ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການເລືອກຕັ້ງ ໃນມາເລເຊຍ ອາດພາໃຫ້ມີ ການປ່ຽນແປງຄັ້ງໃຫຍ່ (ວີດິໂອ)


ທ່ານ Najib Razak (ກາງ) ນາຍົກລັດຖະມົນຕີປະເທດມາເລເຊຍ
ຂະນະຫາສຽງເລືອກຕັ້ງ.
ທ່ານ Najib Razak (ກາງ) ນາຍົກລັດຖະມົນຕີປະເທດມາເລເຊຍ ຂະນະຫາສຽງເລືອກຕັ້ງ.
ມາເລເຊຍໄດ້ເປັນຕົວແບບ​ໃນ​ການມີສະຖຽນລະພາບດ້ານ
ການເມືອງ ທີ່ໝັ້ນຄົງປະເທດນຶ່ງມາໄດ້ຫຼາຍສິບປີ​ແລ້ວ ​ໂດຍ
​ພັກ​ການ​ເມືອງ​ທີ່​ເປັນ​ພັນທະ​ມິດ​ຈຸ​ດຽວ​ກັນ ທີ່ປົກຄອງ​ປະ​ເທດ
​ມາ​ແຕ່​ປີ 1957 ແຕ່ໃນຂະນະທີ່ຊາວມາເລເຊຍທັງຫຼາຍ ກໍາ
ລັງຕຽມຕົວຈະພາກັນໄປປ່ອນບັດເລືອກຕັ້ງໃນວັນທີ່ 5 ພຶດ
ສະພາຄືມື້ອື່ນນີ້ ພວກນັກສັງເກດການຫລາຍ​ຄົນ​ເຊື່ອວ່າ ນັ້ນ
ອາດຈະມີການປ່ຽນແປງໄປ ໂດຍ​ມີກຸ່ມພັນທະມິດທີ່ປະກອບ
ດ້ວຍພັກທີ່ນິຍົມແນວທາງໂລກແລະພັກທີ່ຝັກ​ໄຝ່ທາງສາສະ
ໜາ ທຳ​ການທ້າທາຍຢ່າງ​ແຂ່ງ​ຂັນເພື່ອຍາດຊິງເອົາອໍານາດ.
Rian Maelzer ຜູ້ສື່ຂ່າວວີໂອເອ ລາຍງານຈາກນະຄອນ
ຫຼວງກົວລາລໍາເປີ ປະເທດມາເລເຊຍ ຊຶ່ງທອງປານ ຈະນໍາ
ມາສະເໜີທ່ານ.

ເບິ່ງວີດິໂອກ່ຽວກັບລາຍງານນີ້:

Landmark Election Could Bring Big Change to Malaysia
please wait

No media source currently available

0:00 0:03:06 0:00
ລິງໂດຍກົງ

ມັນກໍາລັງເປັນການກໍ່ຕົວທີ່ສະແດງໃຫ້ເຫັນວ່າຈະເປັນການເລືອກຕັ້ງທີ່ມີຄະແນນສຽງສູສີ ກັນທີ່ສຸດໃນປະຫວັດສາດຂອງມາເລເຊຍ. ການໂຄສະຫາສຽງເລືອກຕັ້ງຂອງກຸ່ມແນວ
ໂຮມແຫ່ງຊາດ ຫຼື the National Front ທີ່ນໍາໂດຍນາຍົກລັດຖະມົນຕີ Najib Razak ແຂ່ງກັນກັບກຸ່ມພັກຝ່າຍຄ້ານສົນທິສັນຍາຂອງປະຊາຊົນ ຫຼື People’s Pact ທີ່ນໍາໂດຍ
ອະດີດຮອງນາຍົກລັດຖະມົນຕີ ທ່ານ Anwar Ibrahim.

​ກຸ່ມແນວ​ໂຮມ​ແຫ່ງ​ຊາດ ທີ່ກໍາລັງປົກຄອງປະເທດຢູ່ໃນຂະນະນີ້ ເປັນກຸ່ມ​ພັນທະມິດ ທີ່
ໄດ້ສ້າງຕັ້ງຂຶ້ນມາເປັນເວລາດົນນານ​ແລ້ວ ທີ່ປະກອບດ້ວຍ ພັກການເມືອງຂອງກຸ່ມຊົນ
ເຜົ່າມາເລ ຈີນ ແລະອິນເດຍ. ສ່ວນກຸ່ມຝ່າຍ ຄ້ານແມ່ນຖືກຈັດຕັ້ງຂື້ນມາບໍ່ດົນປານໃດ
ເປັນພັນທະມິດ ທີ່ມີຮວມຕົວ​ກັນ ​ແບບບໍ່​ແໜ້ນ​ໜາ ຫລາກຫຼາຍ ໂຮມທັງພັກສາສະໜາ
ອີສລາມ ຊຶ່ງເປັນພັກທີ່ຕ້ອງການນໍາໃຊ້ກົດໝາຍ Shariah ແລະພັກ​ເປັນກາງອຽງຊ້າຍ
ຊຶ່ງສ່ວນໃຫຍ່ເປັນຊາວຈີນ ທີ່ຄັດຄ້ານຢ່າງເດັດດ່ຽວຕໍ່ກົດໝາຍດັ່ງກ່າວນີ້.

ທ່ານ Ibrahim Suffian ​ແມ່ນນັກວິເຄາະດ້ານການເມືອງ.

ທ່ານ ຊູຟີອານ ເວົ້າວ່າ: “ມັນເປັນການເລືອກຕັ້ງທີ່ຖືເປັນຂີດໝາຍສໍາຄັນບັ້ນນຶ່ງ
ໃນມາເລເຊຍນີ້ ຍ້ອນວ່າໃນປະຫວັດສາດຂອງປະເທດນີ້ ພວກເຮົາບໍ່ເຄີຍມີ
ພັກຝ່າຍຄ້ານທີ່ເຂັ້ມແຂງເຖິງປານນີ້ ມີ​ຄວາມ​ໝັ້ນ​ໃຈເຖິງຂັ້ນນີ້ ແລະໄດ້ຕຽມ
ການສໍ່ານີ້ເພື່ອເຂົ້າກໍາອໍານາດ ໃນຮອບຫຼາຍກວ່າ 50 ປີ ນັບຕັ້ງແຕ່ມາເລເຊຍ
ໄດ້ຮັບເອກກະລາດຈາກອັງກິດເປັນຕົ້ນມາ.”


ນາຍົກລັດຖະມົນຕີ ນາຈິບ ຍົກເອົາການເຕີບໂຕເສດຖະກິດທີ່ເຂັ້ມແຂງຂອງປະເທດ
ພ້ອມກັບໄດ້ມີການປະຕິຮູບດ້ານເສດຖະກິດ ແລະການເມືອງຫຼາຍໆຢ່າງ ທີ່ທ່ານໄດ້ນໍາ
ອອກໃຊ້ໃນສະໄໝ​ທ່ານດໍາລົງຕໍາແໜ່ງ ​ເປັນນາຍົກລັດຖະມົນຕີສີ່ປີ. ສ່ວນກຸ່ມ​ແນວ​ໂຮມ
ຂອງທ່ານ ກໍເຕືອນວ່າ ຄວາມຈະເຣີນຮຸ່ງເຮືອງ ແລະສະຖຽນລະພາບໃນອະນາຄົດຂອງ
ມາເລເຊຍແມ່ນຈະ​ເປັນເດີມພັນ ຖ້າຫາກພັກຝ່າຍຄ້ານຊະນະການເລືອກຕັ້ງໃນຄັ້ງນີ້.

ທ່ານນາງ Norraesah Mohamad ຈາກພັກ UMNO ຄືພັກ​ລັດ​ຖະບານທີ່​ປົກຄອງ
ປະເທດຢູ່ໃນເວລານີ້ ເວົ້າວ່າ ພັກປະສົມຝ່າຍຄ້ານຍັງເປັນພັກທີ່ມີການແຕກກັນຫຼາຍ​ຢູ່ ແລະຍາກທີ່ຈະປົກຄອງປະເທດໄດ້ ຢ່າງມີປະສິດທິພາບ.

ທ່ານນາງ ໂມຮໍາມັດ ເວົ້າວ່າ: “ພວກເຂົາເຈົ້າມີອຸດົມການທີ່ແຕກຕ່າງກັນຫຼາຍທີ່
ສຸດ ຄືທັງສາມພັກນັ້ນ. ຄວາມ​ຈິງແລ້ວ ພວກເຂົາເຈົ້າໂຮມກັນໃນແບບ ຂອງ ການສ້າງຄວາມສໍາພັນທີ່ໃກ້ຊິດກັນທີ່ສະດວກສະບາຍ. ຄືແຕ່ລະຝ່າຍ ຂອງ
ພວກເຂົາເຈົ້ານັ້ນ ພາກັນພາຍເຮືອໄປຄົນລະທິດລະທາງຢູ່ແລ້ວ ແລະ ພວກ
ເຂົາເຈົ້າເປັນແບບນັ້ນແທ້ ດັ່ງທີ່ພວກເຮົາເວົ້າ​ກັນໃນ​ທີ່​ນີ້ ພວກເຂົາເຈົ້ານອນ
ໝອນໜ່ວຍດຽວກັນ ແຕ່ຝັນໄປຄົນລະເລື່ອງ.”


ພວກຝ່າຍຄ້ານອາດບໍ່​ເຄີຍໄດ້ປົກຄອງປະເທດມາ​ກ່ອນກໍຈິງ ແຕ່ວ່າຝ່າຍຄ້ານກໍໄດ້ປົກ ຄອງຢູ່ໃນຫ້າລັດ. ບັນດາຜູ້ນໍາຂອງເຂົາເຈົ້າເວົ້າວ່າ ພວກເຂົາເຈົ້າໄດ້ສະແດງໃຫ້ເຫັນ ການປົກຄອງທີ່ມີຄວາມໂປ່ງໃສແລະມີປະສິດທິຜົນ ຊຶ່ງເຂົາເຈົ້າກໍຈະປະຕິບັດເຊັ່ນນີ້ໃນ
ລະດັບຊາດຖ້າຫາກພວກເຂົາເຈົ້າຊະນະ.

ເຖິງແມ່ນມີຄວາມເປັນຫ່ວງວ່າ ຈະມີການປະທະກັນດ້ານອຸດົມການກໍຕາມ ຊຶ່ງທ່ານ
Ong Kian Ming ຈາກພັກກິດ​ສັງຄົ​ມປະຊາທິປະໄຕຝ່າຍຄ້ານ ເວົ້າວ່າ ມັນຈະມີການ ທ້ອນໂຮມກັນໃນພັນທະມິດຂອງທ່ານ ໄດ້ຫຼາຍທີ່ສຸດ ກວ່າທີ່ຈະແບ່ງແຍກແຕກກັນ.

ທ່ານ ໝິງ ເວົ້າວ່າ: “ມັນກໍມີປະເດັນແລະນະໂຍບາຍຕ່າງໆຮ່ວມກັນທີ່ ພວກເຮົາເຫັນ
ພ້ອມນຳກັນຢ່າງເຂັ້ມແຂງແທ້. ຕົວຢ່າງພວກເຮົາຢືນຢັດຢ່າງ ເຂັ້ມແຂງທີ່ສຸດຕໍ່ຕ້ານ
ການສໍ້ລາດບັງຫຼວງກັນຢ່າງໃຫຍ່ ທີ່ໄດ້ກາຍເປັນຕົວ ທໍາລາຍລະບົບການເມືອງຂອງ
ມາເລເຊຍມາໄດ້ດົນນານທີ່ສຸດ ນັບຕັ້ງແຕ່ ໄດ້ຮັບເອກກະລາດ ແລະນອກນີ້ ພວກເຮົາ
ຍັງຍຶດໝັ້ນທີ່ສຸດສໍາລັບການພິທັກປົກປ້ອງສິດທິມະນຸດນັ້ນ.

ໃນການເລືອກຕັ້ງຄັ້ງສຸດທ້າຍເມື່ອປີ 2008 ນັ້ນ ກຸ່ມ​ພັນທະ​ມິດຝ່າຍຄ້ານ ໄດ້ສ້າງຄວາມ
ປະຫຼາດໃຈທີ່ສຸດ ໃຫ້ແກ່ກຸ່ມແນວ​ໂຮມແຫ່ງຊາດ ຫຼື National Front ຊຶ່ງເປັນພັກລັດຖະ
ບານທີ່ປົກຄອງປະເທດໃນເວລານັ້ນ ໂດຍໄດ້ຊະນະການ​ເລືອກ​ຕັ້ງຢູ່​ໃນສອງລັດທີ່ຈະ
ເຣີນທີ່ສຸດຂອງປະເທດ. ໃນການເລືອກຕັ້ງຄັ້ງນີ້ ອະດີດຮອງນາຍົກລັດຖະມົນຕີ Anwar ແລະກຸ່ມສົນທິສັນຍາຂອງປະຊາຊົນ ຫຼື People’s Pact ຫວັງວ່າຈະເຮັດໄດ້ດີກວ່າອີກ​ນຶ່ງກ້າວ ແລະຊະນະການກໍາອໍານາດ ໃນທົ່ວປະເທດ.
XS
SM
MD
LG