ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ມາ​ເລ​ເຊຍ​​ ຕົກລົງ ຈະ​ຊື້​ກຳ​ປັ່ນ​ລົບ ຈາກ​ຈີນ ເພື່ອປ້ອງກັນ ເຂດນ່ານນໍ້າ


ກຳປັ່ນລົບມາເລເຊຍລໍານຶ່ງ ກຳລັງລາດຕະເວນ ຢູ່ໃກ້ເກາະ Langkawi ປະເທດມາເລເຊຍ.
ກຳປັ່ນລົບມາເລເຊຍລໍານຶ່ງ ກຳລັງລາດຕະເວນ ຢູ່ໃກ້ເກາະ Langkawi ປະເທດມາເລເຊຍ.

ມາ​ເລ​ເຊຍ​ໄດ້​ຕົກລົງ ທີ່ຈະ​ຊື້​ກຳ​ປັ່ນ​ລົບ ຈາກ​ຈີນຫລາຍ​ລຳ ​ແລະ​ເພີ້ມ ການ​ລາດຕະ​
ເວນ​ຕໍ່ຕ້ານ​ການ​ລ່ວງ​ລ້ຳ​ທາງ​ທະ​ເລ​ຂອງ​ຈີນ​ ຊຶ່ງ​ໄດ້​ເນັ້ນໃຫ້​ເຫັນ​ເຖິງຄວາ​ມ ສຳພັນ​ແບບສັບຊ້ອນລະຫວ່າງ​ປະ​ເທດທັງ​ສອງ ​ແລະ​ສັນຍານ ກ່ຽວ​ກັບ ​ການ​ມີຄວາມເປັນ​
ຫ່ວງເພີ່ມຂຶ້ນ ​ໃນດ້ານ​ປ້ອງ​ກັນ​ປະທດ.

ບັນດາ​ເຈົ້າ​ໜ້າ​ທີ່ ​ປະ​ເທດມາ​ເລ​ເຊຍ ທີ່​ມີ​ຝັ່ງ​ທະ​ເລຍາວ​ຢຽດ​ ເນັ່ງແຕ່ທະ​ເລ Sulu ​
ໄປທາງ​ຕາ​ເວັນ​ຕົກ ​ຫາມະຫາ​ສະໝຸດ​ອິນ​ເດຍ ​ໄດ້ກ່າວ​ໃນ​ເດືອນ​ພະຈິກ​ ປີ​ກາຍ​ນີ້​
ວ່າ ​ເຂົາ​ເຈົ້າ​ຈະ​ຊື້​ກຳ​ປັ່ນສີ່​ລໍາ ​ທີ່​ເຮັດ​ຢູ່​ໃນ​ຈີນ ເພື່ອ​ປະຕິບັດ​ງານຢູ່ໃນ​ເຂດດັ່ງກ່າວ.

ພວກນັກວິ​ເຄາະ​ກ່າວ​ວ່າ ບັນດາກຳ​ປັ່ນ​ເຫລົ່ານີ້ ຈະ​ນຳໄປແທນ​ເຮືອລາດຕະ​ເວນ 50
ລຳ ​ທີ່ກອງທັບ​ເຮືອ​ຣາຊະອາ​ນາ​ຈັກມາ​ເລ​ເຊຍໃຊ້​ປ້ອງ​ກັນ​ເຂດ​ນ່ານນໍ້າຂອງຕົນຈາກ
​ການ​ຂົ່ມຂູ່ຕ່າງໆ ຮວມຢູ່​ໃນ​ນັ້ນ​ກໍແມ່ນ​ຈີນ ທີ່​ຕ່າງ​ກໍ​ໄດ້​ອ້າງ​ເອົາ​ກຳມະ ສິດແຂ່ງ​ກັບ​
ມາ​ເລ​ເຊຍ​ ຢູ່​ທະ​ເລຈີນ​ໃຕ້.

“ຈີນ​ເວລາ​ທີ່ເຮືອ​ເຂົາ​ເຈົ້າ​ລາດຕະ​ເວນ​ ຕາມ​ເສັ້ນ​ອ້າງ​ກຳມະສິດເກົ້າຂີດນັ້ນ ​ເຮັດ​ໃຫ້
​ກຳ​ປັ່ນ​ຈີນ ​ແລ່ນເຂົ້​າມາ​ໃກ້ກັບ​ຝັ່ງ​ມາ​ເລ​ເຊຍ” ນັ້ນຄື​ຄຳ​ເວົ້າ ​ທ່ານ Ibrahim Suffian
​ຜູ້ອຳນວຍ​ໂຄງການ​ຢັ່ງ​ສຽງທີ່ີສູ​ນກາງ Merdeka ຢູ່​ນະຄອນຫຼວງກົວ ລາ​ລຳ​ເປີ ຊຶ່ງ
ທ່ານ​ໄດ້​ອ້າງ​ເຖິງ​ເສັ້ນ​ ​ທີ່​ຈີນ​ໃຊ້​ເພື່ອອ້າງ​ເອົາເຂດນ່ານນໍ້າແຕ່ຈາກ​ ຝັ່ງ​ທະ​ເລ​ໃນພາກ
​ໃຕ້ຂອງ​ຕົນ ​ໄປ​ຈົນ​ເກືອບເຖິງ​ອິນ​ໂດ​ເນ​ເຊຍ.

ເຂດທະເລຈີນໃຕ້ ທີ່ອ້າງເອົາຈາກຈີນ.
ເຂດທະເລຈີນໃຕ້ ທີ່ອ້າງເອົາຈາກຈີນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG