ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເມືອງມໍລະດົກໂລກ ຫຼວງພະບາງ ຕົກອັນດັບ ຈາກທີ 1 ເປັນທີ 8 ໃນຖານະເມືອງຍອດນິຍົມ


ສະຖານທ່ອງທ່ຽວຕ່າງໆ ໃນເມືອງມໍລະດົກໂລກ ຫລວງພະບາງ
ສະຖານທ່ອງທ່ຽວຕ່າງໆ ໃນເມືອງມໍລະດົກໂລກ ຫລວງພະບາງ

ເມືອງມໍລະດົກໂລກຫຼວງພະບາງ ໄດ້ຮັບອັນດັບທີ 8 ໃນຖານນະທີ່ເປັນເມືອງຍອດນິຍົມ ຂອງບັນດານັກທ່ອງທ່ຽວຈາກທົ່ວໂລກ ໂດຍໄດ້ຮັບຄະແນນນິຍົມ ທີ່ລະດັບ 94.67 ເປີເຊັນ ໃນປີ 2016 ນີ້.

Wanderlust Travel Magazine ຊຶ່ງເປັນວາລະສານດ້ານການທ່ອງທ່ຽວ ຊັ້ນນຳ ຂອງໂລກ ໃນປະເທດອັງກິດ ໄດ້ສະເໜີລາຍງານ ການສຳຫຼວດຄວາມຄິດເຫັນຂອງ ບັນດາສະມາຊິກວາລະສານ ປະຈຳປີ 2016 ນີ້ ວ່າ ເມືອງມໍລະດົກໂລກຫຼວງພະບາງ ໄດ້ຖືກຈັດໃຫ້ຢູ່ໃນອັນດັບທີ 8 ທີ່ພວກຕົນຢາກເດີນທາງໄປຢ້ຽມຢາມຫຼາຍທີ່ສຸດໃນໂລກ ໂດຍໄດ້ຮັບຄະແນນນິຍົມ ທີ່ລະດັບ 94.67 ເປີເຊັນ ສ່ວນອັນດັບທີ 1-3 ນັ້ນ ກໍຄືເມືອງ Hoi An ຂອງຫວຽດນາມ ເມືອງ Tromso ຂອງນໍເວ ແລະ ເມືອງພູກາມ ຂອງມຽນມາ ທີ່ໄດ້ຄະແນນນິຍົມທີ່ລະດັບ 98.5 ເປີເຊັນ 97.33 ເປີເຊັນ ແລະ 96.92 ເປີເຊັນ ຕາມລຳດັບ.

ຕາດກວາງຊີ ເປັນສະຖານທີ່ທ່ອງທ່ຽວ ທຳມະຊາດ ຂອງແຂວງຫຼວງພະບາງ ທີ່ນິຍົມຊົມຊອບສູງ ໂດຍບັນດານັກທ່ອງທ່ຽວຊາວຕ່າງຊາດ
ຕາດກວາງຊີ ເປັນສະຖານທີ່ທ່ອງທ່ຽວ ທຳມະຊາດ ຂອງແຂວງຫຼວງພະບາງ ທີ່ນິຍົມຊົມຊອບສູງ ໂດຍບັນດານັກທ່ອງທ່ຽວຊາວຕ່າງຊາດ

ການທີ່ເມືອງຫຼວງພະບາງ ຖືກຈັດໃຫ້ຢູ່ອັນດັບທີ 8 ຂອງໂລກ ໃນຖານະທີ່ເປັນເມືອງ ຍອດນິຍົມຂອງນັກທ່ອງທ່ຽວດັ່ງກ່າວນີ້ ຖືເປັນການຕົກຕ່ຳລົງເຖິງ 7 ອັນດັບ ເນື່ອງຈາກ ວ່າ ໃນປີ 2015 ທີ່ຜ່ານມາ ເມືອງຫຼວງພະບາງຖືກຈັດໃຫ້ຢູ່ອັນດັບທີ 1 ໃນຖານະເມືອງ ຍອດນິຍົມສຸດ ຂອງນັກທ່ອງທ່ຽວ ຫາກແຕ່ວ່າສະພາບການດັ່ງກ່າວນີ້ ກໍນັບເປັນເລື່ອງ ປົກກະຕິໄປແລ້ວ ສຳລັບເມືອງຫຼວງພະບາງ ດັ່ງຈະເຫັນໄດ້ຈາກ ການຖືກຈັດໃຫ້ຢູ່ອັນ ດັບທີ 1 ຂອງໂລກໃນປີ 2006-2008 ກັບໃນປີ 2010-2012 ແລະປີ 2015 ຊຶ່ງກໍຄື ເມືອງຫຼວງພະບາງ ໄດ້ເສຍແຊ້ມ ໃຫ້ເມືອງອື່ນໆ ໃນປີ 2009 ປີ 2013-2014 ແລະ ປີ 2016 ນັ້ນເອງ.

ແຕ່ຢ່າງໃດກໍຕາມ ພະແນກຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງ ຫຼວງພະບາງ ຄາດໝາຍວ່າ ໃນຕະຫຼອດປີ 2016 ຈະມີຊາວຕ່າງຊາດຫຼາຍກວ່າ 6 ແສນ ຄົນ ທີ່ຈະເດີນທາງມາທ່ອງທ່ຽວ ເມືອງມໍລະດົກໂລກຫຼວງພະບາງ ໂດຍເພີ່ມຂຶ້ນ ຈາກປີ 2015 ທີ່ມີ ຊາວຕ່າງຊາດເດີນທາງມາທ່ອງທ່ຽວ ເມືອງມໍລະດົກໂລກຫຼວງພະບາງ 5 ແສນ ກວ່າຄົນນັ້ນ ຄິດເປັນອັດຕາສະເລ່ຍເກີນກວ່າ 20 ເປີເຊັນ ໝາຍຄວາມວ່າ ໃນແຕ່ ລະປີ ມີນັກທ່ອງທ່ຽວຕ່າງຊາດ ໃນເມືອງມໍລະດົກໂລກແຫ່ງນີ້ ເພີ່ມຂຶ້ນຫຼາຍກວ່າ 1 ແສນຄົນ.

ຊາວເມືອງຫຼວງພະບາງ ແລະບັນດານັກທ່ອງທ່ຽວຊາວຕ່າງຊາດ ພາກັນຕັກບາດ ເຊິ່ງເປັນຮີດຄອງອັນດີງາມ ຂອງປະຊາຊົນຊາວລາວ
ຊາວເມືອງຫຼວງພະບາງ ແລະບັນດານັກທ່ອງທ່ຽວຊາວຕ່າງຊາດ ພາກັນຕັກບາດ ເຊິ່ງເປັນຮີດຄອງອັນດີງາມ ຂອງປະຊາຊົນຊາວລາວ

ໂດຍປັດໄຈທີ່ດຶງດູດໃຫ້ຊາວຕ່າງຊາດເດີນທາງມາທ່ອງທ່ຽວໃນ ເມືອງມໍລະດົກໂລກ ຫຼວງພະບາງ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ກໍເພາະວ່າ ຊາວເມືອງຫຼວງພະບາງຍັງຮັກສາໄດ້ ທັງວັດທະນະທຳ ຮີດຄອງປະເພນີ ວິຖີຊີວິດດັ່ງເດີມ ປະວັດສາດ ແລະທຳມະຊາດອັນ ສວຍງາມ ທັງຍັງສາມາດປະຕິບັດຕາມສົນທິສັນຍາ ທີ່ຕົກລົງໄວ້ກັບອົງການ UNESCO ກ່ຽວກັບການປົກປັກຮັກສາມໍລະດົກໄດ້ຢ່າງເຄັ່ງຄັດ ເຊັ່ນການກໍ່ສ້າງ ແລະບູລະນະ ຊ້ອມແປງເຮືອນ ອາຄານ ວັດ ແລະສະຖານທີ່ຕ່າງໆ ພາຍໃນແຂວງ ທີ່ຈະຕ້ອງໄດ້ຮັກສາ ຮີດຄອງອັນດີງາມຂອງພໍ່-ແມ່ ປະຊາຊົນ ແລະສິ່ງດັ່ງເດີມທີ່ເປັນເອກະລັກໄວ້ ຢ່າງຄົບ ຖ້ວນ ດັ່ງທີ່ ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີວ່າການ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະທ່ອງທ່ຽວ ໃຫ້ການຢືນຢັນວ່າ:

“ຂະແໜງການທ່ອງທ່ຽວພວກເຮົາ ໄດ້ພັດທະນາການທ່ອງທ່ຽວ ໃຫ້ຕິດພັນກັບການ ອະນຸລັກ ຮັກສາ ແລະສົ່ງເສີມວັດທະນະທຳ ລັດຖະບານຍາມໃດກະໄດ້ເອົາໃຈໃສ່ ພັດທະນາການທ່ອງທ່ຽວ ໄປຕາມທິດທາງດັ່ງກ່າວນັ້ນ ເຮັດໃຫ້ວຽກງານການທ່ອງ ທ່ຽວຕ່າງໆ ຂອງພວກເຮົານີ້ ນັບມື້ນັບຂະຫຍາຍຕົວ ໄດ້ຮັບການພັດທະນາ ມາຕາມ ທິດນັ້ນ ໄດ້ສືບຕໍ່ປະກອບສ່ວນເຂົ້າໃນການໂຄສະນາ ກ່ຽວກັບວຽກງານການທ່ອງທ່ຽວ ໂຄສະນາກ່ຽວກັບແຫລ່ງທ່ອງທ່ຽວ ຕ່າງໆ ຂອງພວກເຮົານີ້ ເພື່ອໃຫ້ນັກທ່ອງທ່ຽວ ໃນທົ່ວໂລກນີ້ ໄດ້ຮູ້ຫຼາຍຂຶ້ນກ່ຽວກັບ ການທ່ອງທ່ຽວຂອງພວກເຮົາ.”

ໂດຍໃນປັດຈຸບັນນີ້ ທົ່ວແຂວງຫຼວງພະບາງ ມີໂຮງແຮມ-ຣີສອດ 76 ແຫ່ງ ບ້ານພັກ 327 ແຫ່ງ ແລະຮ້ານອາຫານ 286 ແຫ່ງ ທີ່ຖືເປັນ ສ່ວນປະກອບສຳຄັນ ໃນແຜນການ ພັດທະ ນາການທ່ອງທ່ຽວໃນລາວ ແຕ່ປີ 2016-2020 ຊຶ່ງລັດຖະບານລາວ ໄດ້ວາງເປົ້າໝາຍ ທີ່ຈະສ້າງ ລາຍຮັບໃນພາກບໍລິການ ແລະທ່ອງທ່ຽວ ໃຫ້ໄດ້ຫຼາຍກວ່າ 950 ລ້ານໂດລາ ໃນປີ 2020 ດ້ວຍການດຶງດູດເອົານັກທ່ອງທ່ຽວຊາວຕ່າງຊາດ ໃຫ້ໄດ້ເຖິງ 6 ລ້ານຄົນ ໃນປີ 2020 ດັ່ງກ່າວ.

ເຈົ້າໜ້າທີ່ຂັ້ນສູງຂອງລາວ ຢືນຢັນວ່າ ເພື່ອເຮັດໃຫ້ສາມາດບັນລຸ ເປົ້າໝາຍດັ່ງກ່າວ ທາງການລາວກໍໄດ້ວາງແຜນການພັດທະນາ ໃນ 3 ໜ້າວຽກດ້ວຍກັນ ກໍຄືການຄຸ້ມຄອງ ການທ່ອງທ່ຽວ ການໂຄສະນາການທ່ອງທ່ຽວ ການພັດທະນາແຫລ່ງທ່ອງທ່ຽວ ແລະ ສະຖານບໍລິການຕ່າງໆ ທີ່ມີຄວາມສະດວກສະບາຍຢ່າງຄົບຊຸດ ແລະຮັບປະກັນຄວາມ ປອດໄພໃຫ້ກັບນັກທ່ອງທ່ຽວໃຫ້ໄດ້ ຢ່າງຄັກແນ່ ຊຶ່ງກໍຮວມເຖິງການມີບ່ອນພັກເຊົາ ສຳລັບນັກທ່ອງທ່ຽວຊາວຕ່າງຊາດ ຢ່າງພຽງພໍກັບຄວາມຕ້ອງການ ທີ່ເພີ່ມຂຶ້ນດ້ວຍ.

XS
SM
MD
LG