ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ບັນດາສະມາຊິກສະພາ ມາເລເຊຍ ຮັບຜ່ານ ກົດໝາຍໃໝ່ ວ່າດ້ວຍຄວາມໝັ້ນຄົງ


ນາຍົກລັດຖະມົນຕີມາເລເຊຍ ທ່ານ Najib Razak (ກາງ) ກ່າວຄຳປາໄສ ຢູ່ທີ່ສະພາ ຊຶ່ງມີຮອງນາຍົກລັດຖະມົນຕີ ທ່ານ Muhyiddin Yassin ນັ່ງຢູ່ທາງຂ້າງ ໃນລະຫວ່າງ ກອງປະຊຸດພິເສດ ທີ່ໄດ້ມີຂຶ້ນ ເພື່ອປຶກສາຫາລື ເລື້ອງໂສກນາດຕະກຳ ຂອງຖ້ຽວບິນ MH17 ໃນ ນະຄອນຫລວງ Kuala Lumpur.
ນາຍົກລັດຖະມົນຕີມາເລເຊຍ ທ່ານ Najib Razak (ກາງ) ກ່າວຄຳປາໄສ ຢູ່ທີ່ສະພາ ຊຶ່ງມີຮອງນາຍົກລັດຖະມົນຕີ ທ່ານ Muhyiddin Yassin ນັ່ງຢູ່ທາງຂ້າງ ໃນລະຫວ່າງ ກອງປະຊຸດພິເສດ ທີ່ໄດ້ມີຂຶ້ນ ເພື່ອປຶກສາຫາລື ເລື້ອງໂສກນາດຕະກຳ ຂອງຖ້ຽວບິນ MH17 ໃນ ນະຄອນຫລວງ Kuala Lumpur.

ສະພາ​ຕ່ຳ​ຂອງ​ມາ​ເລ​ເຊຍ ​ໄດ້​ຮັບ​ຜ່ານ​ມາດ​ຕະການ ທີ່ອະນຸມັດ
ຄືນໃໝ່ ໃຫ້ມີການຈັບກຸມຄຸມຂັງ ໂດຍບໍ່ຕ້ອງຕັ້ງຂໍ້ຫາ ຕໍ່ພວກຜູ້
ຕ້ອງສົງໄສເປັນ ຜູ້ກໍ່​ການ​ຮ້າຍ ຊຶ່ງ​ເປັນ​ການ​ເຄື່ອນ​ໄຫວ ​ທີ່​ພວກ
ເຈົ້າໜ້າທີ່​ສິດທິ​ມະນຸດ ປະນາມ​ວ່າ​ ​ເປັນ​ບາດກ້າວ​ທີ່ຖອຍຫລັງ.

ບັນດາ​ຜູ້​ແທນ​ສະພາ ກ່າວ​ວ່າ​ລັດຖະບານ​ຕ້ອງການ​ກົດໝາຍ ​
ວ່າ​ດ້ວຍ ການ​ປ້ອງກັນຕໍ່ການ​ກໍ່​ການ​ຮ້າຍ ທີ່​ໄດ້​ຖືກ​ຮັບຮອງ​ເອົາ​
ໃນ​ວັນ​ອັງຄານ​ມື້​ນີ້ ​ເພື່ອ​ຮັບມື​ກັບ​ການ​ຂົ່ມຂູ່​ ໂດຍ​ພວກ​ຫົວ​ຮຸນ​ແຮງ​
ອິສລາມ​ ຢູ່ໃນ​ມາ​ເລ​ເຊຍ.

ກຸ່ມ​ປົກປ້ອງ​ສິດທິ​ມະນຸດ Human Rights Watch ຫຼື HRW ​
ເອີ້ນ​ກົດໝາຍ​ໃໝ່​ດັ່ງກ່າວ​ວ່າ “ແມ່ນ​ບາດກ້າວ​ຖອຍ​ຫລັງ​ຢ່າງ​ໃຫຍ່​ຫລວງ ສຳ​ຫລັບ​ສິດທິ​ມະນຸດ ​ໃນ​ມາ​ເລ​ເຊຍ” ​ແລະ ​ໄດ້​ເຕືອນວ່າ ມັນ​ເປັນ​ການ​ຟື້ນຟູ ​ກົດໝາຍ​ວ່າ​ດ້ວຍ ຄວາມ​ໝັ້ນຄົງ​ພາຍ​ໃນ ທີ່​ໄດ້​ຖືກ​ລົບ​ລ້າງໄປ ​ໃນ​ປີ 2012.

ທ່ານ Phil Robertson ຮອງ​ອຳນວຍ​ການຝ່າຍເອເຊຍຂອງກຸ່ມ​ປົກ ປ້ອງ​ສິດທິ​ມະນຸດ HRW ​ ກ່າວຢູ່​ໃນຖະ​ແຫລ​ງການສະບັບ​ນຶ່ງ​ວ່າ “​ໂດຍ​ການຟື້ນຟູການຄຸມ​ຂັງ​ ແບບ​ບໍ່​ມີ​ກຳນົດ ທີ່ປາດ​ສະ​ຈາກ​ການ​ດຳ​ເນີນ​ຄະດີ​ນັ້ນ ມາ​ເ​ລ​ເຊຍ ​ໄດ້​ເປີດຄືນ​ອີກ ​ຫີບຂອງ​ບັນຫາຕ່າງໆ ຫຼື Pandora’s Box ໃນການລ່ວງລະ​ເມີດຂອງ​ລັດ ທີ່​ມີ​ຈຸດປະສົງ
ທາງ​ການ​ເມືອງ ຊຶ່ງຫຼາຍໆ​ຄົນ​ຄິດ​ວ່າ ມັນໄດ້​ປິດ​ໄປ​ແລ້ວ ​ໃນ​ເວລາ​ກົດໝາຍ​ວ່າ​
ດ້ວຍ​ຄວາມ​ໝັ້ນຄົງ​ພາຍ​ໃນ ທີ່​ລະ​ເມີດ​ສິດ​ນັ້ນ ​ໄດ້​ຖືກ​ຍົກ ເລີກໄປ​ໃນ​ປີ 2012.”

ສ່ວນ​ສະພາ​ສູງ​ ​ແລະ ກະສັດ​ຂອງມາ​ເລ​ເຊຍ ​ແມ່ນ​ຄາດ​ກັນ​ວ່າ ຈະ​ ສະໜັບ​ສະ​ໜຸນຕໍ່
ມາດ​ຕະການ​ດັ່ງກ່າວ ໂດຍຈະ​ອະນຸຍາດ​ໃຫ້ມັນກາຍ​ມາ​ເປັນ​ກົດໝາຍ​.

ການ​ຮັບ​ຜ່ານ​ກົດໝາຍ​ດັ່ງກ່າວ ມີ​ຂຶ້ນ ສອງ​ມື້ຫຼັງຈາກ​ທີ່ ກອງ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ
​ໄດ້​ຈັບ​ກຸມ 17 ຄົນ ຜູ້​ທີ່​ຖືກສົງ​ໄສ​ວ່າ ວາງ​ແຜນການ​ໂຈມ​ຕີ ຕໍ່ ​ທະນາຄານ ປ້ອມຕຳຫລວດ
​ແລະ ຄ້າຍ​ທະຫານ ຕ່າງໆ​ ​ເພື່ອ​ຈະ​ໄດ້​ອາວຸດຕ່າງໆ​ນັ້ນ.

ການ​ຈັບ​ກຸມ​ທີ່​ສຳຄັນ​ທີ່​ສຸດ 2 ຄັ້ງ ​ໃນ​ວັນ​ອາທິດ​ຜ່ານ​ມານັ້ນ ​ແມ່ນ​ພວກ​ຜູ້​ຊາຍ ​ຜູ້​ທີ່ໄດ້ຮັບ​
ການ​ເຝິກ​ແອບ​ມາ ໂດຍ​ພວກ​ຫົວ​ຮຸນ​ແຮງ ຢູ່​ໃນ​ຊີ​ເຣຍ.

XS
SM
MD
LG