ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

Sultan Abdul Halim Mu’adzam ຖືກແຕ່ງຕັ້ງໃຫ້ເປັນ ເຈົ້າຊີວິດມາເລເຊຍ ອີກຄັ້ງນຶ່ງ


Sultan Abdul Halim Mu’adzam ​ທໍາ​ການສາບານ​ຕົວເຂົ້າຮັບໜ້າທີ່ຕາມປະ​ເພນີ ໃນ​ພິທີທີ່ຈັດຂຶ້ນຢູ່ ພະຣາຊວັງ​ແຫ່ງຊາດ​ໃນ​ນະຄອນຫລວງກົວ​ລາ​ລໍ​າ​ເປີ​ໃນ​ວັນ​ອັງຄານ ທີ 13 ທັນວານີ້.
Sultan Abdul Halim Mu’adzam ​ທໍາ​ການສາບານ​ຕົວເຂົ້າຮັບໜ້າທີ່ຕາມປະ​ເພນີ ໃນ​ພິທີທີ່ຈັດຂຶ້ນຢູ່ ພະຣາຊວັງ​ແຫ່ງຊາດ​ໃນ​ນະຄອນຫລວງກົວ​ລາ​ລໍ​າ​ເປີ​ໃນ​ວັນ​ອັງຄານ ທີ 13 ທັນວານີ້.

Sultan Abdul Halim Mu’adzam ​ໄດ້​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ເຈົ້າຊີວິດ​ຂອງ​ມະ​ເລ​ເຊຍ​ອົງ
ໃໝ່, ຊຶ່ງເປັນກະສັດ ພາຍໃຕ້​ລັດຖະທໍາ​ມະນູນທີ່​ມີ​ພະຊົນສູງທີ່​ສຸດ​ຂອງ​ປະ​ເທດເທົ່າທີ່ເຄີຍ
ມີມາ.

Sultan Abdul Halim ທີ່​ມີ​ພະຊົນມາຍຸ 84 ພັນສາ ​ໄດ້​ທໍາ​ການສາບານ​ຕົວເຂົ້າຮັບໜ້າທີ່
ຕາມປະ​ເພນີ ​ໃນ​ພິທີທີ່ຈັດຂຶ້ນຢູ່ພະຣາຊວັງ​ແຫ່ງຊາດ​ໃນ​ນະຄອນ ຫລວງກົວ​ລາ​ລໍ​າ​ເປີ ​ໃນ​
ວັນ​ອັງຄານ ມື້ນີ້.

Sultan Abdul Halim ເປັນເຈົ້າຊີວິດ​ຂອງ​ມະ​ເລ​ເຊຍ​ອົງ​ທໍາ​ອິດ ທີ່​ໄດ້​ຂຶ້ນຄອງບັນລັງສອງ
ຄັ້ງ​ໃນຊີວິດ. ພະອົງເຄີຍຂຶ້ນ​ຄອງຣາດ​ເປັນ​ເຈົ້າຊີວິດມາແລ້ວ ​ໃນປີ 1970 ຫາ 1975.

ຜູ້​ປົກຄອງ​ປະ​ເທດທີ່​ເປັນ​ເຊື້ອພະ​ວົງ 9 ພະ​ອົງ​ຂອງ​ມາເລ​ເຊຍ ​ໄດ້​ປ່ຽນກັນ​ຂຶ້ນ​ເປັນກະສັດ
ຂອງປະເທດ ​ໃນ​ແຕ່ລະ 5 ປີ.

ເຖິງ​ແມ່ນ​ວ່າ ຕໍາ​ແໜ່ງ​ເຈົ້າຊີວິດ ສ່ວນ​ໃຫຍ່​ແລ້ວ​ ​ເປັນ​ຕຳແໜ່ງໃນທາງພິທີການກໍຕາມ ແຕ່​
ວ່າ ເຈົ້າຊີວິດ ​ກໍເປັນ​ຜູ້​ທີ່ໃຫ້ການຢືນຢັນ​ໃນ​ການແຕ່ງຕັ້ງຄະນະ​ລັດຖະ ບານຂອງ​ນາຍົກ
ລັດຖະມົນຕີ ​ແລ​ະກໍ​ເປັນ​ຜູ້​ບັນຊາ​ການ​ທະຫານ​ສູງ​ສຸດ​ຂອງ​ປະ​ເທດນຳດ້ວຍ.

ນອກນັ້ນເຈົ້າຊີວິດ​ຍັງເປັນ​ຜູ້​ແຕ່ງຕັ້ງນັກບວດ​ສາດສະໜາອິສລາມ ​ແລະກໍມີການຖື​ວ່າພະອົງ
ຊົງ​ເປັນຜູ້ນຳຂອງອິດສະ​ລາມ ຊຶ່ງເປັນສາສະໜາທີ່ປະຊາຊົນສ່ວນ ໃຫຍ່ໃນມາເລເຊຍນັບ
ຖືນັ້ນ.

XS
SM
MD
LG