ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມາເລເຊຍ ຈັບສາມຄົນ ທີ່ພົວພັນກັບ ການວາງລະເບີດໃນ ບາງກອກ


ນັກບວດພາມ ເຈີມໃສ່ພະພົມ, ດ້ວຍນ້ຳມົນ
ໃນລະຫວ່າງພິທີ ສວດມົນພາວະນາເພື່ອສຸຂະພາບແລະ ຄວາມຮັ່ງມີໃນ ບາງກອກ, ໄທ, 4 ກັນຍາ, 2015.
ນັກບວດພາມ ເຈີມໃສ່ພະພົມ, ດ້ວຍນ້ຳມົນ ໃນລະຫວ່າງພິທີ ສວດມົນພາວະນາເພື່ອສຸຂະພາບແລະ ຄວາມຮັ່ງມີໃນ ບາງກອກ, ໄທ, 4 ກັນຍາ, 2015.

ບັນ​ດາ​ເຈົ້າ​ໜ້າ​ທີ່ ມາ​ເລ​ເຊ​ຍ ກ່າວ​ວ່າ ພວກ​ເຂົາເຈົ້າໄດ້​ຈັບກຸມ ສາມ​ຄົນ​ທີ່​ພົວພັນ​ກັບ​ການລະ​ເບີດ​ທີ່​ຮ້າຍ​ແຮງ​ໃນ​ ບາງກອກ
ປະ​ເທດ ​ໄທ ​ເມື່ອເດືອນ​ທີ່​ຜ່ານ​ມາ.

ທ່ານ Khalid Abu Bakar ຫົວໜ້າ​ກຳລັງ​ຕຳຫຼວດ​ແຫ່ງ​ຊາດ​ຂອງ ມາ​ເລ​ເຊ​ຍ ​ໄດ້​ປະກາດ​ການ​ຈັບ​ກຸ​ມຜູ້​ຊາຍສັນຊາດ ປາ​ກິ​ສຖານ ​ແລະ ​ມາ​ເລ​ເຊ​ຍ ສອງ​ຄົນ ​ເຊິ່ງໜຶ່ງ​ໃນ​ນັ້ນ​ແມ່ນ​ແມ່​ຍິ່ງ ​ໃນ​ການ​ຖະ​ແຫຼ​ງຂ່າວ​ໃນ​ນະຄອນຫຼວງ ກົວ​ລາ​ລຳ​ເປີ ວັນ​ຈັນ​ມື້​ນີ້ ທ່ານ Bakar ​ໄດ້​ກ່າວ​ວ່າ ປະ​ເທດ​ຕອນ​ນີ້​ປະ​ເທດ​ຂອງ​ຕົນຍັງ​ບໍ່​ມີແຜນ
ການ​ທີ່​ຈະ​ສົ່ງ​ຄົນ​ຮ້າຍ​ທັງ​ສາມ​ກັບ​ໄປ​ໃຫ້ ​ໄທ ​ເທື່ອ.

ທ່ານ Bakar ກ່າວ​ວ່າ “ຍັງ​ບໍ່​ແມ່ນ​ຕອນ​ນີ້​ເທື່ອ, ຍັງ​ບໍ່​ຮອດ​ຍາມ​ເທື່ອ. ພວກເຮົາ​ເຊື່ອ​ວ່າ​ຜູ້​ຕ້ອງ​ສົງໄສ​ເຫຼົ່າ​ນີ້ ສາມາ​ດຊ່ວຍ​ໃນ​ການ​ສືບ​ສວນສອບ​ສວນ​ຫາ​ຜູ້​ທີ່​ມີ​ສ່ວນ​ຮ່ວມ​ໃນ​ການວາງ​ລະ​ເບີ​ດ​ໃນ ບາງ​ກອກ​ໄດ້. ​ໃນ​ເວລາ​ນີ້​, ຂ້າພະ​ເ​ຈົ້າຍັງ​ບໍ່​ທັນ​ຢາກ​ວາງ​ແຜນ​ເພີ່ມ​ເຕີມ​ກ່ຽວ​ກັບ​ກໍລະນີ​ນີ້​ເພ​າະວ່າ ການ​ປະຕິບັດ​ການ​ແມ່ນ​ກຳລັງ​ດຳ​ເນີນ​ຢູ່.”

ທ່ານ Bakar ​ໄດ້​ກ່າວ​ວ່າ ກອງ​ກຳລັງ​ຕຳຫຼວດ​ຂອງ​ທ່ານ ​ພວມຮ່ວມ​ງານ​ຢ່າງ​ໃກ້ຊິດ​ກັບ​ເຈົ້າ​ໜ້າ​ທີ່​ ​ໄທ ​ໃນ​ການ​ສືບສວນ​ສອບ​ສວນ ການວາງ​ລະ​ເບີດ​ໃນ​ວັນ​ທີ 17 ສິງຫາ ທີ່​ຜ່ານ​ມາ ທີ່​ສານ​ເຈົ້າ ​ເອຣະວັນ ​ໃນ​ເມືອງ​ຫຼວງ​ຂອງ​ໄທ, ຈົນ​ເຮັດ​ໃຫ້​ມີ​ຄົນ​ເສຍ​ຊີວິດ 20 ຄົນ ​ແລະ ບາດ​ເຈັບ​ອີກ​ຈຳນວນ​ຫຼາຍ, ​ເຊິ່ງຜູ້​ທີ່​ໄດ້​ຮັບ​ເຄາະ​ຮ້າຍສ່ວນ​ໃຫຍ່​ແມ່ນ​ນັກ​ທ່ອງ​ທ່ຽວ​ຈາກ ຈີນ.

ການ​ລາຍ​ງານ​ຂອງ​ສື່ມວນ​ຊົນ ​ໄດ້​ນຳສະເໜີ ​ການພົວພັນກັນ​ທີ່​ມີ​ຄວາມ​ເປັນ​ໄປ​ໄດ້ຢ່າງ​ເປີດ​ເຜີຍ ລະຫວ່າງ​ການວາງ​ລະ​ເບີດ ​ແລະ ການ​ຂັບ​ໄລ່​ຊົນ​ເຜົ່າ ວີເກີ ຫຼາຍ​ກວ່າ 100 ຄົນ​ໃນ​ເດືອນ​ກໍລະກົດທີ່​ຜ່ານ​ມາ ​ໂດຍທາງ​ການ​ ໄທ​. ຊົນ​ເຜົ່າ​ ວີ​ເກີ ​ແມ່ນ​ຊາວ ມຸສລິ​ມ ປາກ​ພາສາ ​ເທີ​ກີ ມາ​ຈາກເຂດ​ຊົນນະບົດ​ຂອງພາກ​ພື້ນ Xinjiang ປະ​ເທດ ຈີນ. ຊາວ​ ວີ​ເກີ ​ໄດ້​ຕຳ​ໜິຢ່າງ​ເປີດ​ເຜີຍ ກ່ຽວ​ກັບ​ການກົດ​ຂີ່​ທາງ​ດ້ານ​ວັດທະນະທຳ ​ແລະ ສາສະໜາ​ຢ່າງ​ຮຸນ​ແຮງ ພ້ອມ​ກັບ ການ​ເຮັດ​ໃຫ້​ເສດຖະກິດ​ຂອງ​ພວກ​ເຂົາເຈົ້າບໍ່ມີ​ຄວາມ​ສຳຄັນພາຍ​ໃຕ້ການ​ປົກຄອງ​ຂອງ ຈີນ.

ຕຳຫຼວດ ​ໄທ ​ໄດ້​ຈັບ​ຜູ້​ຊາຍສາມ​ຄົນ​ທີ່​ພົວພັນ​ກັບ​ການ​ວາງ​ລະ​ເບີດ. ບັນດາ​ນັກ​ສືບ​ສວນ​ສອບ​ສວນ​ກ່າວ​ວ່າ ​ຜູ້​ທີ່​ຖືກ​ຈັບ​ຄົນ​ໜຶ່ງ​ໄດ້​ຍອມຮັບ​ວ່າ​ໄດ້​ມອບ​ຍື່ນ​ກະ​ເປົາ​ທີ່​ບັນຈຸ​ລະ​ເບີດໃຫ້​ກັບ​ອີກ​ຄົນ​ໜຶ່ງໄປ​ວາງ​ໄວ້​ຢູ່​ສານ​ເຈົ້າ​ໃນ​ເວ​ລາ​ກ່ອນ​ລະ​ເບີດ​ຈະ​ແຕກ ​ເຊິ່ງຊາຍ​ຄົນ​ນັ້ນ​ໄດ້​ຖືກ​ຖ່າຍ ຮູບໄວ້​ໄດ້ໃນ​ວິ​ດີ​ໂອ.

Malaysia Thailand Blast
please wait

No media source currently available

0:00 0:01:42 0:00

XS
SM
MD
LG