ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ແຜ່ນດິນໄຫວແຮງ ຂະໜາດ 6.2 ຣິກເຕີ້ ປະທະ ອິຣ່ານ (ວີດີໂອ)


ເມືອງ Abdanan ໃກ້ບ່ອນເກີດແຜ່ນດິນໄຫວ ໃນອິຣ່ານ.
ເມືອງ Abdanan ໃກ້ບ່ອນເກີດແຜ່ນດິນໄຫວ ໃນອິຣ່ານ.

ແຜ່ນດິນໄຫວແຮງ ໄດ້ສັ່ນສະເທືອນ ພາກຕາເວັນຕົກຂອງ
ອິຣ່ານ ໃກ້ໆກັບຊາຍແດນອີຣັກ ເຮັດໃຫ້ມີ 250 ຄົນໄດ້ຮັບ
ບາດເຈັບ ແລະ ສ້າງຄວາມເສຍຫາຍຕໍ່ຕຶກອາຄານຢ່າງ
ກວ້າງຂວາງ ຢູ່ຂົງເຂດພູຜາທີ່ມີປະຊາຊົນອາໄສຢູ່ເບົາບາງ.

ກົມສຳຫລວດທໍລະນີວິທະຍາຂອງສະຫະລັດ ກ່າວວ່າ ແຜ່ນ
ດິນໄຫວ ແຮງຂະໜາດ 6.2 ຣິກເຕີ້ ໄດ້ປະທະຂົງເຂດ ທາງທິດ
ຕາເວັນອອກສຽງໃຕ້ ຂອງເມືອງ Abdanan ໄກອອກໄປ 36
ກິໂລແມັດ ໃນຕອນເຊົ້າໆຂອງວັນຈັນມື້ນີ້ ແລະຢູ່ເລິກລົງໄປພຽງ
10 ກິໂລແມັດ.

ອົງການຂ່າວແຫ່ງລັດ IRNA ລາຍງານວ່າ ມີປະມານ 250 ຄົນ ໄດ້ຮັບບາດເຈັບ ແລະວ່າ
ນ້ຳ ໄຟຟ້າ ຕະຫລອດທັງສາຍໂທລະສັບໄດ້ຖືກຕັດຂາດໝົດ. ພາບໃນໂທລະພາບ
ສະແດງ ໃຫ້ເຫັນ ບ້ານເຮືອນຕຶກອາຄານຫຼາຍໆຫລັງ ແລະລົດລາພາຫານະ ຖືກທຳລາຍ
ເສຍຫາຍ.

IRNA ກ່າວວ່າ ແຮງສັ່ນສະເທືອນຂອງແຜ່ນດິນໄຫວທີ່ຕິດຕາມມາ ຮູ້ສຶກໄດ້ຢູ່ໃນສາມ
ແຂວງ ອັນໂຮມທັງ ແຂວງ Ilam, Lorestan ແລະ Khuzestan.

ອິຣ່ານແມ່ນຕັ້ງຢູ່ບ່ອນ ທີ່ມີເສ້ນແຕກແຫງໃຫຍ່ໆ ຂອງໂລກຢູ່ໃຕ້ໜ້າດິນ ແລະໄດ້ປະສົບ ກັບໄພແຜ່ນດິນໄຫວ ຮ້າຍແຮງຫລາຍໆຄັ້ງ ໃນໄລຍະບໍ່ເທົ່າໃດປີຜ່ານມາ.

ເຈົ້າໜ້າທີ່ບັນເທົາທຸກ ກ່າວວ່າ ບໍ່ມີລາຍງານວ່າ ມີຄົນເສຍຊີວິດຍ້ອນແຜ່ນດິນໄຫວໃນ
ຄັ້ງນີ້ ແຕ່ "ມີການເສຍຫາຍດ້ານ​ວັດຖຸຢ່າງຫລວງຫຼາຍ."

IRAN EARTHQUAKE VO ((NO PNN))
please wait

No media source currently available

0:00 0:00:54 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG