ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນຍ ມາເລເຊຍ ເຂົ້າ ໂຮງພະຍາບານ


ນາຍົກລັດຖະມົນຕີມາເລເຊຍ ທ່ານ Najib Razak
ນາຍົກລັດຖະມົນຕີມາເລເຊຍ ທ່ານ Najib Razak

ເຈົ້າໜ້າທີ່ມາເລເຊຍກ່າວວ່ານາຍົກລັດຖະມົນຕີ Najib Razak ທີ່ຖືກກວດພົບວ່າ ເປັນ
ໝາກສຸກໝາກໃສໃນສັບປະດາແລ້ວ ໄດ້ເຂົ້າໄປຮັບການປິ່ນປົວທີ່ໂຮງພະຍາບານຍ້ອນ
ກະເພາະເປັນແຜແລະອັກເສບ.

ໃນຖະແຫຼງຂ່າວສະບັບນຶ່ງ ທີ່ສົ່ງໃຫ້ອົງການຂ່າວ Bernama ຂອງທາງການມາເລເຊຍໃນ
ວັນສຸກມື້ນີ້ເອກອະທິບໍດີຂອງກະຊວງສາທາລະນະສຸກມາເລເຊຍ ທ່ານ Ismail Marican
ກ່າວວ່າທ່ານ Najib ໄດ້ເຂົ້າຮັບການປິ່ນປົວ ຢູ່ທີ່ໂຮງພະຍາບານຂອງລັດຖະບານ ໃນນະ
ຄອນຫຼວງກົວລາລຳເປີ ໃນຄືນວັນພະຫັດວານນີ້.

ຖະແຫຼງຂ່າວແຈ້ງວ່າ ຜົນຂອງການກວດພາຍໃນພົບວ່າ ກະເພາະຂອງທ່ານໄດ້ເປັນບາດ
ແຜຕື້ນໆແລະເກີດອາການອັກເສບ. ທ່ານ Ismail ເວົ້າວ່າ ນາຍົກລັດຖະມົນຕີມາເລເຊຍ
ໄດ້ເລີ້ມຮັບການປິ່ນປົວແລ້ວ ແລະຄາດວ່າຈະໄດ້ຢູ່ທີ່ໂຮງພະຍາບານຕື່ມອີກສອງສາມມື້.

ທ່ານ Najib ໄດ້ເປັນໝາກສຸກໝາກໃສ ໃນລະຫວ່າງກອງປະຊຸມສຸດຍອດ ຂອງສະມາຄົມ
ອາຊ່ຽນ ທີ່ປະເທດຫວຽດນາມໃນທ້າຍສັບປະດາແລ້ວ. ທ່ານບໍ່ໄດ້ເຂົ້າຮ່ວມການພົບປະ
ກັບລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ແລະນາຍົກລັດ
ຖະມົນຕີອອສເຕຣເລຍ ທ່ານນາງ Julia Gillard.

XS
SM
MD
LG