ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

​ມາ​ເລ​ເຊຍ ສືບຕໍ່ຊອກ​ຄົ້ນ​ຫາ ພວກ​ທີ່​ອາດ​ ລອດ​ຊີວິດ​ມາ​ໄດ້ ຈາກ​ເຮືອ​ຫຼົ້ມ​


ບັນດາ​ເຈົ້າ​ໜ້າ​ທີ່​ມາ​ເລເຊຍ ກ່າວ​ວ່າ 13 ສົບ​ໄດ້​ໄຫລ​ເຂົ້າ​ໄປ​ຫາ
ຫາດຊາຍຢູ່ໃນ​ລັດ Johor ທາງ​ພາກ​ໃຕ້​ຂອງ​ປະ​ເທດໃນ​ວັນອັງ
ຄານ​ມື້​ນີ້.

ຜູ້​ບັນຊາ​ການ​ຕຳຫຼວດປະຈຳ​ເມືອງ ທ່ານ Rhatmat Othman
ກ່າວວ່າ ພວກ​ເຄາະ​ຮ້າຍ ປະ​ກອບດ້ວຍຜູ້​ຊາຍສີ່​ຄົນ ​ແລະ​ແມ່ຍິງ
ເກົ້າຄົນ ທີ່ຮວມຢູ່​ໃນບັນດາ​ຜູ້​ເຂົ້າ​ເມືອງ​ຜິດ​ກົດໝາ​ຍຈາກອິນ​ໂດ
​ເນ​ເຊຍ ຊຶຶ່ງ​ເຮືອ​ເຂົາ​ເຈົ້າ​ຫລົ້ມ​ ໃນ​ລະຫວ່າງ​ທີ່​ສະພາບ​ອາກາດ​ປັ່ນ​ປ່ວນ.

ການ​ຊອກ​ຄົ້ນ​ຫາ ​ແລະ​ກູ້​ໄພ​ກຳລັງ​ດຳ​ເນີນ​ຢູ່​ໃນ​ຂະນະ​ນີ້.

ຊາວ​ອິນ​ໂດເນ​ເຊ​ຍຫລາຍ​ຄົນ ພາກັນ​ສ່ຽງ​ຊີວິດໃນແຕ່​ລະ​ປີ ​ພະຈົນ​ໄພ​ເດີ​ນທາງໆ​ທະ​ເລ ​ເພື່ອຊອກ​ຫາ​ວຽກ​ເຮັດ​ງານ​ທຳ​ຢູ່ ປະ​ເທດ​ມາ​ເລ​ເຊຍ.

XS
SM
MD
LG