ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຫລວງພະບາງເຊື່ອວ່າ ຈະ​ດຶງດູດເອົາ​ນັກ​ທ່ອງ​ທ່ຽວ ໄດ້ຫລາຍຂຶ້ນໃນປີນີ້​


ວັດຊຽງທອງ ໃນໃຈກາງເມືອງຫລວງພະບາງ ຊຶ່ງເປັນປູສະນີຍະ
ສະຖານອັນເກົ່າແກ່ ແລະເປັນແຫລ່ງດຶງດູດນັກທ່ອງທ່ຽວແຫ່ງນຶ່ງ
ຂອງຕົວເມືອງຫລວງພະບາງ
ວັດຊຽງທອງ ໃນໃຈກາງເມືອງຫລວງພະບາງ ຊຶ່ງເປັນປູສະນີຍະ ສະຖານອັນເກົ່າແກ່ ແລະເປັນແຫລ່ງດຶງດູດນັກທ່ອງທ່ຽວແຫ່ງນຶ່ງ ຂອງຕົວເມືອງຫລວງພະບາງ

ທາງການແຂວງຫລວງພະບາງຄາດໝາຍວ່າ ຈະມີນັກທ່ອງທ່ຽວຊາວຕ່າງຊາດຫລາຍກວ່າ 240,000 ຄົນ ທີ່ຈະເດີນທາງເຂົ້າໄປທ່ອງທ່ຽວ ໃນແຂວງຫລວງພະບາງ ໃນຕະຫລອດ ໄລຍະແຜນການປີ 2010-2011 ນີ້.

ທາງ​ການແຂວງ​ຫລວງ​ພະ​ບາງຄາດໝາຍວ່າ ຈະ​ມີ​ນັກ​ທ່ອງ​
ທ່ຽວ​ຊາວ​ຕ່າງ​ຊາດ​ຫລາຍ​ກວ່າ 240,000 ​ຄົນ​ ທີ່​ຈະເດີນ
ທາງເຂົ້າໄປ​ທ່ອງ​ທ່ຽວ​ໃນ​ແຂວງ​ຫລວງ​ພະ​ບາງ ​ໃນ​ຕະ
ຫລອດໄລຍະແຜນການ​ປີ 2010-2011 ​ນີ້.

ທ່ານ​ຄຳ​ຜຸຍ ພົມມະ​ວົງ ຫົວໜ້າຫ້ອງການ​ທ່ອງ​ທ່ຽວແຂວງ​ຫລວງ​ພະ​ບາງ ​ໄດ້​ສະ​ແດງ​
ຄວາມໝັ້ນ​ໃຈ​ວ່າ ​ໃນຕະຫລອດ​ໄລຍະແຜນການ​ປີ 2010-2011 ນີ້ ຈະມີ​ນັກ​ທ່ອງ​ທ່ຽວ
ຊາວ​ຕ່າງ​ຊາດ​ເດີນທາງເຂົ້າໄປ​ທ່ອງ​ທ່ຽວ​ໃນ​ແຂວງ​ຫລວງ​ພະ​ບາງ​ເພີ້ມຂຶ້ນຈາກ​ແຜນການ
ປີ 2009-2010 ທີ່​ຜ່ານ​ມາ​ຢ່າງ​ແນ່ນອນ.

ຕະຫລາດກາງຄືນໃນໃຈ ກາງເມືອງຫລວງພະບາງ ຊຶ່ງເປີດໃຫ້ຄົນຄ້າຂາຍ ແລະນັກທ່ອງທ່ຽວໃນ ຍາມກາງຄືນເປັນຫລັກ
ຕະຫລາດກາງຄືນໃນໃຈ ກາງເມືອງຫລວງພະບາງ ຊຶ່ງເປີດໃຫ້ຄົນຄ້າຂາຍ ແລະນັກທ່ອງທ່ຽວໃນ ຍາມກາງຄືນເປັນຫລັກ

ທັງ​ນີ້ກໍ່ເນື່ອງຈາກວ່າສະ​ເພາະ​ໃນ​ໄລຍະ 3 ​ເດືອນ​ທຳ​ອິດ ຂອງ​ແຜນການປີ 2010-2011 ກໍຄື​ຈາກ​ເດືອນຕຸລາ-ທັນວາ 2010 ນັ້ນກໍ​ປະກົດ​ວ່າມີ​ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງ​ຊາດ​ຫລາຍ​ກວ່າ 52,000 ຄົນ​ແລ້ວ ທີ່​ເດີ​ນທາງ​ເຂົ້າ​ໄປ​ທ່ອງ​ທ່ຽວຢູ່​ໃນ​ແຂວງຫລວງ​ພະ​ບາງ ​ໂດຍ​ໃນ​ຈຳນວນ​ດັ່ງກ່າວ​ນີ້ ກໍ​ມີ​ນັກ​ທ່ອງ​ທ່ຽວຈາກ​ໄທ, ອັງກິດ, ຝຣັ່ງ​ເສດ, ອັອສ​ເທ​ຮ​ເລຍ ​ແລະ ສະຫະລັດອາ​ເມ​ຣິກາ ດັ່ງ​ທີ່ທ່ານ​ຄຳ​ຜຸຍ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

“ບັນຍາກາດ​ການທ່ອງທ່ຽວໃນ​ໄລຍະ 3 ​ເດືອນ​ມານີ້ ກະ​ຄ່ອຍໆຄຶກຄັກ​ຂຶ້ນ ສຳ​ລັບນັກ​ທ່ອງ​ທ່ຽວ ສາກົນ ທີ່ເພີ້ມຂຶ້ນຈາກປີການ​ເກືອ​ບ​ຮອດ​ພັນ​ຄົນ. ນັກ​ທ່ອງ​ທ່ຽວ ທີ່ເຂົ້າມາ​ທ່ຽວຫລວງ​ພະ​ບາງ ເປັນອັນ​ດັບ​ນຶ່ງ​ກໍ​ແມ່ນນັກ​ທ່ອງ​ທ່ຽວຈາກ​ປະ​ເທດໄທ, ​ແລ້ວ​ອັນ​ດັບ​ສອງກໍ​ແມ່ນຈາກ​ປະ​ເທດອັງກິດ, ອັນ​ດັບ​ສາມ ​ແມ່ນ​ຈາກ​ປະ​ເທດ​ຝຣັ່ງ​ເສດ ​ແລ້ວ​ກໍ​ເປັນ​ເຢຍລະ​ມັນ ​ແລະສະຫະລັດອາ​ເມ​ຣິກາ.”

ສໍາລັບໃນ​ປີ 2009-2010 ທີ່​ຜ່ານ​ມາ​ກໍມີ​ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງ​ຊາດ​ຫລາຍ​ກວ່າ 210,000 ຄົນ​ ທີ່​ເດີນທາງ​ໄປ​ທ່ອງ​ທ່ຽວ​ໃນ​ແຂວງ​ຫລວງ​ພະ​ບາງ ​ແລະແຜນການ​ປີ 2010-2011 ທີ່​ຈະ​ສິ້ນສຸດ​ລົງ​ໃນທ້າຍ​ເດືອນ​ກັນຍາ​ປີນີ້ ທາງ​ການ​ແຂວງ​ຫລວງ​ພະ​ບາງ ​ກໍເຊື່ອວ່າ​ຈະ​ມີ​ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງ​ຊາດ​ຫລາຍ​ກວ່າ 240,000 ​ຄົນ​ ທີ່​ຈະເດີນທາງເຂົ້າໄປ​ທ່ອງ​ທ່ຽວ​ໃນ​ແຂວງ​ຫລວງ​ພະ​ບາງ.

ທ່ານສົມພົງ ມົງຄົນວິໄລ ລັດຖະມົນຕີປະຈຳສຳ ນັກງານນາຍົກແລະປະ ທານອົງການທ່ອງທ່ຽວ ແຫ່ງຊາດລາວ
ທ່ານສົມພົງ ມົງຄົນວິໄລ ລັດຖະມົນຕີປະຈຳສຳ ນັກງານນາຍົກແລະປະ ທານອົງການທ່ອງທ່ຽວ ແຫ່ງຊາດລາວ

ທາງ​ດ້ານ ທ່ານສົມພົງ ມົງຄົນວິໄລ ລັດຖະມົນຕີປະຈໍາ
ສໍານັກງານນາຍົກລັດຖະມົນຕີ ແລະປະທານອົງການ
ທ່ອງທ່ຽວແຫ່ງຊາດລາວໄດ້ສະແດງຄວາມເຊື່ອໝັ້ນວ່າ
ໂຄງການກໍ່ສ້າງທາງລົດໄຟຄວາມໄວສູງ ລະຫວ່າງຈີນ
ກັບລາວ ແລ້ວເຊື່ອມຕໍ່ໄປຍັງປະເທດໄທ-ມາເລເຊຍແລະ
ສິງກະໂປ ຫຼືທີ່ເອີ້ນວ່າໂຄງການເຊື່ອມຕໍ່ທາງລົດໄຟອາ
ຊຽນ-ຈີນນັ້ນ ຈະສົ່ງຜົນດີຕໍ່ການພັດທະນາໃນດ້ານການ
ທ່ອງທ່ຽວຂອງລາວໃນອານາຄົດ.

ທັງນີ້ກໍ່ເນື່ອງຈາກວ່າການເດີນທາງດ້ວຍລົດໄຟທີ່ມີຄວາມ
ສະດວກ ແລະວ່ອງໄວນັ້ນຈະເຮັດໃຫ້ນັກທ່ອງທ່ຽວຊາວ
ຕ່າງຊາດພາກັນເດີນທາງເຂົ້າມາທ່ອງທ່ຽວໃນລາວເພີ່ມຫຼາຍຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະ
ແມ່ນນັກທ່ອງທ່ຽວຊາວຈີນນັ້ນ ກໍ່ເຊື່ອວ່າຈະເດີນທາງເຂົ້າມາທ່ອງທ່ຽວໃນລາວຫຼາຍກວ່າ
ທຸກປະເທດເມື່ອການກໍ່ສ້າງທາງລົດໄຟຄວາມໄວສູງດັ່ງກ່່າວນີ້ ໄດ້ດໍາເນີນການສຳເລັດສົມ
ບູນແລ້ວນັ້ນ.

ການກໍ່ສ້າງທາງລົດໄຟສະເພາະໃນເຂດລາວຈະເລີ່ມລົງມືໃນພາກຕົວຈິງນັບຈາກເດືອນເມສາ
2011 ເປັນຕົ້ນໄປ ແລະຖ້າຫາກວ່າການດໍາເນີນງານເປັນໄປຕາມແຜນການທີ່ວາງໄວ້ກໍ່ຄາດ
ວ່າການກໍ່ສ້າງທາງລົດໄຟສະເພາະໃນເຂດລາວທີ່ມີໄລຍະທາງຍາວເຖິງ 421 ກິໂລແມັດນັ້ນ
ຈະແລ້ວສໍາເລັດຕະຫຼອດເສັ້ນທາງພາຍໃນປີ 2015 ຊຶ່ງເປັນໂອກາດຄົບຮອບ 40 ປີ ຂອງ ການສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວພໍດີ.

ພິທີເຊັນບົດບັນທຶກຄວາມເຂົ້າໃຈຫລື MOU ລະ ຫວ່າງຈີນກັບລາວໃນໂຄງການກໍ່ສ້າງທາງລົດໄຟ ຄວາມໄວສູງ ທີ່ຈະເຊື່ອມຕໍ່ເຂດມົນທົນຢຸນນານໃນ ຈີນ ຕໍ່ໃສ່ວຽງຈັນໂດຍຜ່ານຫລວງພະບາງອີກດ້ວຍ
ພິທີເຊັນບົດບັນທຶກຄວາມເຂົ້າໃຈຫລື MOU ລະ ຫວ່າງຈີນກັບລາວໃນໂຄງການກໍ່ສ້າງທາງລົດໄຟ ຄວາມໄວສູງ ທີ່ຈະເຊື່ອມຕໍ່ເຂດມົນທົນຢຸນນານໃນ ຈີນ ຕໍ່ໃສ່ວຽງຈັນໂດຍຜ່ານຫລວງພະບາງອີກດ້ວຍ

ທັງ​ນີ້ ​ໂດຍອິງຕາມແຜນການ
ກໍ່ສ້າງທາງລົດໄຟຄວາມໄວສູງ
ສະເພາະໃນເຂດລາວທີ່ເຊື່ອມ
ຕໍ່ຈາກຈີນທີ່ຢູ່ດ່ານຊາຍແດນ
ບໍ່ເຕັນໃນແຂວງຫຼວງນໍ້າທານັ້ນ
ຈະມີການກໍ່ສ້າງສະຖານີໃຫຍ່
5 ແຫ່ງ ກໍຄືຢູ່ທີ່ດ່ານບໍ່ເຕັນ,
ອຸດົມໄຊ, ຫຼວງພະບາງ, ວັງ
ວຽງ ແລະນະຄອນວຽງຈັນ.
ນອກຈາກນັ້ນ ກໍ່ຈະມີສະຖານີ
ນ້ອຍອີກ 16 ແຫ່ງ ທີ່ຢູ່ລະ
ຫວ່າງສະຖານີໃຫຍ່ທັງ 5 ແຫ່ງ
ດັ່ງກ່າວ.

ຊຶ່ງດ້ວຍເສັ້ນທາງດັ່ງກ່າວນີ້
ກໍເຮັດໃຫ້ທາງການລາວໝັ້ນໃຈວ່າຈະມີນັກທ່ອງທ່ຽວຊາວຕ່າງຊາດເດີນທາງ ເຂົ້າໄປໃນລາວ
ຫຼາຍຂຶ້ນຢ່າງຕໍ່ເນື່ອງ ໂດຍຄາດໝາຍວ່າຈະມີນັກທ່ອງທ່ຽວຊາວຕ່າງຊາດຫຼາຍກວ່າ 2.8
ລ້ານຄົນ ທີ່ຈະເດີນທາງເຂົ້າໄປລາວໃນປີ 2015 ສ່ວນປີທີ່ຜ່ານມາປາກົດວ່າມີນັກທ່ອງທ່ຽວ
ຊາວຕ່າງຊາດເກືອບ 2.2 ລ້ານຄົນ ທີ່ເດີນທາງເຂົ້າໄປໃນລາວ.

XS
SM
MD
LG