ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສາມປະເທດ ເອເຊຍ ຕາເວັນອອກສຽງໃຕ້ ບໍ່​ເຕັມໃຈ​ ທີ່ຈະຮັບ​ເອົາ​ ເຮືອ​ອົບ​ພະຍົບ


ຕຳຫລວດຄົນໜຶ່ງຢືນຢາມ ພວກຊາຍຊົນເຜົ່າ ໂຣຮິງຢາ ຂະນະທີ່ ຖືກນຳມາໂຮມກັນໄວ້ ຢູ່ທີ່ພັກອາໄສຊົ່ວຄາວ ຢູ່ໃນເມືອງ Lhoksukon ຂອງອິນໂດເນເຊຍ ຫຼັງຈາກທີ່ເຮືອຂອງພວກເຂົາເຈົ້າ ຖືກພັດເຂົ້າມາຮອດຝັ່ງ ເກາະ Sumatra, ວັນທີ 13 ພຶດສະພາ 2015.
ຕຳຫລວດຄົນໜຶ່ງຢືນຢາມ ພວກຊາຍຊົນເຜົ່າ ໂຣຮິງຢາ ຂະນະທີ່ ຖືກນຳມາໂຮມກັນໄວ້ ຢູ່ທີ່ພັກອາໄສຊົ່ວຄາວ ຢູ່ໃນເມືອງ Lhoksukon ຂອງອິນໂດເນເຊຍ ຫຼັງຈາກທີ່ເຮືອຂອງພວກເຂົາເຈົ້າ ຖືກພັດເຂົ້າມາຮອດຝັ່ງ ເກາະ Sumatra, ວັນທີ 13 ພຶດສະພາ 2015.

ບັນ​ດາ​ລັດຖະບານ​ຂອງປະ​ເທດ​ໃນເອ​ເຊຍຕາ​ເວັນ​ອອກສຽງ​ໃຕ້
ຍັງສືບ​ຕໍ່​ສະ​ແດງ​ຄວາມ​ບໍ່​ເຕັມໃຈ​ ທີ່ຈະຮັບ​ເອົາ​ເຮືອທີ່​ບັນຈຸ​ຊາວ
​ແຮງ​ງານ​ເຄື່ອນ​ຍ້າຍ ​ແລະ ຊາວອົບ​ພະຍົບ ທີ່​ຖືກ​ປ່ອຍປະ​ໄວ້​
ໃນ​ທະ​ເ​ລ​ ໂດຍ​ພວກ​ຄ້າ​ມະນຸດ ​ຊຶ່ງ​ໄດ້​ເຮັດ​ໃຫ້ ​ວິ​ກິດ​ການ​ດ້ານ
​ມະນຸດສະທຳ ຊຸດ​ໂຊມ​ລົງ​ຕື່ມ​ອີກ.

ບັນດານັກ​ເຄື່ອນ​ໄຫວ ກະປະມານ​ວ່າ ມີຫຼາຍເຖິງ 8,000 ຄົນ
ໃນອັນ ທີ່​ເອີ້ນ​ກັນ​ວ່າ ອົບ​ພະຍົບທາງ​ເຮືອ ​ແມ່ນ​ຍັງ​ພາກັນລ່ອງ
ລອຍຢູ່ໃນທະ​ເລ​ຢູ່​ ​ແລະຫຼາຍໆ​ຄົນ​ປາດ​ສະ​ຈາກ​ອາຫານ ແລະ
ນ້ຳທີ່​ພຽງພໍ ຫຼັງຈາກ​ປະ​ເທດ​ໄທ ປາບ​ປາມ​ຂະ​ບວນການ​ຄ້າ​ມະນຸດ
ຢ່າງ​ກວ້າງ​ຂວາງ ​ທີ່ໄດ້ລົບກວນ​ເຄືອ​ຂ່າຍ ການຂົນ​ສົ່ງ​ ຂອງພວກ
ອາຊະຍາກອນ​ດັ່ງກ່າວ.

ປະ​ເທດມາ​ເລ​ເຊຍ ອິນ​ໂດ​ເນ​ເຊຍ ​ແລະ​ໄທ ແມ່ນ 3 ປະເທດ ທີ່ພວກ ​ແຮງ​ງານ​ເຄື່ອນ​ຍ້າຍ
​ແລະ ອົບ​ພະຍົບ ​ໄດ້ພະຍາຍາມ​ເດີນທາງ​ເຂົ້າ​ໄປ ​ແລະປະ​ເທດ​ເຫຼົ່ານັ້ນ​ກ່າວ​ວ່າ ​ແຮງ​ງານ​
ເຄື່ອນ​ຍ້າຍທີ່​ໝົດ​ຄວາມ​ຫວັງ ​ ​ບໍ່​ແມ່ນຄວາມ​ຮັບຜິດຊອບ​ຂອງ​ພວກ​ຕົນ ​ແລະ ​ປະຕິ​ເສດ
ຕໍ່​ຄຳ​ຂໍຮ້ອງ​ ຂອງສະຫະ​ປະຊາ​ຊາດ ​ແລະ ບັນດາກຸ່ມປົກ​ປ້ອງ​ສິດທິ​ມະນຸດ.

ຮອງ​ລັດຖະມົນຕີ ກະຊວງ​ພາຍ​ໃນມາ​ເລ​ເຊຍ ທ່ານ Wan Junaidion ກ່າວໃນ​ວັນ​ພະຫັດ
​ມື້​ນີ້ ວ່າ ປະ​ເທດ​ຂອງ​ທ່ານ ຕ້ອງ “ສົ່ງ​ຂໍ້ຄວາມ​ອັນຖືກຕ້ອງ​ວ່າ: ປະ​ເທດ​ຕົນບໍ່​ຍິນດີ​
ຕ້ອນຮັບພວກ​ເຂົາ​ເຈົ້າ.”

ສ່ວນ​ບັນດາ​ເຈົ້າໜ້າທີ່​ມາ​ເລ​ເຊຍ​ຄົນ​ອື່ນໆ ກ່າວ​ວ່າ ການ​ລາດຕະ​ເວນ​ທາງ​ທະ​ເລ ​ແລະ​
ອາກາດ ແມ່ນໄດ້​ເພີ້​ມຂຶ້ນອີກ​ ເພື່ອ​ສະກັດ​ກັ້ນ “ການ​ລ່ວງລ້ຳທີ່​ຜິດ​ກົດໝາຍ.”

​ເມື່ອ​ຕົ້ນອາທິດ​ນີ້ ມີ​ອົບ​ພະຍົບທາງ​ເຮືອ ຫຼາຍກວ່າ 1,000 ຄົນ ທີ່​ຖືກ​ປ່ອຍປະ​ໄວ້ ​ຢູ່​ໃນ​
ທະ​ເລ ພາກັນ​ລອຍ​ເຂົ້າຝັ່ງ ມາ​ເລ​ເຊຍ. ບັນດາ​ເຈົ້າໜ້າ​ທີ່​ກ່າວ​ວ່າ ພວ​ກ​ອົບ​ພະຍົບທາງ​ເຮືອ ດັ່ງກ່າວ ດຽວ​ນີ້ໄດ້​ຖືກ​ຄຸມ​ໂຕ​ໄວ້ ​ຢູ່ຕາມ​ຄ້າຍ​ກັກ​ຂັງ​ຕ່າງໆ ​ໃນ​ຂະນະ​ທີ່ ມີ​ການ​ກະກຽມ ​ທີ່​ຈະ​ສົ່ງ​ພວກ​ເຂົາ​ເຈົ້າ ​ໄປ​ບ່ອນ​ອື່ນ​.

​ອົບ​ພະຍົບ ເກືອບ 600 ຄົນ ຍັງ​ໄດ້ຮັບ​ການຊ່ອຍ​ເຫຼືອ ​ໃນ​ວັນ​ອາທິດຜ່ານ​ມາ ​ໂດຍ​
ກອງທັບ​ເຮືອ​ ອິນ​ໂດ​ເນ​ເຊຍ. ບັນດາ​ເຈົ້າໜ້າ​ທີ່ ​ອິ​ນໂດ​ເນ​ເຊຍ ກ່າວ​ວ່າ ອົບ​ພະຍົບທາງ​ເຮືອ ດັ່ງກ່າວ ດຽວ​ນີ້ ​ໄດ້​ຮັບ​ອາຫາ​ນ ​ແລະ ທີ່​ພັກ​ອາ​ໄສ ຢູ່​ໃນ​ຂົງ​ເຂດ​ Aceh ເໜືອ ​ໃນ​ຂະນະ​ທີ່ ລັດຖະບານ ປຶກສາ​ຫາລື ກັບ​ອົງການ​ສະຫະ​ປະຊາ​ຊາດ ​ແລະ ອົງການ​ສາກົນອື່ນໆ.

ສ່ວນພວກ​ເຮືອ​ທີ່​ບັນຈຸຫຼາຍຮ້ອຍ​ຄົນ ​ໄດ້​ຖືກ​ກອງທັບ​ເຮືອຂອງ ມາ​ເລ​ເຊຍ ​ແລະ
ອິນ​ໂດ​ເນ​ເຊຍ ​ເຂົ້າສະກັດ​ກັ້ນ​ໄວ້ ​ແລະ​ໄດ້​ເອົາ​ອາຫານແລະ​ນ້ຳ ສຸກ​ເສີນ ​ໃຫ້​ແກ່​ພວກ
​ເຂົາ​ເຈົ້າ ຫຼັງຈາກ​ນັ້ນ ​ໄດ້ສົ່ງ​ພວກ​ເຮືອ​ດັ່ງກ່າວ ອອກ​ໄປ​ຈາກ​ປະ​ເທດ​ພວກ​ຕົນ.

SE Asia Boat People
please wait
Embed

No media source currently available

0:00 0:00:41 0:00

Southeast Asian governments continue to express unwillingness to take in boat loads of migrants and refugees abandoned at sea by people smugglers, worsening an already dire humanitarian crisis.

Activists estimate as many as 8,000 so-called boat people remain adrift, many without adequate food or water, after a Thai crackdown on a vast people-smuggling ring disrupted the criminal transportation networks.

Malaysia, Indonesia, and Thailand - three countries where the migrants and refugees have tried to reach - say the desperate migrants are not their responsibility, rejecting appeals by the U.N. and rights groups.

Malaysian Deputy Home Minister Wan Junaidion Thursdaysaid his country must "send the right message: that they are not welcome here." Other Malaysian officials said sea and air patrols were being ramped up to prevent "illegal intrusion."

Earlier this week, over 1,000 abandoned boat people swam ashore in Malaysia. Officials say they are now being held in detention camps while preparations are being made to send them elsewhere.

Nearly 600 migrants were also rescuedon Sundayby the Indonesian navy. Officials say those boat people are now being given food and shelter in the north Aceh region while the government consults with the U.N. and other international bodies.

Other boats carrying hundreds of people have been intercepted by the Malaysian and Indonesian navies, which after providing the migrants with emergency food and water supplies, turned them away.

XS
SM
MD
LG