ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອະດີດປະທານາທິບໍດີ Madagascar ຖືກຂັດຂວາງ ບໍ່ໃຫ້ກັບຄືນປະເທດ


ອະດີດປະທານາທິບໍດີ Marc Ravalomanana ທີ່ສະໜາມບິນ O.R Tambo ໃນເວລາບິນກັບໄປເຖິງນະຄອນໂຈແຮນແນັສເບີກ ປະເທດອາຟຣິກາໃຕ້ ເມື່ອວັນທີ 21 ມັງກອນ 2012. REUTERS/Siphiwe Sibeko (SOUTH AFRICA - Tags: POLITICS)
ອະດີດປະທານາທິບໍດີ Marc Ravalomanana ທີ່ສະໜາມບິນ O.R Tambo ໃນເວລາບິນກັບໄປເຖິງນະຄອນໂຈແຮນແນັສເບີກ ປະເທດອາຟຣິກາໃຕ້ ເມື່ອວັນທີ 21 ມັງກອນ 2012. REUTERS/Siphiwe Sibeko (SOUTH AFRICA - Tags: POLITICS)

ພັກຂອງອະດີດ​ປະທານາທິບໍດີ​
Marc Ravalomanana ໄດ້
ງົດບົດບາດຂອງຕົນໃນລັດຖະ
ບານ​ເອກະ​ພາບຂອງ​ມາ​ດາ​
ກັສກາຣ໌ ລຸນຫລັງທີ່ເຮືອບິນທີ່
ນໍາເອົາທ່ານ Ravalomana-
na ​ກັບຄືນບ້ານຈາກການ​ລີ້​ໄພ​
ຢູ່​ໃນ​ຕ່າງປະເທດບໍ່​ໄດ້​ຮັບ​ອະນຸ
ຍາດ​ໃຫ້​ລົງ​ຈອດ.

ໂຄສົກປະຈໍາຂະບວນການຂອງ
ທ່ານ Ravalomanana ເວົ້າ
ວ່າ ສະມາຊິກຂອງຕົນ ຢູ່ໃນ
ຄະນະລັດຖະບານ ແລະລັດຖະ
ສະພາຈະບໍ່ເຂົ້າຮ່ວມໃນການ
ປະຊຸມໃດໆ ເພື່ອປະທ້ວງຕໍ່
ການປະຕິເສດບໍ່ຍອມໃຫ້ຜູ້ນໍາ
ທີ່ຖືກ​ໂຄ່ນ​ລົ້ມຂອງພວກເຂົາ
ເຈົ້ານັ້ນ ກັບຄືນປະເທດໃນ​ວັນ
ເສົາ​ວານນີ້.

ໃນລະຫວ່າງຖ້ຽວບິນກັບ​ຄືນໄປຍັງ​ນະຄອນ​ໂຈ​ແຮນ​ແນັສ​ເບີກ​ ປະ​ເທດ​ອາ​ຟຣິກາ​ໃຕ້ນັ້ນ
ໂຄສົກຂອງທ່ານ Ravalomanana ກ່າວວ່າ ທ່ານ Ravalomanana ຍັງຢາກກັບ
ຄືນໄປຍັງ​ມາ​ດາ​ກັສກາຣ໌ ບ້ານເກີດເມືອງນອນຂອງ​ທ່ານ ທີ່​ເປັນປະ​ເທດເກາະດອນ ​
ຕັ້ງຢູ່​ນອກຝັ່ງທະ​ເລ​ກໍ້າ​ຕາ​ເວັນ​ອອກ​ຂອງ​ອາ​ຟຣິກາ​ນັ້ນ.

ທ່ານ Ravalomanana ​ໄດ້​ໃຊ້​ເວລາ​ສາມ​ປີຜ່ານມາ ລີ້​ໄພ​ຢູ່​ໃນ​ປະ​ເທດ​ອາ​ຟຣິກາ​ໃຕ້.

ມາ​ດາ​ກັສກາຣ໌ ທີ່​ເປັນປະ​ເທດເກາະດອນ ​ຕັ້ງຢູ່​ນອກ ຝັ່ງທະ​ເລ​ກໍ້າ​ຕາ​ເວັນ​ອອກ​ຂອງ​ອາ​ຟຣິກາ​ນັ້ນ.
ມາ​ດາ​ກັສກາຣ໌ ທີ່​ເປັນປະ​ເທດເກາະດອນ ​ຕັ້ງຢູ່​ນອກ ຝັ່ງທະ​ເລ​ກໍ້າ​ຕາ​ເວັນ​ອອກ​ຂອງ​ອາ​ຟຣິກາ​ນັ້ນ.

ເຮືອບິນທີ່ນໍາເອົາອ​ະດີ​ດຜູ້​ນໍາ​
ທ່ານ​ນີ້​ກັບຄືນປະເທດ ໄດ້
ຖືກບັງຄັບໃຫ້ກັບຄືນໄປຍັງ
ນະຄອນໂຈ​ແຮນ​ແນັສ​ເບີກ
ລຸນຫລັງທີ່ພວກເຈົ້າໜ້າທີ່
Madagascar ປະກາດປິດ
ເຂດນ່ານຟ້າຂອງປະເທດ
ໃນ​ມື້ວານນີ້.


ທ່ານ Ravalomanana
ເວົ້າວ່າ ທ່ານຢາກກັບຄືນ
ບ້ານເກີດ ເພື່ອຈະນໍາເອົາ
ແຜນການຟື້ນຟູປະຊາທິ
ປະໄຕໄປປະຕິບັດຢູ່ໃນປະ
ເທດທີ່ເປັນເກາະດອນແຫ່ງ
ນັ້ນ. ກຳລັງ​ຮັກສາ​ຄວາມ​
ສະຫງົບ​ກ່າວ​ວ່າ ທ່ານ​ຈະ​ຖືກ​ຈັບ​ຖ້າ​ທ່ານ​ຫາກ​ເດີນທາງ​ກັບ.

ທ່ານ Ravalomanana ໄດ້ຖືກຕັດສິນໂທດຫຼັບຫຼັງ ໃຫ້ຈຳຄຸກຕະຫຼອດຊີວິດ​ຍ້ອນການ ເສຍຊີວິດຂອງພວກປະທ້ວງຝ່າຍຄ້ານຫຼາຍສິບຄົນ ໂດຍກຳລັງຮັກສາປະທານາທິບໍດີໃນ
ປີ 2009 ກ່ອນໜ້າການກໍ່ລັດຖະປະຫານໂຄ່ນລົ້ມທ່ານນັ້ນ.

XS
SM
MD
LG