ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ ມາຄຣົງ ກ່າວວ່າ ປະເທດ ຝຣັ່ງ ແມ່ນໃກ້ ກັບຄວາມຈະເລີນ ທີ່ກຳລັງຈະເກີດໃໝ່


ປະທານາທິບໍດີ ທີ່ພົ້ນຈາກຕຳແໜ່ງ ທ່ານ Francois Hollande, ກາງຊ້າຍ, ຕ້ອນຮັບປະທານາທິບໍດີ ຝຣັ່ງ
ຄົນໃໝ່ ທ່ານ Emmanuel Macron ໃນເວລາທີ່ທ່ານ
ເດີນທາງຮອດພິທີເຂົ້າຮັບຕຳແໜ່ງຂອງທ່ານຢູ່ທຳນຽບ ເອລີເຊ ໃນນະຄອນຫຼວງ ປາຣີ. 14 ພຶດສະພາ, 2017.
ປະທານາທິບໍດີ ທີ່ພົ້ນຈາກຕຳແໜ່ງ ທ່ານ Francois Hollande, ກາງຊ້າຍ, ຕ້ອນຮັບປະທານາທິບໍດີ ຝຣັ່ງ ຄົນໃໝ່ ທ່ານ Emmanuel Macron ໃນເວລາທີ່ທ່ານ ເດີນທາງຮອດພິທີເຂົ້າຮັບຕຳແໜ່ງຂອງທ່ານຢູ່ທຳນຽບ ເອລີເຊ ໃນນະຄອນຫຼວງ ປາຣີ. 14 ພຶດສະພາ, 2017.

ຜູ້ນຳປະເທດທີ່ໜຸ່ມນ້ອຍທີ່ສຸດຂອງ ຝຣັ່ງ ນັບຕັ້ງແຕ່ນາຍພົນ Napoleon Bonaparte ເປັນຕົ້ນມານັ້ນ, ໄດ້ສະເໜີຕົນເອງເປັນປະທານາທິບໍດີຂອງປະຊາຊົນ ຝຮັ່ງ ທຸກໆຄົນ ໃນວັນອາທິດມື້ນີ້ ໃນເວລາທີ່ທ່ານໄດ້ສາບານຕົນເຂົ້າຮັບຕຳແໜ່ງ ໃນນະຄອນຫຼວງ
ປາຣີ, ເປັນການເດີນທາງຕາມບາດກ້າວສາທາລະນະລັດທີ 5 ຂອງຍັກໃຫຍ່ດ້ານການ
ເມືອງ ນາຍພົນ Charles de Gaulle ແລະ ທ່ານ Jacques Chirac.

ປະຊາຊົນຫຼາຍຄົນ ກຳລັງກາງຕໍ່ອາໄສທ່ານ Emmanuel Marcon, ຜູ້ທີ່ເມື່ອສອງປີທີ່
ຜ່ານມາ ໄດ້ເລີ່ມຕົ້ນເຮັດໃນສິ່ງທີ່ປະຊາຊົນຫຼາຍຄົນໄດ້ປະຕິເສດວ່າ ເປັນການສະແຫວງ
ຫາສິ່ງທີ່ມີຄວາມເປັນໄປບໍ່ໄດ້ ເພື່ອເຮັດໃຫ້ທ່ານໄດ້ຮັບເລືອກເປັນປະທານາທິບໍດີ ຝຣັ່ງ ຜູ້ທີ່ມີແນວຄິດທາງການເມືອງເປັນກາງ, ຜູ້ລົງແຂ່ງຂັນສະໜັບສະໜູນສະຫະພາບ ຢູໂຣບ ທີ່ໄດ້ໂຄສະນາຫາສຽງທາງການເມືອງເປັນຄັ້ງທຳອິດ ແລະ ບໍ່ໄດ້ຮັບການສະໜັບສະໜູນ
ຈາກພັກການເມືອງທີ່ສຳຄັນຂອງປະເທດ.

ທ່ານ Macron ໄດ້ຖືກຕ້ອນຮັບເຂົ້າສູ່ທຳນຽບ ເອລີເຊ ໂດຍປະທານາທິບໍດີ Francois Hollande ທີ່ໄດ້ພົ້ນຈາກຕຳແໜ່ງໄປ, ຜູ້ທີ່ປະຊາຊົນ ຝຣັ່ງ ຈຳນວນຫຼາຍ ຍົກຕົວຢ່າງ
ອະທິບາຍວ່າ ໄດ້ສິ້ນສຸດອາຊີບທາງດານເມືອງດ້ວຍຄວາມລົ້ມແຫຼວ ຫຼາຍກວ່າຜູ້ດຳ
ລົງຕຳແໜ່ງກ່ອນໜ້າທ່ານສ່ວນຫຼາຍ. ທ່ານ Macron ໄດ້ມີຊື່ສຽງ ແລະ ໄດ້້ຮັບການສະ
ໜັບສະໜູນໂດຍການເລືອກຕັ້ງຂອງທ່ານວ່າ ເປັນຜູ້ຊາຍທີ່ມັກຈະປະສົບຄວາມສຳເລັດ. ຕອນນີ້ທ່ານມີອຳນາດເໜືອທຸກຢ່າງ ເພື່ອບັນລຸທຸກໆເປົ້າໝາຍໃຫຍ່ກວ່າທີ່ຖືກວາງອອກ
ມາໂດຍທ່ານ Hollande ໃນພິທີເຂົ້າຮັບຕຳແໜ່ງຂອງທ່ານເມື່ອຫ້າປີກ່ອນ.

ກ່ອນໜ້າການເດີນທາງໄປຮອດ ຂອງທ່ານ Marcon ນັ້ນ, ທ່ານ Hollande ໄດ້ຢືນຢູ່ລະ
ບຽງຂອງຫ້ອງການ ແລະ ແນມເບິ່ງທົ່ວພື້ນທີ່ທຳນຽບເປັນຄັ້ງສຸດທ້າຍ.

ຖ່າມກາງພິທີ ແລະ ເຫດການຂອງວັນອາທິດມື້ນີ້, ສິ່ງທ້າທາຍໃນອະນາຄົດ ແມ່ນໄດ້ຖືກ
ລືມໄປເຄິ່ງໜຶ່ງໂດຍຝູງຊົນທີ່ຢືນລຽນກັນຢູ່ຖະໜົນ Champ Elysee ບ່ອນທີ່ທ່ານ
Macron ໄດ້ວາງພວງມາລາຢູ່ສະຖານທີ່ລະນຶກເຖິງ ທະຫານນິລະນາມ ຢູ່ອະນຸສາວະລີ
Arc de Triomph. ກ່ອນໜ້ານັ້ນຢູ່ໃນຫ້ອງໃຫຍ່ຂອງທຳນຽບ ເອລີເຊ, ທ່ານ Macron ໄດ້ຖືກມອບສາຍຄໍກຽດຕິຍົດ ເຊິ່ງຄັ້ງໜຶ່ງເຄີຍເປັນຂອງຜູ້ນຳກອງທັບທ່ານ Napoleon
ທີ 1 ໃຫ້. ໜຶ່ງໃນບັນດາຜູ້ສະໜັບສະໜູນຂອງທ່ານ, ທ່ານ Axelle Tessandier, ທີ່ປຶກ ສາດ້ານການຕະຫຼາດໄດ້ຂຽນຂໍ້ຄວາມລົງໃນ Twitter ວ່າ “ເປັນຄວາມຮູ້ສຶກທີ່ດີທີ່ສຸດ.”

ແຕ່ພະລະກິດໃນຕໍ່ໜ້າແມ່ນບໍ່ໄດ້ຖືກລືມໄປຕາມກັນ. ໃນພິທີສາບານໂຕຂອງທ່ານນັ້ນ,
ທ່ານ Marcon ອະດີດນັກທະນາຄານການລົງທຶນ ຜູ້ທີ່ໄດ້ປະຕິບັດໜ້າທີ່ເປັນ ລັດຖະມົນ
ຕີທີ່ຖືກແຕ່ງຕັ້ງໂດຍລັດຖະບານຂອງທ່ານ Hollande ພຽງສອງປີເທົ່ານັ້ນ, ໄດ້ກ່າວຕໍ່ປະ
ເທດ ຝຣັ່ງ ວ່າ ເປົ້າໝາຍຂອງທ່ານແມ່ນ ເລີ່ມສາທາລະນະລັດທີ 5 ຄືນໃໝ່ ແລະ ລວບ
ລວມປະຊາຊົນ ຝຣັ່ງ ໃຫ້ເປັນອັນໜຶ່ງອັນດຽວກັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG