ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມາເລເຊຍ ວ່າ ຕົນບໍ່ໄດ້ໃຫ້ຂໍ້ມູນ ທີ່ຂັດແຍ້ງກັນ ກ່ຽວກັບ ເຮືອບິນ ທີ່ຫາຍໄປ (ສະໄລດ໌/ວີດີໂອ)


Malaysian Jet's Disappearance Exposes Security Gaps
please wait

No media source currently available

0:00 0:02:30 0:00
ບັນດາ​ເຈົ້າ​ໜ້າ​ທີ່​ມາ​ເລ​ເຊຍ​ກຳລັງ​ປະຕິ​ເສດ​ຕໍ່​ການ​ກ່າວ​ຫາ​
ທີ່​ວ່າ ພວກ​ຕົນ​ບໍ່​ໄດ້​ໃຫ້​ຂ່າວ​ຂໍ້​ມູນ​ທີ່ຂັດແຍ້ງກັນ ກ່ຽວ​ກັບ​ເຮືອ
ບິນ​ໄອ​ພົ່ນ​ທີ່​ບັນທຸກ​ພວກ​ຄົນ​ໂດຍສານ​ແລະ​ພວກ​ລູກ​ເຮືອ​ທັງ​
ໝົດ 239 ຄົນ ທີ່​ຫາຍ​ສາບ​ສູນ​ໄປ ​ໃນ​ຂະນະ​ທີ່​ການ​ຊອກ​ຄົ້ນ​
ຫາ​ເຮືອບິນ​ລຳ​ດັ່ງກ່າວ ໄດ້​ຍ່າງ​ເຂົ້າ​ເປັນ​ມື້​ທີ​ຫ້າ​ແລ້ວ.

ທ່ານ Seri Hishammuddin ລັດຖະມົນຕີ​ກະຊວງ​ຂົນ​ສົ່ງ​ມາ
​ເລ​ເຊຍ ກ່າວ​ວ່າ ມາ​ເລ​ເຊຍກຳລັງຮັບມື ກັບ​ສະຖານະ​ການ
ແບບ “ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ” ​ແລະ​ຈະ​ດຳ​ເນີນ​ການ “ທຸກ​ສິ່ງ​
ທຸກ​ຢ່າງ” ​
ເພື່ອ​ຊອກ​ຫາ​ເຮືອບິນ Boeing 777 ຂອງ​ສາຍ​
ການບິນ​ມາ​ເລ​ເຊຍທີ່​ໄດ້​ຫາຍ​ສາບ​ສູນ​ໄປ ​ຕັ້ງ​ແຕ່​ວັນ​ເສົາ​ແລ້ວ​
ນີ້​ ເປັນ​ຕົ້ນ​ມາ​ນັ້ນ.

​ໃນ​ກອງ​ປະຊຸມ​ຕໍ່ພວກນັກຂ່າວ​ໃນ​ວັນ​ພຸດ​ມື້​ນີ້ ລັດຖະມົນຕີ​ຂົນ​ສົ່ງມາເລເຊຍກ່າວ​ວ່າ ​ພວກ ​ເຮືອ 42 ລຳ ​ແລະ​ເຮືອບິນ 39 ລຳ​ຈາກ 12 ປະ​ເທດ​ ມາ​ຮອດ​ປັດຈຸບັນ​ນີ້ “ຍັງບໍ່​ໄດ້​ພົບ​ເຫັນ​ຫຍັງ​ເລີຍ” ​ໃນ​ການ​ຊອກ​ຄົ້ນ​ຂອງ​ເຂົາ​ເຈົ້າ ຊຶ່ງ​ເວລາ​ນີ້​ ກຳລັງ​ທຳ​ການ​ຊອກ​ຄົ້ນ​ຫາ​ ຢູ່​ໃນ​ເຂດ​ແດນ​ໃນ​ວົງ​ລັດ​ສະ​ໜີ 50 ພັນ​ກວ່າຫຼັກ​ກິ​ໂລ​ແມັດ.

ທ່ານ​ກ່າວ​ຕື່ມ​ວ່າ ຈຸດເພັ່ງເລັງຂອງ​ການ​ຊອກ​ຄົ້ນ​ຫາ​ນີ້ ແມ່ນ​ທັງແນ​ໃສ່​ທະ​ເລ​ຈີນ​ໃຕ້
ບ່ອນ​ທີ່​ເຮືອບິນ​ລຳ​ນີ້​ ຖືກ​ຕິດຕາມ​ໂດ​ຍພວກ​ເຈົ້າ​ໜ້າ​ທີ່​ຄວບ​ຄຸມ​ການບິນ​ພົນລະ​ເຮືອນ
ຄັ້ງຫຼ້າ​ສຸດ ​ແລະ​ໃນ​ເຂດ​ຊ່ອງ​ແຄບ​ມາ​ລັກ​ກາ ຊຶ່ງ​ຕັ້ງ​ຢູ່​ອີກກ້ຳນຶ່ງຂອງ​ແຫລມ​ມາ​ເລ​ເຊຍ ​
ແລະ​ໃນ​ຫຼາຍ​ຮ້ອຍ​ຫຼັກ​ກິ​ໂລ​ແມັດທີ່ຫ່າງອອກໄປ.

MALAYSIA PLANE CNPK
please wait
Embed

No media source currently available

0:00 0:02:18 0:00

ໃນ​ເຊົ້າ​ວັນ​ພຸດ​ມື້​ນີ້ ກອງທັບ​ມາ​ເລ​ເຊຍ ​ບໍ່ສາມາດໃຫ້ການຢືນຢັນຕໍ່ຄຳ​ຖະ​ແຫຼ​ງ​ທີ່​ວ່າ​
ຕົນ​ໄດ້​ພົບເຫັນເຮືອບິນ​ລຳ​ດັ່ງກ່າວ​ຢູ່​ໃນ​ຊ່ອງ​ແຄບມາລັກກາ ຊຶ່ງເປັນທາງຜ່ານຂອງ
ພວກກຳປັ່ນ ທີ່ອັ່ງອໍກັນຫຼາຍທີ່ສຸດຂອງໂລກ.

​ທີ່​ກອງ​ປະຊຸມຕໍ່​ນັກ​ຂ່າວ​ນັ້ນ ນາຍ​ທະຫານ​ທ່ານ​ນຶ່ງ ກ່າວ​ວ່າ ​ເຮືອບິນ​ລຳ​ນີ້​ອາດ​ຈະ​ໄດ້
​ປາ ກົດໃຫ້​ເຫັນ​ຢູ່​ໃນ​ຈໍ radar ​ໃນ​ເວລາ 2 ໂມງ 15 ຕອນ​ເຊົ້າ​ວັນ​ເສົາ​ ຕາມ​ເວລາ​ໃນ
​ທ້ອງ​ຖິ່ນ ​320 ຫຼັກ​ກິໂລແມັດຫ່າງຈາກ​ເກາະ Penang ຂອງ​ມາ​ເລ​ເຊຍໄປທາງກ້ຳ
ຕາເວັນຕົກສຽງເໜືອ. ​ແຕ່​ນາຍ​ທະຫານ​ທ່ານ​ນີ້ກ່າວ​ວ່າ ທ່ານ​ບໍ່​ສາມາດແນ່​ໃຈ​ວ່າ
ມັນ​ແມ່ນ​ເຮືອບິນ​ລຳ​ນີ້​ຫຼື​ບໍ?.

ຖ້າເຮືອບິນ​ລຳ​ນີ້ ສາມາດບິນ​ໄປ​ຮອດ​ຊ່ອງ​ແຄບ​ມາ​ລັກ​ກາ ມັນ​ຈະ​ພາ​ໃຫ້​ມີ​ການ​ຕັ້ງ​ຄຳ
​ຖາມ​ທາງ​ທິດ​ສະ​ດີ​ຂຶ້ນ​ມາ​ວ່າ ​ເຮືອບິນ​ໄອ​ພົ່ນ​ລຳ​ນີ້ ຊຶ່ງ​ໄດ້​ປະ​ເຊີນ​ກັບ​ໄພພິບັດ​ອັນ​ໃດ
​ອັນ​ນຶ່ງ​ໃນ​ເວລາ​ບໍ່​ດົນ​ຫຼັງ​ຈາກ​ບິນ​ຂຶ້ນ​ຈາກ​ເດີ່ນແລ້ວນັ້ນ ທີ່​ໄດ້​ຂັດຂວາງບໍ່ໃຫ້​ພວກ​ນັກ​
ບິນຕິດ​ຕໍ່ ​ກັບ​ພວກ​ເຈົ້າ​ໜ້າ​ທີ່​ທາງ​ພາກ​ພື້ນ​ດິນ​ໄດ້.

​ເຮືອບິນ​ລຳ​ດັ່ງກ່າວ​ໄດ້​ຫາຍ​ໄປ​ຈາກ​ຈໍ radar ຂອງ​ຝ່າຍ​ພົນລະ​ເຮືອນ ​ໂດຍ​ບໍ່​ໄດ້​ຮ້ອງ​
ຂໍ​ຄວາມ​ຊ່ອຍ​ເຫຼືອ​ສຸກເສິນ​ໃດໆ ​ປະມານ​ນຶ່ງ​ຊົ່ວ​ໂມງ ຫຼັງ​ຈາກ​ບິນ​ຂຶ້ນຈາກ​ກຸງ​ກົວ​ລາລຳ
​ເປີ ມຸ້ງ​ໜ້າ​ໄປ​ສູ່​ກຸງ​ປັກ​ກິ​ງ ​ໃນ​ເຊົ້າ​ວັນ​ເສົາ ຊຶ່ງ​ເວລາ​ນັ້ນ​ ສະພາບ​ດິນ​ຟ້າ​ອາກາດ ປາກົດ
ວ່າ ຈະ​ແຈ້ງ ບໍ່ມີເມກໝອກ.


XS
SM
MD
LG