ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຫຼວງພະບາງ ສະຫຼອງ ບຸນປີໃໝ່ລາວ ຢ່າງ ຍິ່ງໃຫຍ່ ເຖິງ 10 ວັນ


ພິທີແຫ່ພະບາງ ໃນລະຫວ່າງການສະເຫຼີມສະຫຼອງ ບຸນປີໃໝ່ລາວ ຢູ່ແຂວງຫຼວງພະບາງ.
ພິທີແຫ່ພະບາງ ໃນລະຫວ່າງການສະເຫຼີມສະຫຼອງ ບຸນປີໃໝ່ລາວ ຢູ່ແຂວງຫຼວງພະບາງ.

ເມືອງມໍລະດົກໂລກຫຼວງພະບາງ ສະຫຼອງບຸນສົງການປີໃໝ່ ລາວ ຢ່າງຍິ່ງໃຫຍ່ເຖິງ 10 ວັນດ້ວຍການສືບສານຮີດຄອງປະເພນີບູຮານອັນດີງາມຂອງຊາວ ຫຼວງພະບາງ ໄວ້ຢ່າງ ຄົບຖ້ວນ.

ທ່ານ ສຸກັນ ບຸນຍົງ ເຈົ້າແຂວງຫຼວງພະບາງ ຖະແຫຼງຢືນຢັນວ່າ ງານສົງການປີໃໝ່ ລາວ ຢູ່ເມືອງມໍລະດົກໂລກຫຼວງພະບາງ ປີພ.ສ 2560 ນີ້ໄດ້ຈັດຂຶ້ນເປັນຢ່າງຍິ່ງໃຫຍ່ ໂດຍ ການສະເຫຼີມສະຫຼອງຈະດຳເນີນໄປເປັນເວລາເຖິງ 10 ວັນຕິດຕໍ່ກັນກໍຄືນັບຈາກວັນທີ
10 ຫາ 19 ເມສາດ້ວຍການຈັດກິດຈະກຳ ແລະ ພິທີກຳຕ່າງໆຕາມຮີດຄອງປະເພນີ
ບູຮານອັນດີງາມຂອງ ລາວ ຢ່າງຄົບຖ້ວນ.

ໂດຍເລີ່ມດ້ວຍການເປີດຕະຫຼາດນັດສະແດງສິນຄ້າຢູ່ທີ່ເດີນທາດຫຼວງໃນວັນທີ 10 ເມ
ສາ ຕິດຕາມດ້ວຍການປະກວດນາງສັງຂານເພື່ອຄັດເລືອກເອົາສາວງາມ 7 ຄົນເປັນຕົວ
ແທນຂອງທິດາກພະຍາກະບິນລະພົມໃນວັນທີ 11 ຫາ 12 ເມສາທີ່ເດີນທາດຫຼວງ ພ້ອມ
ດ້ວຍການສະແດງດ້ານສິລະປະວັນນະຄະດີພື້ນເມືອງຕໍ່ເນື່ອງດ້ວຍການລົງຕະຫຼາດທີ່ມີ
ສິນຄ້ານານາຊະນິດວາງຈຳໜ່າຍຕະຫຼອດແນວຖະໜົນໃຈກາງຂອງເມືອງຫຼວງໃນວັນ
ທີ​ 13 ເມສາຕັ້ງແຕ່ 6 ໂມງເຊົ້າເຖິງ 12 ໂມງ ສ່ວນຊ່ວງບາຍກໍເປັນການກໍ່ເຈດີຊາຍຢູ່
ແຄມຝັ່ງນໍ້າຄາມ ການແຂ່ງກິລາພື້ນເມືອງ, ການແຫ່ບັ້ງໄຟ, ການສະແດງສິລະປະ ວັດ
ທະນະທຳຊົນເຜົ່າ ແລະ ການບາສີສູ່ຂວັນ ເພື່ອເປັນສິລິມົງຄຸນແກ່ຊີວິດ.

ສຳລັບໃນເຊົ້າວັນທີ 14 ເມສາ ກໍເປັນການຢຢ້ຽມຊົມວິຖີຊີວິດການເປັນຢູ່ ແລະ ສິລະປະ
ວັດທະນະທຳປະເພນີຂອງ ຊາວ ໄທລື້ທີ່ບ້ານ ຜານົມ ໂດຍມີບຸກຄົນສຳຄັນຂອງທາງການ
ລາວ ແລະ ແຂກຕ່າງຊາດເຂົ້າຮ່ວມໃນພິທີບາສີສູ່ຂວັນຂອງຊາວໄທລື້ດ້ວຍ ສ່ວນຕອນ
ບ່າຍເປັນການແຫ່ວໍ່ຈາກວັດທາດນ້ອຍໄປທີ່ວັດຊຽງທອງ ເພື່ອປະກອບກຳພິທີທາງສາ
ສະໜາ ແລະ ບຸນຕັກບາດໃນເຊົ້າຂອງວັນທີ 15 ເມສາ ແລະ ຈັດຂະບວນແຫ່ນາງສັງ
ຂານ ສ່ວນໃນຊ່ວງບາຍເຖິງແລງເປັນພິທີບູຊາພະທາດຈອມສີ, ພິທີໄຫວ້ພະບາງ ພິທີ
ບາສີສູ່ຂວັນ ເພື່ອຮັບພອນປີໃໝ່ ຈັດຂະບວນແຫ່ວໍ່ຈາກວັດຊຽງທອງກັບຄືນວັດທາດ
ນ້ອຍ ແລະ ຈັດຂະບວນແຫ່ໂຄງໄຟພະຍານາກຈາກພະທາດຈອມສີ ລົງສູ່ຫໍພິພິຕະພັນ ປິດທ້າຍດ້ວຍການສະແດງສິລະປະວັນນະຄະດີ ເລື່ອງນາງສີດາລຸຍໄຟ ແລະ ຟ້ອນນາງ
ແກ້ວຕາມລຳດັບ.

ສ່ວນຕອນເຊົ້າວັນທີ 16 ເມສາ ກໍເລີ່ມດ້ວຍພິທີທາງສາສະໜາ ເພື່ອອັນເຊີນພະບາງຈາກ
ຫໍພິພິຕະພັນໄປວັດໃໝ່ສຸວັນນະພູມາຣາມ ເພື່ອໃຫ້ປະຊາຊົນຫົດສົງ ຈັດຂະບວນແຫ່ນາງ
ສັງຂານທາງເຮືອ ເພື່ອໄປຫົດສົງພະພຸດທະຮູບຢູ່ຖໍ້າຕິ່ງ ເມືອງປາກອູ ໃນຕອນບ່າຍ ຫຼື ກ່ອນປິດງານຕະຫຼາດນັດ ແລະ ຈັດການສະແດງວັນນະຄະດີພະລັກ-ພະຣາມ, ຟ້ອມລີງ, ຟ້ອນຍັກ, ຟ້ອນນາງແກ້ວ ແລະ ຟ້ອນດອກຈຳປາ ໃນຄືນວັນທີ 17 ແລະ 18 ເມສາ.

ສຳລັບວັນທີ 19 ເມສາອັນເປັນມື້ສຸດທ້າຍຂອງເທດສະການ ກໍມີພິທີກຳຕາມຮີດຄອງປະ
ເພນີທີ່ຊາວຫຼວງພະບາງໄດ້ປະຕິບັດສືບຕໍ່ກັນມາຢ່າງຍາວນານ ກໍຄືການຈັດພິທີກຳທາງ
ສາສະໜາເພື່ອອັນເຊີນພະບາງຈາກວັດໃໝ່ສຸວັນນະພູມາຣາມກັບໄປປະດິດສະຖານທີ່
ຫໍພິພິຕະພັນ ອັນຖືວັນສິ້ນສຸດການສະເຫຼີມສະຫຼອງສົງການປີໃໝ່ ລາວ ປີ ພ.ສ 2560 ນີ້ຢ່າງສົມບູນ.

ທ່ານ ສຸກັນ ຢືນຢັນວ່າ ມີນັກທ່ອງທ່ອງຊາວຕ່າງຊາດເດີນທາງມາຮ່ວມສະເຫຼີມສະຫຼອງ
ບຸນສົງການປີໃໝ່ ລາວ ຢູ່ແຂວງຫຼວງພະບາງເພີ່ມຂຶ້ນທຸກປີ ຊຶ່ງເຮັດໃຫ້ຕ້ອງມີການກໍ່ສ້າງ
ໂຮມແຮມ-ບ້ານພັກເພີ່ມຂຶ້ນທຸກປີ ລວມເຖິງການຈັດການເດີນລົດເພື່ອແກ້ບັນຫາແອອັດ
ໃນຕົວເມືອງດັ່ງທີ່ທ່ານຢືນຢັນວ່າ.

"ສະເພາະ 2 ດ້ານຫຼັກທີ່ພວກເຮົາໄດ້ເອົາໃຈໃສ່ນຳກັນນີ້ແມ່ນອັນທີ 1 ແມ່ນເລື່ອງ
ການຈັດສັນຄວາມເປັນລະບຽບການຈອດລົດ, ການເດີນລົດໃນຕົວເມືອງ ນອກຈາກ
ຈັດບ່ອນຈຸດຈອດລົດແລ້ວ ພວກເຮົາຈະເນັ້ນວ່າຖ້າຜູ້ໃດບໍ່ຈຳເປັນຖືວ່າພວກເຮົາຈະ
ຈັດບ່ອນເອົາລົດຫັ່ນໄວ້ອ່າວໄກໜ້ອຍໜຶ່ງ ພວກເຮົາມີລົດໄຟຟ້າເນາະ ເປັນລົດບໍລິ
ການໃຫ້ເທົ່າທີ່ເຮັດໄດ້ ໂຕນີ້ລົດໄຟຟ້າພວກເຮົາກໍມີຈຳນວນ 30-40 ຄັນ ຈະເອົາລົດ
ນັ້ນຂົນສົ່ງເຈົ້າໄປເພື່ອວ່າຫຼຸດຜ່ອນເທົ່າໃດກໍຍິ່ງດີ ເພື່ອວ່າບໍ່ໃຫ້ມີລົດໃຫຍ່ເຂົ້າໄປແອ
ອັດຢູ່ໃນເຂດຈັດງານບຸນນັ້ນຫຼາຍ."

ໃນປັດຈຸບັນແຂວງຫຼວງພະບາງມີໂຮງແຮມ-ຣີສອດ 76 ແຫ່ງ ບ້ານພັກ 327 ແຫ່ງ, ຮ້ານ
ອາຫານພື້ນເມືອງ ແລະ ສາກົນ 286 ແຫ່ງ ຮອງຮັບນັກທ່ອງທ່ຽວຕ່າງຊາດໄດ້ 5 ແສນ ກວ່າຄົນໃນປີ 2017 ນີ້.

XS
SM
MD
LG