ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນາຍົກ ມາເລເຊຍ ອອກມາປົກປ້ອງ ກົດໝາຍ ປາບປາມ ລັດທິກໍ່ການຮ້າຍ


ນາຍົກລັດຖະມົນຕີ ມາເລເຊຍ ທ່ານ Najib Razak ກວດກາກອງກຽດຕິຍົດ ໃນລະຫວ່າງການເປີດພິທີຂອງ ກອງປະຊຸມສະພາແຫ່ງຊາດ ໃນນະຄອນຫຼວງ ກົວລາລຳເປີ, ມາເລເຊຍ. 10 ທັນວາ, 2015
ນາຍົກລັດຖະມົນຕີ ມາເລເຊຍ ທ່ານ Najib Razak ກວດກາກອງກຽດຕິຍົດ ໃນລະຫວ່າງການເປີດພິທີຂອງ ກອງປະຊຸມສະພາແຫ່ງຊາດ ໃນນະຄອນຫຼວງ ກົວລາລຳເປີ, ມາເລເຊຍ. 10 ທັນວາ, 2015

ນາຍົກລັດຖະມົນຕີ ມາເລເຊຍ ທ່ານ Najib Razak ກ່າວວ່າ ກົດ ໝາຍ ຕໍ່ຕ້ານລັດທິກໍ່ການຮ້າຍຂອງປະເທດ ແມ່ນອາວຸດທີ່ຈຳເປັນ ຕໍ່ກັບສິ່ງທີ່ ທ່ານໄດ້ກ່າວວ່າເປັນໄພຂົ່ມຂູ່ໂດຍພວກ ລັດອິສລາມ ທີ່ມີ “ຄວາມເປັນຈິງແທ້ໆ.”

ທ່ານ Najib ໄດ້ສະເໜີການປ້ອງກັນຕົວໃນວັນຈັນມື້ນີ້ ທີ່ນະຄອນ ຫຼວງ ກົວລາລຳເປີ ໃນການເລີ່ມຕົ້ນຂອງກອງປະຊຸມສາກົນສອງມື້ ກ່ຽວກັບ ລັດທິຫົວຮຸນແຮງ. ກົດໝາຍໃໝ່ໄດ້ກາຍເປັນເລື່ອງທີ່ຮ້ອນ ແຮງ ຈາກບັນດານັກເຄື່ອນໄຫວສິດທິມະນຸດ ກ່ຽວກັບການກັບຄືນ ມາ ຂອງການປະຕິບັດທີ່ເກົ່າແກ່ ຫຼາຍສິບປີ ເຊິ່ງອະນຸຍາດໃຫ້ຕຳ ຫຼວດຄວບຄຸມຕົວຜູ້ຕ້ອງສົງໄສໂດຍບໍ່ມີການສອບສວນ.

ທ່ານນາຍົກລັດຖະມົນຕີໄດ້ກ່າວວ່າ ທ່ານເຂົ້າໃຈເຖິງຄວາມຕ້ອງການ ທີ່ຈະຮັກສາການປົກ ປ້ອງສິດທິຂອງບຸກຄົນ, ແຕ່ໄດ້ຊີ້ໃຫ້ເຫັນວ່າ “ມັນບໍ່ມີການປົກປ້ອງສິດທິຂອງບຸກຄົນພາຍໃຕ້ ພວກ Daesh,” ເຊິ່ງເປັນອີກຊື່ໜຶ່ງຂອງພວກ IS. “ວິທີທີ່ດີທີ່ສຸດເພື່ອສະໜັບສະໜູນການ ປົກ ປ້ອງສິດທິຂອງບຸກຄົນ ກໍແມ່ນການຮັບປະກັນວ່າປະເທດ ມີຄວາມປອດໄພ.”

XS
SM
MD
LG