ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຜູ້ຕ້ອງສົງໄສ ເປັນຫົວໜ້າ ຄາດຕະກຳໝູ່ ໃນປາຣີ ຍັງຄົງ ລອຍນວນຢູ່


Belgian Security Forces Searching for Several Suspects
please wait

No media source currently available

0:00 0:00:34 0:00

ເຊີນຊົມວີດີໂອ ລາຍງານນີ້

ບັນດາໄອຍະການ ແບລຈຽມ ກ່າວໃນວັນຈັນມື້ນີ້ ວ່າ ຕຳຫຼວດ
ໃນນະຄອນຫຼວງ ໄດ້ຈັບກຸມ ຜູ້ຕ້ອງສົງໄສ ກໍ່ການຮ້າຍ 16 ຄົນ
ໃນການບຸກກວດຄົ້ນ 22 ແຫ່ງ ແຕ່ຫົວໜ້າຜູ້ຕ້ອງສົງໄສ ທຳການ
ຄາດຕະກຳໝູ່ ໃນປາຣີ ນາຍ Salah Abdeslam ຍັງຄົງລອຍ
ນວນຢູ່.

ບັນດາໄອຍະການກ່າວອີກວ່າ ຢ່າງໜ້ອຍ ຜູ້ຕ້ອງສົງໄສຄົນນຶ່ງ
ໄດ້ຮັບບາດເຈັບໃນລະຫວ່າງ ການບຸກກວດຄົ້ນນັ້ນ. ການບຸກ
ກວດຄົ້ນ 19 ແຫ່ງ ເປັນສະຖານທີ່ ຕັ້ງຢູ່ໃນ ແລະ ອ້ອມແອ້ມ
ນະຄອນບຣັສເຊີລສ໌.

ນາຍົກລັດຖະມົນຕີ ແບລຈຽມ ທ່ານ Charles Michel ກ່າວໃນວັນອາທິດວານນີ້ ວ່າ “ພວກເຮົາຢ້ານມີ ການໂຈມຕີຄ້າຍຄືກັນກັບ ອັນທີ່ເກີດຂຶ້ນຢູ່ໃນປາຣີ.”

ທ້າວ Salah Abdeslam, ສັນຊາດ ແບລຈຽມ ທີ່ຕຳຫຼວດຝຣັ່ງ ຊອກຫາ ສຳລັບການພົວພັນ ກັບການໂຈມຕີກໍ່ການຮ້າຍ ໃນປາຣີ ຫຼາຍບັ້ນ. (Police Nationale Handout Photo)
ທ້າວ Salah Abdeslam, ສັນຊາດ ແບລຈຽມ ທີ່ຕຳຫຼວດຝຣັ່ງ ຊອກຫາ ສຳລັບການພົວພັນ ກັບການໂຈມຕີກໍ່ການຮ້າຍ ໃນປາຣີ ຫຼາຍບັ້ນ. (Police Nationale Handout Photo)

ຄາດກັນວ່າ ຜູ້ຕ້ອງສົງໄສນາຍ Abdeslam ໄດ້ຂ້າມຊາຍແດນເຂົ້າໄປ ໃນແບລຈຽມ
ເມື່ອວັນທີ 14 ພະຈິກ ພຽງບໍ່ເທົ່າໃດຊົ່ວໂມງ ຫຼັງຈາກພວກມືປືນລັດອິສລາມ ໄດ້ສັງຫານ
130 ຄົນ ແລະ ເຮັດໃຫ້ອີກຫຼາຍຮ້ອຍຄົນ ບາດເຈັບ ໃນການໂຈມຕີແບບ ປະສານງານກັນ
ຫຼາຍບັ້ນ ໃນນະຄອນຫຼວງປາຣີ. ຜູ້ຕ້ອງສົງໄສທີ່ວາງແຜນການໂຈມຕີດັ່ງກ່າວ ຄື ທ້າວ
Abdelhamid Abaaoud ໄດ້ຖືກສັງຫານໃນວັນພຸດຜ່ານມາ ໃນການບຸກກວດຄົ້ນ ໂດຍ
ເຈົ້າໜ້າທີ່ຕຳຫຼວດ ຢູ່ທາງພາກເໜືອ ຂອງຊານເມືອງປາຣີ.

Belgium Remains on Highest Alert Monday
please wait

No media source currently available

0:00 0:02:14 0:00

ລະບົບຂົນສົ່ງລົດໄຟໃຕ້ດິນ ແລະ ໂຮງຮຽນຕ່າງໆ ຂອງແບລຈຽມ ຍັງຖືກສັ່ງໃຫ້ປິດໄວ້ຢູ່
ໃນວັນຈັນມື້ນີ້ ໃນຂະນະທີ່ພົນລະເມືອງຕ່າງກໍລະວັງຕົວ ຈະປະເຊີນໜ້າກັບ ການສັ່ງໃຫ້
ປິດເປັນມື້ທີສາມ ແລະ ສັບປະດາຂອງການທຳງານອີກອະທິດນຶ່ງທີ່ ຄອບງຳໄປດ້ວຍການ
ຕາມລ່າຫາຄົນຮ້າຍຢ່າງກວ້າງຂວາງ.

ສ່ວນຢູ່ໃນນະຄອນຫຼວງປາຣີ ເມື່ອຕອນແລງວັນອາທິດວານນີ້ ກຳລັງຮັກສາຄວາມປອດ ໄພຕິດອາວຸດ ເຕັມອັດຕາ ຍ່າງລາດຕະເວນໄປຕາມຖະໜົນສາຍຕ່າງໆ ທີ່ເປົ່າຫວ່າງ ໃນ
ຂະນະທີ່ເມືອງດັ່ງກ່າວບຸກບືນ ທີ່ຈະຮັບມືກັບການສັງຫານທີ່ເກີດນັ້ນ.

ສື່ມວນຊົນຂອງແບລຈຽມ ກ່າວວ່າ ຕຳຫລວດໄດ້ຈັບກຸມ ສີ່ຄົນ ເມື່ອຕອນແລງວັນເສົາ
ຜ່ານມາ ຊຶ່ງຜູ້ຖືກຈັບກຸມຄົນນຶ່ງ ເປັນໄປໄດ້ວ່າ ໃສ່ສາຍແອວລະເບີດຢູ່. ແຕ່ ທ່ານ Geert
Schoorens ຂອງສຳນັກງານໄອຍະການ ລັດຖະບານກາງ ກ່າວລຸນຫລັງນັ້ນວ່າ ທ່ານ
“ບໍ່ສາມາດ ປະຕິເສດ ຫຼື ຢັ້ງຢືນໄດ້” ຕໍ່ລາຍງານດັ່ງກ່າວ. ບັນດາອຳນາດການປົກຄອງ
ທີ່ອອກມາກ່າວຖະແຫລງ ຕໍ່ບັນດານັກຂ່າວ ໃນວັນຈັນມື້ນີ້ ບໍ່ໄດ້ອ້າງອີງໃສ່ ການລາຍ
ງານຂ່າວເລື້ອງດັ່ງກ່າວນັ້ນ.

Islamic Threat
please wait
Embed

No media source currently available

0:00 0:01:27 0:00

XS
SM
MD
LG