ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສະພາ ເວເນຊູເອລາ ມອບອຳນາດໃໝ່ ໃຫ້ປະທານາທິບໍດີ Nicolas Maduro


ປະທານາທິບໍດີ ເວເນຊູເອລາ ທ່ານ Nicolas Maduro.
ປະທານາທິບໍດີ ເວເນຊູເອລາ ທ່ານ Nicolas Maduro.

ສະພາ​ແຫ່​ງຊາດ Venezuela ​ໄດ້​ມອບ​ອຳນາດ​ໃໝ່​ ໃຫ້ປະທາ
ນາທິບໍດີ Nicolas Maduro ​ໃນ​ວັນ​ອາທິດ​ວານ​ນີ້ ທີ່​ອຳນວຍ​
ໃຫ້​ທ່ານ ​ອອກກົດໝາຍ​ດ້ວຍ​ດຳລັດ​ໄດ້ ​ໄປຈົນເຖິງ​ທ້າຍ​ປີ​ນີ້.
ທ່ານ​ Maduro ກ່າວ​ວ່າ ການປະຕິບັດ​ການ​ດັ່ງກ່າວຂອງ​ສະພາ
​ໃນວັນ​ອາ​ທິນວານ​ນີ້ ອະນຸຍາດ​ໃຫ້​ທ່ານປ້ອງ​ກັນ​ປະ​ເທດ​ ຈາກ
​ການ​ຂົ່ມຂູ່​ຕ່າງໆ​ໂດຍ​ລັດຖະບານ​ສະຫະລັດ.

ທ່ານ Maduro ​ໄດ້​ຮ້ອງ​ຂໍເອົາ​ອຳນາດ​ເພີ້​ມຕື່ມ ຫຼັງຈາກ​ທີ່
​ສະຫະລັດ ​ໄດ້​ວາງ​ມາດ​ຕະການ​ລົງ​ໂທດ​ ຕໍ່ເຈົ້າໜ້າ​ທີ່​ເວ​ເນ​
ຊູ​ເອລາຫລາຍ​ຄົນ ​ທີ່​ຖືກ​ກ່າວ​ຫາ​ວ່າ ​ລະ​ເມີດ​ສິດທິ​ມະນຸດ.

ບັນດາ​ຜູ້ນຳ​ຝ່າຍ​ຄ້ານ ກ່າວ​ວ່າ ອຳນາດໃໝ່​ດັ່ງກ່າວນັ້ນ​ແມ່ນເທົ່າ​ກັນ ກັບການ​ຄ້ວາ​ເອົາ​ອຳນາດ ທີ່​ມີ​ຈຸດປະສົງ​ເພື່ອຫັນ​ເຫ​ຄວາມ​ສົນ​ໃຈ ​ໄປ ຈາກ​ບັນຫາ​ຕ່າງໆພາຍ​ໃນ​ປະ​ເທດ ​ລວມທັງ ການ​ຂາດ​ແຄນ​ອາ​ຫານ​ການ​ກິນຕ່າງໆ.

ປະທານາທິບໍດີ Maduro ກ່າວ​ວ່າ ທ່ານ​ໄດ້​ກຽມຈົດໝາຍ​ສະບັບ​ນຶ່ງ ສຳ​ຫລັບສົ່ງ​ເຖິງ
“ພົນລະ​ເມືອງ​ສະຫະລັດ” ທີ່​ປະນາມ ອັນ​ທີ່​ທ່ານ​ກ່າວ​ວ່າ ​ເປັນ​ການ​ຮຸກ​ຮານ​ຂອງ
ສະຫະລັດ ຢູ່​ໃນ​ເວ​ເນ​ຊູ​ເອລາ.

ທ່ານ Maduro ​ເວົ້າວ່າ “ຂ້າພະ​ເຈົ້າ ມີ​ຈົດໝາຍ​ຕຽມ​ພ້ອມ​ ໃຫ້​ພົນລະ​ເມືອງ​ຂອງ​
ສະຫະລັດ ​ແລະ ປະທານາທິບໍດີ ​ໂອ​ບາ​ມາ ທີ່​ບອກ​ໃຫ້​ພວກ​ເຂົາ​ເຈົ້າຊາບ ​ເຖິງ
ຄວາມ​ແທ້​ຈິງ​ຕ່າງໆ​ ຂອງ​ເວ​ເນ​ຊູ​ເອລາ ​ແລະ​ປະນາມການ​ຮຸກ​ຮານ​ໂດຍ​ດຳລັດ​
ທີ່​ທ່ານ​ ໂອ​ບາ​ມາ​ໄດ້​ລົງ​ນາມ​ນັ້ນ​ ​ແລະ ທວງ ໃນ​ນາມ​ສິນ​ທຳ​ ຂອງພົນລະ​ເມືອງ
Bolivar ໃຫ້ທ່ານ ບາຣັກ ​ໂອ​ບາ​ມາ ຍົກ​ເລີກ​ດຳລັດ​ປະທານາທິບໍດີ ທີ່​ຂົ່ມຂູ່​
ປະ​ເທດ​ຂອງ​ພວກ​ເຮົາ.”

XS
SM
MD
LG