ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພາຍຸຫິມະ ພັດຖະຫຼົ່ມ ພາກຕາເວັນອອກ ສຽງເໜືອ ສຫລ (ສະໄລດ໌/ວີດີໂອ)


ພວກເດັກນ້ອຍ ພາກັນຫລິ້ນຫິມະ ທີ່ຈະຕຸລັດ Times Square ໃນລະຫວ່າງພາຍຸຫິມະ ເມື່ອວັນພະຫັດ ທີ 2 ມັງກອນ 2014.
ພວກເດັກນ້ອຍ ພາກັນຫລິ້ນຫິມະ ທີ່ຈະຕຸລັດ Times Square ໃນລະຫວ່າງພາຍຸຫິມະ ເມື່ອວັນພະຫັດ ທີ 2 ມັງກອນ 2014.
ບັນດາຜູ້ປົກຄອງລັດ ໃນລັດນິວຢອກ ແລະນິວເຈີຊີ ທາງພາກຕາ
ເວັນອອກສຽງເໜືອຂອງສະຫະລັດປະກາດພາວະສຸກເສີນຂະນະ
ທີ່ພາຍຸຫິມະຂະໜາດແຮງພັດເຂົ້າຖະຫຼົ່ມຂົງເຂດ ຫຼັງຈາກໄດ້ສ້າງ ຄວາມເສຍຫາຍຮ້າຍແຮງ ໃຫ້ແກ່ເຂດພາກກາງຕອນເໜືອ ຂອງ
ປະເທດມາແລ້ວ.

ນີ້ແມ່ນພາຍຸຫິມະໃຫຍ່ຫົວທຳອິດ ຂອງປີ 2014 ຊຶ່ງເຮັດໃຫ້ມີຫິມະ
ຕົກສູງແຕ່ 45 ຊັງຕີແມັດຂຶ້ນໄປຢູ່ໃນຫລາຍໆເຂດຂອງລັດ Mas-
sachusetts ແລະບໍລິເວນອ້ອມແອ້ມ. ມີການພະຍາກອນວ່າ ສະ
ພາບອາກາດໜາວຈັດແບບຂົ້ວໂລກ ແລະລົມແຮງຈະປົກຄຸມບໍລິ
ເວນສ່ວນໃຫຍ່ ຮວມທັງລົມທີ່ແຮງເຖິງ 80 ກິໂລ ແມັດຕໍ່ຊົ່ວໂມງທີ່ນະຄອນບອສຕັນ.

US Weather
please wait
Embed

No media source currently available

0:00 0:00:40 0:00


ຜູ້ປົກຄອງລັດນິວຢອກ ທ່ານ Andrew Cuomo ໄດ້ປະກາດພາວະສຸກເສີນແລະສັ່ງໃຫ້ອັດ
ທາງຫລວງທີ່ສຳຄັນຫລາຍໆສາຍໃນເຂດພາກກາງຂອງຮ່ອມພູ Hudson ແຕ່ຕອນທ່ຽງຄືນ ຫາ 5 ໂມງເຊົ້າ ຕາມເວລາທ້ອງຖິ່ນຂອງວັນສຸກມື້ນີ້. ສະໜາມບິນຕ່າງໆໃນທົ່ວຂົງເຂດແມ່ນ
ໄດ້ຍົກເລີກຖ້ຽວບິນຫຼາຍໆຮ້ອຍຖ້ຽວ.

ອຸນຫະພູມໃນທົ່ວບໍລິເວນສ່ວນໃຫຍ່ ຂອງເຂດພາກຕາເວັນອອກສຽງເໜືອສະຫະລັດຄາດ
ວ່າ ຈະຫລຸດຕໍ່າລົງ ຕິດລົບ 20 ອົງສາ Celsius ແລະຈະສືບຕໍ່ຢູ່ໃນສະພາບທີ່ມີອຸນຫະພູມ ຕໍ່າ ໃນຕະຫລອດເວລາສ່ວນໃຫຍ່ຂອງວັນສຸກມື້ນີ້. ເມືອງ Burlington ໃນລັດ Vermont ແມ່ນກຽມຮັບມືກັບອຸນຫະພູມທີ່ຕໍ່າ ລົບ 25 ອົງສາ Celsius ດັ່ງດຽວກັບທີ່ນະຄອນ Mon-
treal ແລະ Quebec ທີ່ຕັ້ງຢູ່ເໜືອຂຶ້ນໄປໃນການາດານັ້ນ.

XS
SM
MD
LG