ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ມີການປະກາດວ່າ ຖ້ຽວ​ບິນ MH370 ຂອງມາ​ເລ​ເຊຍ ທີ່ ຫາຍສາບສູນນັ້ນ ເປັນຍ້ອນອຸບັດເຫດ


ພະນັກງານສາຍການບິນມາເລເຊຍ ຄົນນຶ່ງຍ່າງຂຶ້ນ ໄປໃນຖ້ຽວບິນ ກ່ອນອອກເດີນທາງ ຢູ່ທີ່ສະໜາມບິນສາກົນ Kuala Lumpur ໃນ Sepang, ວັນທີ 14 ພຶດສະພາ 2014.
ພະນັກງານສາຍການບິນມາເລເຊຍ ຄົນນຶ່ງຍ່າງຂຶ້ນ ໄປໃນຖ້ຽວບິນ ກ່ອນອອກເດີນທາງ ຢູ່ທີ່ສະໜາມບິນສາກົນ Kuala Lumpur ໃນ Sepang, ວັນທີ 14 ພຶດສະພາ 2014.

ເຮືອບິນ​ໂດຍສານສາຍ​ການບິນ​ມາ​ເລ​ເຊຍ ຖ້ຽວ​ບິນ MH370 ທີ່​
ຫາຍ​ສາບ​ສູນ​ໄປ​ເມື່ອ​ປີ​ກາຍ​ນີ້ ໄດ້​ຖືກ​ປະກາດຢ່າງ​ເປັນ​ທາງ​ການ
​ວ່າ ແມ່ນ​ເປັນ​ຍ້ອນ​ອຸບັດ​ເຫດ ຊຶ່ງ​ໝາຍ​ຄວາມ​ວ່າ ລູກ​ເຮືອ ແລະ
ພະນັກງານ​ທັງ​ໝົດ 239 ຄົນ​ໃນ​ຖ້ຽວ​ບິນ​ນັ້ນ ບັດ​ນີ້​ແມ່ນສັນນິຖານ
​ວ່າ​ເສຍ​ຊີວິດແລ້ວ.

​ໃນຂະນະ​ທີ່ ການ​ຕັດສິນດັ່ງກ່າວ ຟັງແລ້ວແມ່ນເປັນທີ່ຮັບເອົາໄດ້
ຍາກ​ ຫຼັງຈາກການ​ຊອກ​ຫາ​ເຮືອບິນ​ໂດຍສານ​ລຳນີ້ ​ທີ່​ບໍ່​ສາມາດ
​ພົບເຫັນເກືອບ​ປີ​ໜຶ່ງຜ່ານ​ມາ​ແລ້ວນັ້ນ ແຕ່ມັນກໍ​ເປັນ​ຜົນ ໃນທາງ
ປະຕິບັດ ຊຶ່ງ​ບັດ​ນີ້ ບັນດາ​ຄອບຄົວ​ຂອງ​ຜູ້​ເຄາະ​ຮ້າຍ​ ຈະ​ສາມາດຍື່ນ​ຄຳຮ້ອງ ເຖິງ​ສາຍ​ການບິນ ​ເພື່ອຂໍເງິນຊົດເຊີຍ.

ປະທານການບິນ​ພົນ​ລະ​ເຮືອນມາ​ເລ​ເຊຍ ທ່ານ Azharuddin Abdul Rahman ​ໄດ້​ທຳ​
ການປະກາດຜ່ານ​ທາງ​ໂທລະພາບ ​ໃນ​ວັນ​ພະຫັດ​ວານ​ນີ້ ໂດຍ​ກ່າວ​ວ່າ ການ​ຕັດສິນແມ່ນ​
ໄດ້​ມີ​ຂຶ້ນ "ດ້ວຍ​ຄວາມຕື້ນ​ຕັນ​ໃຈ ​ແລະ​ດ້ວຍຄວາມໂສກ​ເສົ້າຢ່າງ​ເລິກ​ເຊິ່ງ." ທ່ານ​
ຍັງ​ກ່າວ​ອີກ​ວ່າ ສາຍ​ການບິນ ​ແມ່ນ​ພ້ອມ​ແລ້ວ ທີ່​ຈະ​ດຳ​ເນີນ​ຂັ້ນຕອນ ກ່ຽວກັບການ
ຮຽກຮ້ອງ ເອົາເງິນຊົດເຊີຍ ​ໂດຍ​ທັນທີ.

​ເຮືອບິນ​ Boeing 777 ​ໄດ້​ຫາຍ​ສາບ​ສູນ​ໄປ​ເໜືອມະຫາ​ສະມຸດ ອິນ​ເດຍ ​ໃນວັນ​ທີ 8 ມີນາ
ປີ 2014 ໂດຍໄດ້​ບິນ​ອອກ ​ຈາກ​ເສັ້ນທາງ​ ບິນຫຼາຍພັນ​ກິ​ໂລ​ແມັດ ​ໃນ​ຖ້ຽວ​ບິນ​ຈາກ Kuala Lumpur ​ໄປ​ຍັງ ປັກ​ກິ່ງ.

ຫົວໜ້າ​ການບິນ ກ່າວ​ວ່າ ການ​ສືບສວນ​ສອບ​ສວນ ​ກ່ຽວກັບສາເຫດ ​ແລະຈຸດ​ເກີດ​ອຸບັດ​
ເຫດນັ້ນ ​ແມ່ນ​ຍັງ​ສືບ​ຕໍ່​ໄປຢູ່ ​ແຕ່ຍັງ​ບໍ່​ມີ​ຫລັກ​ຖານ​ເທື່ອ ​ໂດ​ຍສະ​ເພາະ​ແມ່ນ​ຫີບ​ບັນ​ທຶກ​
ສຽງ ແລະບັນທຶກ​ຂໍ້​ມູນ​ ຕະຫຼອດ ທັງຄວາມ​ອາດ​ສາມາດ​ຂອງບັນດາ​ນັກຄົ້ນຫາ ​ແມ່ນ​ມີ
​ຂໍ້​ຈຳກັດ.

ທ່ານ​ກ່າວ​ອີກ​ວ່າ ​ລາຍງານ​ຊົ່ວຄາວ ​ທີ່​ລະບຸ​ລາຍ​ລະອຽດ​ຂອງ​ຄວາມ ຄືບໜ້າໃນສືບສວນ​
ສອບ​ສວນ​ດ້ານ​ຄວາມ​ປອດ​ໄພນັ້ນ ​ແມ່ນ​ຈະນຳ ​ອອກ​ເຜີຍແຜ່​ໃນ​ໄວໆ​ນີ້.

MALAYSIA PLANE VIDEO
please wait
Embed

No media source currently available

0:00 0:01:23 0:00


Malaysia Airlines has formally declared the disappearance of last year's Flight MH370 to be an accident, meaning the 239 people aboard the flight are now presumed dead.

While the ruling sounds stark, after nearly a year of searching for the plane that could not be found, it has a practical effect: families of the victims may now apply to the airline for compensation.

Malaysia civil aviation chief Azharuddin Abdul Rahman made the televised announcement Thursday, saying the decision was made "with the heaviest heart and deepest sorrow." He also said the airline is ready to proceed with compensation claims immediately.

The Boeing 777 disappeared over the Indian Ocean March 8, 2014, having veered thousands of kilometers off course on a flight from Kuala Lumpur to Beijing.

The aviation chief said the investigation into the cause and location of the accident are ongoing, but with no physical evidence, particularly without the flight voice and data recorders, the searchers' capabilities are limited.

He said an interim report detailing the progress of a safety investigation should be out soon.

XS
SM
MD
LG