ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວມາເລເຊຍ ລົງຄະແນນສຽງ ເລືອກຕັ້ງແຫ່ງຊາດ ໃນມື້ນີ້ ​(ວີດິໂອ)


ຜູ້ຍິງຢືນລຽນແຖວເພື່ອລົງຄະແນນສຽງ ຢູ່ສະຖານີປ່ອນບັດ ເມືອງ Penanti ໃນລັດ Penang ພາກເໜືອຂອງມາເລເຊຍ ໃນວັນທີ 5 ພິດສະພາ 2013.
ຜູ້ຍິງຢືນລຽນແຖວເພື່ອລົງຄະແນນສຽງ ຢູ່ສະຖານີປ່ອນບັດ ເມືອງ Penanti ໃນລັດ Penang ພາກເໜືອຂອງມາເລເຊຍ ໃນວັນທີ 5 ພິດສະພາ 2013.
ຊາວມາເລເຊຍພາກັນໄປລົງຄະແນນສຽງໃນວັນອາທິດມື້ນີ້ ​
ໃນການເລືອກຕັ້ງແຫ່ງຊາດ ທີ່ພວກນັກວິເຄາະເຫດການເວົ້າ
ວ່າ ອາດພາ​ໃຫ້ມີການໂຄ່ນລົ້ມ​ພັກປະສົມ​ທີ່ປົກຄອງປະ​ເທດ
ມາ​ເປັນ​ເວລາ​ເກືອບ 56 ປີນັ້ນ ລົງກໍ​ໄດ້.

​ກຸ່ມປະສົມດັ່ງກ່າວທີ່ນໍາພາໂດຍ ພັກອົງການສາມັກຄີແຫ່ງຊາດ
ຊາວມາເລ ຂອງນາຍົກລັດຖະມົນຕີ Najib Razak ແມ່ນບໍ່​
ເຄີຍໄດ້ເສຍໄຊໃນການ ເລືອກຕັ້ງຈັກເທື່ອ ນັບແຕ່ໄດ້ຮັບເອ
ກະລາດຈາກອັງກິດ ໃນປີ 1975 ເປັນຕົ້ນມາ.

ແຕ່ເຖິງຢ່າງໃດກໍຕາມ ທ່ານ Anwar Ibrahim ຜູ້ນໍາຂອງແນວໂຮມສາມ ພັກຝ້າຍຄ້ານ
ກໍຫວັງວ່າ ຄວາມບໍ່ພໍໃຈທີ່ມີຢູ່ຢ່າງແຜ່ຫລາຍນໍາກຸ່ມທີ່ປົກຄອງປະເທດຢູ່ໃນປັດຈຸບັນ
ຈະຍັງ​ຜົນໃຫ້ມີການ​ຖີບ​ຂຶ້ນ​ໃນຈໍານວນຄະແນນ ສຽງສະໜັບສະໜຸນ ເພື່ອຊຸກດັນໃຫ້
ພວກເຂົາເຈົ້າໄດ້ຂຶ້ນກໍາອໍານາດ.

ເວລາ​ນີ້ ບ່ອນ​ປ່ອນ​ບັດ​ແມ່ນ​ໄດ້​ອັດ​ລົງ​ແລ້ວ ​ແລະ​ພວກ​ພະນັກງານ​ເລືອກ​ຕັ້ງ​ກໍ​ເລີ້ມ​ພາ
ກັນ​ລົງມື​ນັບ​ບັດ​ຄະ​ແນນ​ສຽງ​ແລ້ວ.

ພວກມີ​ສິດ​ເລືອກ​ຕັ້ງ ຍັງຈະໄດ້ປ່ອນ​ບັດເອົາຜູ້ແທນເຂົ້າໄປນັ່ງໃນສະພາແຫ່ງຊາດ ທີ່ມີ
222 ບ່ອນນັ່ງ ແລະອີກສິບກ່ວາບ່ອນນັ່ງ ສໍາລັບ​ຜູ້​ແທນປະຈໍາລັດຕ່າງໆ ນໍາອີກດ້ວຍ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

XS
SM
MD
LG