ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຊີນຊົມ ວີດີໂອ ເລື້ອງໂຣກອະຫິວາ ກຳລັງແຜ່ລະບາດ ໃນ​ພາກ​ຕາ​ເວັນ​ອອກ ​ຂອງ Malawi


ປະເທດ Malawi ແມ່ນ​ກຳລັງ​ປະເຊີນ​ກັບ​ການລະບາດ​ ຂອງ​ໂຣກ ອະຫິວາ 3 ​ເດືອນ ຫຼັງ​ຈາກ​ລະດູຝົນ​ໄດ້​ເລີ້ມ​ຕົ້ນຂຶ້ນ. ​ເຈົ້າ​ໜ້າທີ່​ສາທາລະນະ​ສຸກ ກ່າວ​ວ່າ ໂຣກທີ່​ເກີດ​ມາ​ນຳ​ນ້ຳດັ່ງກ່າວ ​ໄດ້ມີຜົນ​ກະທົບ​ຕໍ່​ພວກ​ປະຊາຊົນ ​ທີ່​ອາ​ໄສ ຢູ່​ໃນ​ 4 ເມືອງ ອ້ອມແອ້ມ ທະເລສາບ Chilwa ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ Malawi. ​ແຕ່​ວ່າ ເຈົ້າ​ໜ້າທີ່​ສາທາລະນະ​ສຸກ ​ແລະ​ຜູ້​ຄົນ​ທີ່​ອາ​ໄສ​ຢູ່​ອ້ອມ​ແອ້ມແຄມທະເລສາບ​ນັ້ນ ​ແມ່ນ​ໄດ້ກ່າວ​ຫາຊຶ່ງ​ກັນ​ແລະ​ກັນວ່າ ມີ​ສ່ວນ​ປະກອບທີ່ພາໃຫ້ເກີດ​ການ​ແຜ່​ລະບາດ ໃນ​ຄັ້ງ​ນີ້. Lameck Masina ​ລາຍ​ງານ​ມາ​ຈາກເມືອງ Zomba ທີ່​ໄດ້​ຮັບ ​ຜົນ​ກະທົບ​ຈາກ​ໂຣກອະ ຫິວາ ໃນ​ພາກຕາ​ເວັນ​ອອກສຽງ​ໃຕ້ຂອງ Malawi ຊຶ່ງພຸດທະ​ສອນ ຈະນຳເອົາລາຍ​ລະອຽດ ​ມາສະ​ເໜີ​ທ່ານ ເປັນພາສາລາວ ໃນ​ອັນ​ດັບ​ຕໍ່​ໄປ.

XS
SM
MD
LG