ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສານ​ສູງ​ສຸດ ມາເລ​ເຊຍ ຕັດສິນເຫັນພ້ອມ ໃຫ້ຈຳຄຸກ ຜູ້ນຳ​ຝ່າຍ​ຄ້ານ ທ່ານ Anwar Ibrahim


ຜູ້ນຳຝ່າຍຄ້ານ ມາເລເຊຍ ທ່ານ Anwar Ibrahim (ກາງ) ໄປເຖິງສານ ເມືອງ Putrajaya.
ຜູ້ນຳຝ່າຍຄ້ານ ມາເລເຊຍ ທ່ານ Anwar Ibrahim (ກາງ) ໄປເຖິງສານ ເມືອງ Putrajaya.

ສານ​ສູງ​ສຸດມາເລ​ເຊຍໄດ້ເຫັນພ້ອມກັບການຕັດສິນກ່ຽວກັບ
ການຮ່ວມເພດແບບ ​ຜິດ​ປົກກະຕິ ຕໍ່ຜູ້ນຳ​ຝ່າຍ​ຄ້ານ ທ່ານ
Anwar Ibrahim ໂດຍປະຕິ​ເສດຕໍ່​ການ ​ຂໍອຸທອນ​ຄັ້ງ​ສຸດ​
ທ້າຍຂອງທ່ານ ​ໃນ​ຄະດີທີ່ດຳເນີນມາເປັນເວລາດົນນານ ທີ່
ກຸ່ມ ປົກປ້ອງສິດທິ​ມະ​ນຸດກ່າວ​ວ່າເປັນ​ການ​ທຳລາຍອາຊີບ
ທາງການ​ເມືອງ​ຂອງ​ທ່ານ.

ທ່ານ Anwar ອາຍຸ 67 ປີ ​ໄດ້ຫົວ​ຍິ້ມ​ ​ແລະ​ກອດ​ຄອບຄົວ​ຂອງ​
ທ່ານ ​ໃນ​ວັນ​ອັງຄານ​ມື້​ນີ້ ຫລັງ​ຈາກຄະນະ​ຜູ້​ພິພາກສາຂອງ​ລັດ
ຖະບານ​ກາງ ​ໄດ້​ຕັດສິນ​ວ່າ “ມີ​ຫລັກ​ຖານ​ຢ່າງ​ຖ້ວມ​ລົ້ນ” ທີ່ທ່ານ
​ໄດ້​ຮ່ວມ​ເພດ​ແບບ​ຜິດ​ປົກກະຕິກັບຜູ້ຊ່ວຍທີ່ ເປັນຊາຍ​ໜຸ່ມຄົນ​
ນຶ່ງ ​ໃນ​ປີ 2008.

ທ່ານ Anwar ​ໄດ້​ກ່າວຜ່ານທາງ Twitter ຫລັງ​ຈາກ​ການ​ຕັດ​ສິນວ່າ “ພະ​ເຈົ້າ Allah ​
ເປັນ​ພິຍານຂອງຂ້າພະ​ເຈົ້າ. ຂ້າພະ​ເຈົ້າຈະ​ບໍ່​ມິດ​ງຽບ. ຂ້າພະ​ເຈົ້າ​ຈະບໍ່​ຍອມ​ແພ້”

ທ່ານ Anwar ​ໄດ້​ຖືກຕັດສິນໃຫ້ພົ້ນຜິດ ​ໃນ​ປີ 2012. ​ແຕ່​ໃນປີ​ກາຍ​ນີ້ ສານ​ອຸທອນ ​ໄດ້
ຕ່າວ​ປີ້ນ​ການຕັດ​ສິນດັ່ງກ່າວໂດຍມີການຂັດແຍ້ງກັນ ສັ່ງໃຫ້​ຈຳຄຸກ ທ່ານ​ຫ້າ​ປີ. ​ໃນ​ວັນ​
ອັງຄານມື້ນີ້ ສານ​ລັດຖະບາ​ນກາງໄດ້​ເຫັນພ້ອມກັບ​ການ​ຕັດ ສິນ​ໃຫ້​ຕິດ​ຄຸກຫ້າປີດັ່ງກ່າວ.

ການ​ຕັດສິນນີ້​ໄດ້​ຫ້າມບໍ່ໃຫ້ທ່ານ Anwar ຫລິ້ນການ​ເມືອງ ​ແລະເກືອບຈະເປັນ ທີ່ແນ່ນ
ອນແລ້ວວ່າ ອາຊີບທາງ​ການ​ເມືອງ​ ຂອງ​ອະດີດຮອງ​ນາຍົກລັດຖະມົນຕີ ມາເລເຊຍທ່ານ
ນີ້ຊຶ່ງເປັນຄູ່ແຂ່ງຄົນສຳຄັນທີ່ສຸດ​ຂອງ​ລັດຖະບານນັ້ນ ສິ້ນສຸດລົງ.

ທ່ານ Anwar ​ເປັນ​ຫົວໜ້າ ສາມ​ພັກພັນທະ​ມິດຝ່າຍ​ຄ້ານ Pakatan Rakyat ທີ່​ໄດ້ເປັນ
ໄພຂົ່ມຂູ່​ທີ່ ແບບທີ່ບໍ່ເຄີຍ​ມີ​ມາ​ກ່ອນ​ຕໍ່ພັກລັດຖະບານ​ປະສົ​ມ Barisan ​ແຫ່ງ​ຊາດ ທີ່​ໄດ້
ເຂົ້າ​ກຳ​ອຳນາດ ​ມາຕັ້ງ​ແຕ່​ປີ 1957.

MALAYSIA ANWAR VERDICT VO
please wait

No media source currently available

0:00 0:01:12 0:00

XS
SM
MD
LG