້ນີ້ ລັດຖະມົນ​ຕີ​ການ​ຕ່າງປະ​ເທດ ຟິລິບ​ປີນ ທ່ານ Albert del Rosario ​ໄດ້​ເດີນທາງໄປນະ​ຄອນ Kuala Lymper ​ເພື່ອ​ສົນ​ທະ​ນາ​ກັບ​ຄູ່​ຕໍາ​ແໜ່​ງຝ່າຍ​ມາ​ເລ​ເຊຍ ກ່ຽວ​ກັນ​ສະຖານະ​ການ ດັ່ງກ່າວ​ນີ້.
XS
SM
MD
LG