ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

​ຫລວງ​ພະ​ບາງ ສະຫຼອງ ບຸນ​ສົງການ​ປີ​ໃໝ່​ລາວ ຢ່າງ​ຍິ່ງ​ໃຫຍ່​ ເຖິງ 11 ວັນ


ພິທີແຫ່ ນາງສັງຂານ ຢູ່ເມືອງ​ມໍລະດົກ​ໂລກ​ ຫລວງ​ພະ​ບາງ
ພິທີແຫ່ ນາງສັງຂານ ຢູ່ເມືອງ​ມໍລະດົກ​ໂລກ​ ຫລວງ​ພະ​ບາງ

ເມືອງ​ມໍລະດົກ​ໂລກ​ຫລວງ​ພະ​ບາງ ສະຫຼອງບຸນ​ສົງການ​ປີ​ໃໝ່​ລາວ
ຢ່າງ​ຍິ່ງ​ໃຫຍ່​ເຖິງ 11 ວັນ ສ່ວນ​ນະຄອນຫລວງ​ວຽງ​ຈັນ ຈັດ​ງານ
​ສະຫຼອງ​ໄດ້​ ພຽງ 3 ວັນ ​ເທົ່າ​ນັ້ນ ​ແລະ ຫ້າມ​ໃຊ້​ເງິ​ນລັດຈັດງານ​
ຢ່າງ​ເດັດຂາດ.

ທ່ານ​ຄຳ​ແພງ ​ໄຊ​ສົມ​ແພງ ​ເຈົ້າ​ແຂວງ ​ແລະ ​ເລຂາ​ພັກ​ແຂວງ​ຫລວງ​ພະ​ບາງ ຖະ​ແຫລ​ງ
ຢືນຢັນ​ວ່າ ງານ​ສົງການ​ປີ​ໃໝ່​ລາວ ຢູ່​ເມືອງ​ມໍລະ​ດົກ​ໂລກ​ຫລວງ​ພະ​ບາງ ​ປີພຸດທະສັກກະ​ລາດ 2558 ນີ້ ​ໄດ້​ຈັດ​ຂຶ້ນຢ່າງ​ຍິ່ງ​ໃຫຍ່ ກວ່າ​ທຸກ​ປີ ​ເພື່ອ​ເປັນ​ການສະ​ເຫຼີມສະຫຼອງ ​ໃນ​ໂອກາດ​ທີ່​ໄດ້​ຮັບ​ສະຖານະພາບ​ເມືອງ​ມໍລະ​ດົກ​ໂລກ ຄົບຮອບ 20 ປີ ​ໃນ​ປີ​ນີ້ ​ໂດຍ​ການ
​ສະ​ເຫຼີມສະຫຼອງ ​ຈະ​ດຳ​ເນີນ​ໄປ ​ເປັນ​ເວລາ​ເຖິງ 11 ວັນ​ຕິດ​ຕໍ່​ກັນ ກໍ​ຄື​ນັບ​ຈາກ​ວັນ​ທີ 10 ​ເຖິງ ວັນ​ທີ 20 ​ເມສາ ດ້ວຍ​ການຈັດ​ພິທີການ ​ແລະ ກິດຈະກຳ​ຕ່າງໆ ຕາມ​ຮີດຄອງ​ປະ​ເພນີ ​ໂບຮານ​ ອັນ​ດີງາມຂອງ​ລາວ ​ຢ່າງ​ຄົບ​ຖ້ວນ.

ນາງສັງຂານ ປະຈຳປີ 2015
ນາງສັງຂານ ປະຈຳປີ 2015

ໂດຍ​ເລີ້ມ​ດ້ວຍ​ການ​ເປີດ​ຕະຫລາດນັດ​ວາງສະ​ແດງ​ສິນຄ້າ ຢູ່​ທີ່
​ເດີ່ນ​ທາດຫລວງ​ໃນ​ວັນ​ທີ 10 ​ເມສາ ຕິດຕາມ​ດ້ວຍ​ການ​ປະ​ກວດ
​ນາງ​ສັງຂານ ​ເພື່ອ​ຄັດ​ເລືອກ​ເອົາ​ສາວງາມ 7 ຄົນ​ ​ເປັນ​ຕົວແທນ​
ຂອງ​ທິດາ​ພະຍາ​ກະບິນລະ​ພົບ ​ໃນ​ວັນ​ທີ 11-12 ເມສາ ທີ່​ເດີ່ນ
ທາດຫລວງ ສ່ວນ​ວັນ​ທີ 12-13 ​ເມສາ ກໍ​ເປັນ​ການຈັດ​ຂະ​ບວນ
​ແຫ່​ຊ້າງ ຈາກເດີ່ນ​ທາດຫລວງ ມາ​ຢູ່​ຂ້າງ​ຫໍພິພິດທະ​ພັນ ​ເບື້ອງ​
ວັດ​ໃໝ່ ​ແລະ ໜ້າ​ວັດ​ຊຽງ​ທອງ.

ສຳ​ຫລັບ​ວັນ​ທີ 14 ​ເມສາ ກໍ​ເປັນ​ການ​ເປີດ​ຕະຫລາດນັດ ມວນ​ຊົນ
ຫຼື ​ໂລະ​ຫລາດ​ໃນ​ຕອນ​ເຊົ້າ ລົງ​ຕົບ​ພະທາດ​ຊາຍ ​ແລະ ບູຊາ​ພະທາດ​ຊາຍ ຢູ່​ທີ່​ດອນ​ຊາຍ
​ມົງຄົນ ບາສີສູ່ຂວັນ ເຫລັ້ນກີລາ​ພື້ນ​ເມືອງ ຈູດ​ບັ້ງ​ໄຟ​ຫາງ ​ແລະ ທ່ຽວ​ຊົມ​ສະຖານ​ທີ່​ທ່ອງທ່ຽວ​ ຕ່າງໆ ຢູ່​ເມືອງ​ຈອມ​ເພັດ.

ສ່ວນ​ໃນ​ຕອນ​ເຊົ້າວັນ​ທີ 15 ​ເມສາ ທີ່​ເປັນ​ມື້​ສັງຂານ​ເນົານັ້ນ ກໍ​ເລີ້ມ​ດ້ວຍ​ການ​ໃສ່​ບາດ​ພະສົງ ຢູ່​ທີ່​ຫໍພິພິດທະພັນ​ແຫ່ງ​ຊາດ ຕາມ​ດ້ວຍ​ກິດຈະກຳ​ທ່ຽວ​ຊົມ​ບ້ານ​ວັດທະນະທຳ​ໄທ​ລື້ ທີ່​ບ້ານ​ຜາ​ນົມ ການສະ​ແດງສິນລະປະ​ວັນນະຄະດີ ທີ່​ເປັນ​ເອກະ​ລັກ​ຂອງ​ເຜົ່າ​ລື້ ​ແລະ ການ​ບາສີສູ່ຂວັນ ​ໃຫ້​ແກ່​ການ​ນຳ​ຂັ້ນຕ່າງໆ ສຳ​ຫລັບ​ໃນ​ຕອນ​ບ່າຍ ກໍ​ເປັນ​ການ​ແຫ່​ວໍ ​ແລະ ນາງ​
ສັງຂາ​ນ ຈາກ​ວັດ​ທາດ​ນ້ອຍ​ໄປ​ຫາ​ວັດ​ຊຽງ​ທອງ ​ແລະ ​ໃນ​ຕອນ​ຄ່ຳ ກໍ​ເປັນ​ພິທີ​ສົງ​ນ້ຳພະ
ຢູ່​ຕາມ​ວັດວາ​ອາຮາມ ​ໃນ​ທົ່ວ​ເມືອງ​ຫລວງ​ພະ​ບາງ.

ການລົງຕົບ​ພະທາດ​ຊາຍ ​ແລະ ບູຊາ​ພະທາດ​ຊາຍ ຢູ່​ທີ່​ດອນ​ຊາຍ​ມົງຄົນ ຫລວງພະບາງ.
ການລົງຕົບ​ພະທາດ​ຊາຍ ​ແລະ ບູຊາ​ພະທາດ​ຊາຍ ຢູ່​ທີ່​ດອນ​ຊາຍ​ມົງຄົນ ຫລວງພະບາງ.

ສຳ​ຫລັບ​ມື້​ສັງຂານ​ຂຶ້ນ ອັນ​ກົງ​ກັບ​ວັນ​ທີ 16 ​ເມສາ ​ແລະ ຖື​ເປັນ​ມື້
​ຮັບ​ໂຊ​ກລາບ​ນັ້ນ ບັນດາ​ການ​ນຳ ​ແລະ​ຊາວ​ຫລວງ​ພະ​ບາງ​ກໍ​ຈະ
​ຮ່ວມ​ກັນ​ໃສ່​ບາດ ​ໃນ​ຕອນ​ເຊົ້າ ຢູ່​ທີ່​ຫໍພິພິດທະພັນ ​ແລ້ວກໍ​ຂຶ້ນບູ
ຊາ​ພະທາດ​ຈອມ​ສີ ສ່ວນ​ຕອນ​ບ່າຍ ກໍ​ຈະ​ເປັນ​ການ​ແຫ່​ວໍ ​ແຕ່​
ວັດ​ຊຽງ​ທອງ​ຫາ​ວັດ​ທາດ​ນ້ອຍ ແລະ​ຕອນ​ຄ່ຳ ກໍ​ຈະ​ມີ​ການ​ແຫ່​
ພະຍາ​ນາກ ​ແລະ ​ໂຄມ​ໄຟ​ຈາກ​ພະທາດ​ຈອມ​ສີ ​ລົງ​ມາ​ສູ່​ໜອງ​ນ້ຳ
​ໃນ​ເຂດ​ຫໍພິພິດທະພັນ ພ້ອມ​ດ້ວຍ​ການ​ສະ​ແດງ​ລະຄອນ​ພະ​ລັກ
-ພະລາມ ຟ້ອນ​ຍັກ ​ຟ້ອນ​ລິງ ​ແລະ ຟ້ອນ​ນາງ​ແກ້ວ.

ສ່ວນ​ພິທີການ​ອະ​ລາ​ທະນາ​ ອັນ​ເຊີນ​ພະ​ບາງ​ຈາກ​ຫໍພະ​ບາງ ​ເພື່ອ​ໄປ​ປະດິດສະຖານ ຢູ່​ວັດ​ໃໝ່​
ສຸວັນນະ​ພູມ​ມາລາ​ມນັ້ນ ມີ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 17 ​ເມສາ ​ເພື່ອ​ໃຫ້​ປະຊາຊົນ​ໄດ້​ຫົດສົງ ສ່ວນ​ຕອນ​ບ່າຍ ຂອງ​ມື້​ດຽວກັນ ບັນດາການ​ນຳ ​ແລະ​ນາງ​ສັງຂານ​ທັງ 7 ກໍເດີນທາງ​ໄປ​ສົງ​ພະ​ພຸດທະ​ຮູບ​ຢູ່​ຖ້ຳ​ຕິ່ງ ທີ່​ເມືອງ​ປາກອູ ​ແລະ ສືບ​ຕໍ່​ສົງ​ນ້ຳພະ​ບາງ ຊົມ​ການສະ​ແດງ​ສິນລະ​ປະ
ວັນນະຄະດີ ພະ​ລັກ-ພະ​ລາມ ​ໃ​ນຕອນກາງຄືນ​ທີ່​ວັດ​ໃໝ່.

ສຳ​ຫລັບ​ໃນ​ວັນ​ທີ 18-19 ​ເມສາ ກໍ​ຍັງ​ຄົງ​ສືບ​ຕໍ່​ການ​ສົງ​ນ້ຳພະ​ບາງ ​ແລະ ພະ​ມິ່ງ​ບ້ານ​ຂວັນ​ເມືອງ ​ແລະ​ຊົມ​ການສະ​ແດງ​ສິນລະປະ​ວັນນະຄະດີ​ ພະ​ລັກ-ພະ​ລາມ​ໃນ​ຕອນ​ຄ່ຳ ສ່ວນ​ຕອນ​ເຊົ້າຂອງ​ວັນ​ທີ 20 ​ເມສາ​ເປັນ​ການ​ອັນ​ເຊີນ​ພະ​ບາງ ຈາກ​ວັດ​ໃໝ່​ກັບ​ຄືນ​ສູ່​ຫໍພະ​ບາງ​ດັ້ງ​ເດີມ ​ແລະ ​ເປັນອັນ​ເສັດ​ພິທີ.

ຫາກ​ແຕ່​ສຳ​ຫລັ​ບອຳນາດ​ການ​ປົກຄອງ​ນະຄອນວຽງ​ຈັນ ກໍ​ອະນຸຍາດ​ໃຫ້​ສະຫລອງ​ສົງການ​ປີ​ໃໝ່​ລາວ​ໄດ້​ ໃນ​ວັນ​ທີ 14-16 ​ເມສາ​ເທົ່າ​ນັ້ນ ດັ່ງ​ທີ່​ທ່ານ​ສາຍທອງ ​ແກ້ວ​ດວງ​ດີ ຮອງ​ເຈົ້າຄອງ​ນະຄອນຫລວງ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

“ຂອບ​ເຂດ​ການ​ນຳ​ພວກ​ເຮົາ​ ວາງ​ໃຫ້​ພໍ່​ແມ່ ປະຊາຊົນ ພະນັກ​ງານ​ທະຫານ ຕຳຫລວດ ພໍ່ຄ້າຊາວ​ຂາຍ ​ໄດ້​ມີ​ການ​ມ່ວນ​ຊື່ນ​ຮັບ​ຕ້ອນ​ປີ​ໃໝ່​ນີ້ ​ແມ່ນ ​3 ມື້​ວັນ​ທີ 14-15-16 ​ເທົ່າ​ນັ້ນ
ປີ​ນີ້ ພວກ​ເຮົາ​ໄດ້​ມີ​ການປະ​ກວດ​ນາງ​ສາວ​ນະຄອນຫລວງ​ວຽງ​ຈັນ ພວກ​ເຮົາ​ຈະ​ໄດ້​ຈັດ​ງານ​ປະຕິມາ​ກຳ​ຊາຍ ຖື​ວ່າ​ເປັນ​ຄັ້ງ​ທຳ​ອິດ ຢູ່​ປະ​ເທດ​ພວກ​ເຮົາ ກໍ​ຄື​ຢູ່​ຫາດ​ດອນ​ຈັນ.”

ສ່ວນນຶ່ງຂອງ ປະຕິມະກຳຊາຍ ຢູ່ຫາດດອນຈັນ:

ຍິ່ງ​ໄປ​ກວ່າ​ນັ້ນ ທ່ານ​ທອງ​ສິງ​ ທຳ​ມະ​ວົງ ນາຍົກລັດຖະມົນຕີ ຍັງ​ມີ​ຄຳ​ສັ່ງ​ຫ້າມ​ບໍ່​ໃຫ້​ໜ່ວຍ​ງານ ລັດຖະບານ ທັງ​ໃນ​ສ່ວນ​ກາງ ​ແລະ ທ້ອງ​ຖິ່ນ ​ນຳ​ໃຊ້​ງົບປະມານ​ຂອງ​ລັດ ​ໄປໃນ​ການຈັດ​ງານ​ສົງການ​ອີກ​ດ້ວຍ.

XS
SM
MD
LG