ລິ້ງ ສຳຫລັບເຂົ້າຫາ

ໂຄງການ 'ເຮັດ​ຢູ່​ນິວຢອກ'​ ມີເປົ້າໝາຍ ດຶງ​ດູດ​ເອົາ ​ນັກ​ອອກ​ແບບ​ແຟຊັ່ນ ລຸ້ນໃໝ່


ນະຄອນ​ນິວຢອກ​ ຖື​ວ່າ ​ເປັນ​ສູນ​ກາງ​ແຟຊັ່ນແຫ່ງ​ນຶ່ງ​ຂອງ​ໂລກ
​ແຕ່​ພວກ​ນັກ​ອອກ​ແບບ​ແຟຊັ່ນ ​ມັກ​ຈະ​ສົ່ງແບບ​ເສື້ອ​ຂອງ​ພວກ
​ເຂົາ​ເຈົ້າ​ ​ໄປ​ຜະລິດ​ຢູ່​ຕ່າງປະ​ເທດ ​ເພື່ອ​ປະ​ຫຍັດເງິນ. ບັດ​ນີ້
ນິວຢອກ ກຳລັງສະໜອງ ສິ່ງ​ຈູງ​ໃຈຕ່າງໆ ​ເພື່ອ​ເພີ້​ມທະວີ​ການ
​ຜະລິດຢູ່​ພາຍໃນຕົວເມືອງ​ ​ແລະ​ດຶງ​ດູດ​ເອົາ​ນັກ​ອອກ​ແບບ​ແຟຊັ່ນ
ໜ້າ​ໃໝ່ ທີ່ມີ​ທ່າ​ທາງຈະ​ປະສົບ​ຜົນສຳ​ເລັດ​ນັ້ນ ​ໃຫ້ເຂົ້າ​ໄປ​ເຮັດ
​ວຽກຢູ່​ທີ່​ນັ້ນ. ດາຣາມີ​ລາຍ​ລະອຽດ​ກ່ຽວ​ກັບ​ເລື້ອງ​ນີ້ ມາສະ​ເໜີ​ທ່ານ
ຈາກ​ລາຍ​ງານ​ຂອງ ພະ​ແນ​ກຮຽນ​ພາສາ​ອັງ​ກິດ ຂອງ​ວີ​ໂອ​ເອ.

ຟັງລາຍງານນີ້ ເປັນພາສາອັງກິດ:

ຫລາຍໆ​ຄົນ​ໃນ​ບັນດາ​ນັກ​ອອກ​ແບບ​ເສື້ອ​ຜ້າ ທີ່​ໄດ້​ຮັບ​ຄວາມ​ນັບຖື​ຫລາຍ​ທີ່​ສຸດ​ໃນ​ໂລກ
ແມ່ນ​ພາກັນ​ອອກ​ແບບແຟຊັ່ນ​ຂອງ​ເຂົາ​ເຈົ້າ ຢູ່​ໃນ​ນະຄອນ​ນິວຢອກ. ​ແຕ່​ກໍ​ມີ​ຢູ່​ເລື້ອຍໆ ທີ່
ຜະລິດ​ຕະພັນ​ຂອງ​ເຂົາ​ເຈົ້າ ​ຖືກສົ່ງ​ໄປ​ຜະລິດຢູ່​ຕ່າງປະ​ເທດ​ເພື່ອ​ປະ​ຫຍັດເງິນ ກໍ​ຄື​ຄ່າ​ໃຊ້​ຈ່າຍ. ​ມາ​ບັດ​ນີ້ ນະຄອນ​ນິວຢອກ​ກຳລັງ​ນຳ​ສະໜອງ ສິ່ງ​ຈູງ​ໃຈຕ່າງໆ ​ເພື່ອ​ເພີ້​ມທະວີ​ການ
​ຜະລິດຢູ່​ພາຍໃນຕົວເມືອງ​ ​ແລະ​ດຶງ​ດູດ​ເອົາ​ນັກ​ອອກ​ແບບ​ແຟຊັ່ນ ທີ່ມີ​ທ່າ​ທາງຈະ​ປະສົບ
​ຜົນສຳ​ເລັດ​ນັ້ນ ​ໃຫ້ເຂົ້າ​ໄປ​ເຮັດ​ວຽກຢູ່​ທີ່​ນັ້ນ.

ໃນ​ນະຄອນ​ນິວຢອກ ອຸດ​ສາ​ຫະກຳ​ແຟຊັ່ນ​ແມ່ນ​ປະກອບ​ເປັນ ຫລາຍ​ກ່ວາ 5 ສ່ວຍ​ຮ້ອຍ
ຂອງ​ໜ່ວຍ​ແຮງ​ງານທັງ​ໝົດ. ນອກ​ນັ້ນ ອຸດສາຫະກຳ​ນີ້ຍັງທຳ​ຍອດ​ຂາຍ​ຍ່ອຍໄດ້ ​ເກືອບ
ຮອດ 18 ຕື້​ດອລລ່າຕໍ່​ປີ.

ພວກ​ຂາຍ​ເສື້ອຜ້າຍົກ ພວກ​ປະດິດ​ເສື້ອ​ຜ້າ ​ແລະ​ອອກ​ແບບ​ເສື້ອຜ້າ ​ໄດ້​ເຮັດ​ວຽກ​ຢູ່​ໃນ
​ຍ່ານຜະ​ລິດ​ເສື້ອ​ຜ້າ ຂອງ​ນະຄອນ​ນິວຢອກ ມາ​ຕັ້ງ​ແຕ່ຊຸມ​ປີ 1880.

ທ່ານ Bill de Blasio ​ເປັນ​ເຈົ້າ​ຄອງ​ກຳ​ແພງ​ນະຄອນ​ນິວຢອກ. ທ່ານ​ກ່າວ​ວ່າ ພວກ​ນັກ
ອອກ​ແບບ​ແຟຊັ່ນ ​ແລະ​ພວກ​ຜະລິດ​ເສື້ອ​ຜ້າ ​ແມ່ນ​ມີຄວາມ​ສຳຄັນ ຕໍ່ນິວຢອກ.

ທ່ານ​ກ່າວ​ວ່າ: “ມັນ​ບໍ່​ພຽງ​ແຕ່​ເປັນ​ພາກສ່ວນ​ສຳຄັນ​ທີ່​ທຳ​ປະ​ໂຫຍ​ດ​ໃຫ້​ແກ່​
ເສດຖະກິດ​ຂອງ​ເຮົາ​ເທົ່າ​ນັ້ນ ​ແຕ່​ຍັງ​ເປັນ​ນຶ່ງ​ໃນ​ພວກ​ອຸດສາຫະກຳ​ທີ່​ໂດດ
​ເດັ່ນ​ທີ​ສຸດ ​ໃນ​ເມືອງ​ນີ້. ​ເປັນ​ສິ່ງ​ນຶ່ງ​ທີ່ລະບຸ​ໄດ້​ຢ່າງ​ເລິກ​ເຊິ່ງ ກັບ​ລັກ​ສະ​ນະ​
ແລະ​ບຸກ ຄະ​ລິກກະພາບ​ຂອງ​ນິວຢອກ​ຊີ​ຕີ້ ​ແລະ​ພວກ​ເຮົາກໍ​ຢາກ​ເຮັດ​ໃຫ້
​ແນ່​ໃຈ ວ່າ​ມັນຈະ​ເປັນ​ເຊັ່ນ​ນັ້ນ​ຕະຫລອດ​ໄປ​ ​ແລະ ທີ່​ຈິງ​ແລ້ວ ກໍ​ແມ່ນ​ເຮັດ
ໃຫ້ ມັນ​ເຂ້​ມ​ແຂງ​ຍິ່ງ​ຂຶ້ນ.”

ປີ​ນີ້ ນິວຢອກ​ຈະ​ໃຊ້​ຈ່າຍ​ເງິນ ຫລາຍ​ຮອດ 15 ລ້ານ​ດອລລ່າ ​ເພື່ອ ​ເກ້​ຍກ່ອມ​ເອົາພວກ​
ນັກອອກ​ແບບ​ແຟຊັ່ນ​ແລະ​ຜູ້​ຜະ​ລິດ ທີ່​ມີ​ທ່າ​ທາງ​ຈະ​ປະສົບ​ຜົນສຳ​ເລັດ​ນັ້ນ ​ໃຫ້​ພາກັນ
ປະດິດສ້າງ​ແຟຊັ່ນ ຢູ່​ໃນ​ທ້ອງ​ຖິ່ນ. ການ​ຊ່ວຍ​ເຫລືອ​ດ້ານ​ການ​ເງິນ​ທີ່​ວ່າ​ນີ້ ​ແມ່ນ​ສະ​ເໜີ​
ໃຫ້​ຜ່ານໂຄງການ​ນຶ່ງ ​ທີ່​ຊື່ວ່າ Made in New York ຫລື​ ເຮັດ​ຢູ່​ນິວຢອກ.

ບັນດາ​ເຈົ້າ​ໜ້າ​ທີ່​ນະຄອນ​ນິວຢອກກ່າວ​ວ່າ ພວກ​ທຸລະ​ກິດ​ທີ່​ມີ​ສິດ​ຈະ​ໄດ້​ຮັບ​ການ​ຊ່ວຍ
ເຫລືອ​ນັ້ນ ຈະ​ຕ້ອງ​ຂາຍ​ເສື້ອ​ຜ້າ​ໃຫ້​ໄດ້ ຢ່າງ​ນ້ອຍ 1,000 ຕົວ​ໃນ​ແຕ່ລະ​ປີ. ນອກ​ນັ້ນ
ພວກເຂົາ​ເຈົ້າ​ຈະ​ຕ້ອງ​ອອກ​ແບບ ຕັດ​ແລະຫຍິບ​ໃສ່​ກັນ ​ແລະ​ຜະລິດ​ແຟຊັ່ນຂອງເຂົາ
ເຈົ້າ ຢູ່​ໃນນິວຢອກ.

Sarah Carson ​ເປັນ​ຜູ້​ກໍ່​ຕັ້ງ​ບໍລິສັດ​ນື່ງ ທີ່​ເຮັດ​ສິ່ງ​ທັງ​ໝົດ​ນັ້ນ ຊື່ວ່າ ບໍ​ລິສັດ Leota.
ນາງກ່າວ​ວ່າ ນາງກຳລັງລໍຖ້າ ສິ່ງ​ຈູງ​ໃຈໃຫ້​ຜະລິດ​ເສື້ອ​ຜ້າ ທີ່​ເຮັດຢູ່​ນິວຢອກຕື່ມ​ອີກ​ຢູ່.

ນາງ​ກ່າວ​ວ່າ​ “ການ​ໄດ້​ທຶນ​ຊ່ວຍ​ເຫລືອ​ອັນ​ນັ້ນ ​ໃນ​ຖານະ​ເປັນ​ທຸລະ​ກິດ
ຂະໜາດນ້ອຍ ​ໃນ​ຖານະ​ເປັນ​ທຸລະ​ກິດທີ່​ກຳລັງ​ຂະຫຍາຍ​ໂຕ ແທ້ໆ​ແລ້ວ
ແມ່ນມີ​ສ່ວນ​ສຳຄັນ​ຫລາຍ ຕໍ່​ການ​ຂະຫຍາ​ຍ​ທຸລະ​ກິດ​ຂອງຂ້ອຍຢູ່​ນີ່ ຕໍ່​ການ​
ສ້າງ​ໜ້າ​ວຽກ​ເພີ້​ມ​ຂຶ້ນ​ຢູ່ທີ່​ນີ້ ​ໃນ​ນະຄອນ​ນິວຢອກ ​ແລະ​ເປັນ​ເຊື້ອ​ໄຟຊຸກຍູ້​
ການ​ເຕີບ​ໂຕ​ຂອງ​ອຸດສາຫະກຳເສື້ອ​ຜ້າ ​ແລະ​ທຸລະ​ກິດ​ແຟຊັ່ນໃນນິວຢອກ.”

​Sarah Carson ​ເປີດ​ຕົວ​ເສື້ອ​ຜ້າ ​ຍີ່​ຫໍ້ Leota ເມື່ອ 4 ປີ​ກ່ອນ. ນັບ​ແຕ່​ນັ້ນ​ມາ ທຸລະ​ກິ​ດ
ກໍໄດ້​ເຕີບໃຫຍ່​ຂຶ້ນ​ ​ແຕ່ Sarah Carson ກ່າວ​ວ່າ ການ​ຜະລິດ​ຢູ່​ໃນ​ນິວຢອກ ມີ​ຂໍ້​ຈຳກັດ
ຫລາຍໆ​ຢ່າງ ທີ່​ຮວມທັງຄ່າ​ເຊົ່າ​ຫ້ອງ​ການ​ທີ່​ແພງ​ຫລາຍ ໜ່ວຍ​ແຮງ​ງານ​ທີ່​ມີ​ອາຍຸ​ແກ່ຂຶ້ນ
ນັບ​ມື້ ​ແລະ​ເທັກ​ໂນ​ໂລ​ຈີ​ທີ່​ລ້າ​ສະ​ໄໝ.

Sarah Carson ກ່າວ​ວ່າ “ພວກ​ເຮົາ​ບໍ່​ມີ​ເທັກ​ໂນ​ໂລ​ຈີ​ບາງ​ຢ່າງ​ທີ່​ພວກ​ເຮົາ​
ຕ້ອງການ ​ສຳ​ຫລັບ​ເທັກ​ນິກການ​ຖັກ ​ທີ່​ສະຫລັບຊັບຊ້ອນ ​ແລະ​ການ​ຕັດ
​ດ້ວຍ​ແສງ​ເລ​ເຊີ ​ແລະສະ​ຕາຍ​ ຫລື​ຮູບ​ແບບບາງ​ຢ່າງ​ ທີ່ຜູ້​ຄົນ​ກຳລັງ​ນິຍົມ
​ກັນຊື້ ​ໃນ​ເວລາ​ນີ້. ພວກ​ເຮົາ​ບໍ່​ສາມາດ​ເຮັດ​ສິ່ງເຫລົ່າ​ນັ້ນ​ໄດ້​ຢູ່​ນີ່.”

​ໂຄງການ ​ເຮັດ​ຢູ່​ນິວຢອກ ຫລື Made in New York ​ແມ່ນ​ສະໜອງ​ການ​ຊ່ວຍ​ເຫລືອ ​
ໃຫ້​ແກ່​ພວກ​ໂຮງຈັກ​ໂຮງງານ ທີ່​ລົງທຶນ​ໃໝ່ໃສ່​ເທັກ​ໂນ​ໂລ​ຈີ່ ​ແລະ​ການ​ພັດທະນາ​ໜ່ວຍ
ແຮງງານ. ມາ​ຮອດ​ດຽວ​ນີ້ ນິວຢອກ​ໄດ້​ອະນຸມັດ​ເງິນຊ່ວຍ​ເຫລືອ ຈຳນວນ​ຫລາຍ​ກ່ວານຶ່ງ
ລ້ານ​ດອລລ່າ​ແລ້ວ ​ໃຫ້​ແກ່​ພວກ​ໂຮງງານ​ທີ່​ມີ​ເງຶ່​ອນ​ໄຂ​.

Kenny Hung ເປັນ​ເຈົ້າ​ຂອງ​ໂຮງງານ​ໃນ​ທ້ອງ​ຖິ່ນ​ແຫ່ງ​ນຶ່ງ ທີ່​ຜະລິດ​ເສື້ອ​ຜ້າ​ຍີ່​ຫໍ້ Leota.
ລາວ​ບໍລິຫານ​ໂຮງງານ​ແຫ່ງ​ນັ້ນ​ ກັບ​ພັນ​ລະ​ຍາ ທີ່​ຊື່ Carmen. ລາວ​ກ່າວ​ວ່າ ມັນ​ບໍ່​ມີວຽກ​ຜະລິດ​ແຟຊັ່ນ​ຫລາຍ​ພໍ ທີ່​ຈະ​ເຮັດ​ໃຫ້​ພວກ​ຕັດຫຍິບ​ທັງຫລາຍ ມີ​ວຽກ​ເຮັດ​ຕະຫລອດ​ປີ.

​ເພື່ອ​ຊ່ວຍ​ແກ້​ໄຂ​ບັນຫາ​ນີ້ ທາງ​ເມືອງ​ໄດ້​ສ້າງ​ລະບົບ​ອີ​ເລັກ​ໂທຣນິກ ອັນນຶ່ງ​ຂຶ້ນ​ມາ ​ເພື່ອ
ເຊື່ອມ​ຕໍ່​ພວກ​ນັກ​ອອກ​ແບບ​ແຟຊັ່ນ​ໃນ​ເຂດ​ທ້ອງ​ຖິ່ນ ກັບ​ບັນດາ​ສູນ​ກາງ​ຜະລິດ​ທ້ອງ​ຖິ່ນ
ຊຶ່ງ​ທຸກໆ​ຄົນ​ຫວັງ​ວ່າ ມັນ​ຈະ​ໝາຍ​ເຖິງການ​ມີ​ວຽກເຮັດເພີ້​ມຂຶ້ນ ສຳ​ຫລັບ​ທັງ​ພວກ​ໂຮງ​ຈັກ​ໂຮງງານ ແລະແລະ​ພວກ​ຄົນ​ງານ​ທີ່​ມີຄວາມ​ຮູ້​ຄວາມ​ຊຳນານ. ນອກ​ນັ້ນ​ແລ້ວ ທ່ານ Kenny Hung ກໍອາດ​ຈະໄດ້​ຮັບ​ການ​ພິຈາລະນາ​ໃນ​ເລື້ອງ​ການ​ຊ່ວຍ​ເຫລືອ​ດ້ານ​ການ​ເງິນ ຖ້າຫາກ​
ລາວ​ລົງທຶນຊື້​ເອົາ​ເທັກ​ໂນ​ໂລ​ຈີ​ທີ່​ດີ​ຂຶ້ນ​ມາ​ໃຊ້. ນັ້ນ​ແມ່ນ​ຈະ​ເຮັດ​ໃຫ້​ໂຮງງານ​ຂອງ​ລາວ​ເປັນ
ທາງ​ເລືອກ​ທີ່​ດຶງ​ດູດ​ໃຈຫລາຍ​ຂຶ້ນ ສຳ​ຫລັບ​ພວກ​ນັກ​ອອກ​ແບບ​ແຟຊັ່ນ ທີ່​ປະຈຳ​ຢູ່​ນິວຢອກ.

ນັບ​ຈາກ​ການ​ອອກ​ແບບ ​ໄປ​ຫາ​ການຫຍິບ ການ​ຜະລິດ ​ໄປ​ຫາ​ຜະລິດ​ຕະພັນ​ຂັ້ນ​ສຸດ​ທ້າຍ
ເສື້ອ​ຜ້າ​ທີ່​ເຮັດ​ຢູ່ນິວຢອກຊີ​ຕີ້ ກໍ​ແມ່ນເປັນສິ່ງ​ທີ່ດີ ສຳ​ຫລັບເສດຖະກີດ​ທ້ອງ​ຖິ່ນ ທັງ​ຍັງ​ຈະ​ເຮັດ​ໃຫ້​ແນ່​ໃຈໄດ້ອີກ​ວ່າ ນິວຢອກຈະ​ກາຍ​ເປັນ​ສູນ​ກາງ​ແຟຊັ່ນ ​ໃນ​ຫລາຍໆ​ປີ​ຕໍ່ໜ້າ.

ທ່ານວ່າ ກະໂປງໂຕນີ້ ແມ່ນສີຫຍັງກັນແທ້?

XS
SM
MD
LG