ລິ້ງ ສຳຫລັບເຂົ້າຫາ

ຜູ້ເປັນໂຣກເບົາຫວານ ປະເພດ 1 ຢູ່ຍືນໄດ້ ຖ້າ​ຄວບ​ຄຸມ​ນ້ຳຕານ​ ໃນ​​ເລືອດ​ຢ່າງເຂັ້ມງວດ​ (ວີດີໂອ ພາສາລາວ)


ຜູ້ຄົນທີ່ເປັນ​ໂຣກ​ເບົາຫວານປະ​ເພດ 1 ​ນັ້ນ ແມ່ນ​ມີ​ຄວາມເປັນ
​ໄປ​ໄດ້​ສູງ ທີ່​ຈະ​ເສຍ​ຊີວິດ​ກ່ອນກຳນົດ ​ແລະ ຈະ​ເຈັບ​ປ່ວຍ​ຍ້ອນ
​ໂຣກ​ແຊກ​ຊ້ອນທີ່​ຮ້າຍ​ແຮງ​ຕ່າງໆ ໃນໄລຍະຍາວ ກວ່າພົນລະ​
ເມືອງ​ອື່ນໆ​ທັງ​ໝົດ. ການ​ສຶກສາ​ຄົ້ນຄວ້າໃໝ່ນີ້ ​ກວດ​ເບິ່ງ​ວ່າ
ການ​ຄວບ​ຄຸມຮັກສາລະດັບ ນ້ຳຕານ​ໃນເລືອດ​ຢ່າງຮັດກຸມນັ້ນ
ສາມາດ​ຊ່ອຍໃຫ້​ຄວາມ​ສ່ຽງທັງຫຼາຍ ລົດລົງ​ຫຼືບໍ່. ຜູ້​ສື່ຂ່າວວີ​ໂອ
​ເອ Carol Pearson ມີ​ລາຍ​ລະອຽດເພີ້​ມຕື່ມ ຊຶ່ງ​ໄຊ​ຈະ​ເລີ​ນສຸກ
ຈະ​ນຳ​ມາສະ​ເໜີ​ທ່ານ.


ເບິ່ງວີດີໂອ ພາສາລາວ ກ່ຽວກັບລາຍງານນີ້:

ທ່ານ Ralph Dineen ​ໄດ້​ຖືກ​ວິ​ນິ​ດໄສ​ວ່າ ມີ​ໂຣກ​ເບົາຫວານປະ​ເພດ 1 ຫຼາຍກວ່າ 30 ປີ
ກ່ອນ. ຜູ້ກ່ຽວ​ໃສ່​ເຄື່ອງປ້ຳສານ insulin ​ແລະກວດ​ເບິ່ງລະດັບ​ນ້ຳຕານ​ ໃນ​ເລືອດຂອງລາວ
ມື້ລະ 5 ເທື່ອ.

ທ່ານ Dineen ​ເວົ້າວ່າ “​ໃນ​ເວລາ ຂ້ອຍເປັນ​ໂຣກ​ເບົາຫວານ ມັນ​ເຮັດ​ໃຫ້​ຂ້ອຍ
​ເກີດ​ຄວາມສັບສົນຫຼາຍ​ ໃນ​ຊ່ວງ​ຊີວິດ​ຂອງ​ຂ້ອຍ. ​ເຈົ້າຮູ້​ບໍ່ ຂ້ອຍ​ມີ​ອາຍຸ​ໄດ້​
ປະ​ມານ 30 ປີ ​ແລະ ມັນ​ເກີດ​ຂຶ້ນກັບ​ຂ້ອຍ ມາ​ຈາກໃສ​ກະ​ບໍ່​ຮູ້.”

ທ່ານ Dineen ​ເຂົ້າ​ຮ່ວມໃນ​ການ​ສຶກສາ​ຄົ້ນຄວ້າ ທີ່​ໃຊ້​ເວລາ 7 ປີ ​ເມື່ອ​ກາງຊຸມປີ 1980.
​ເຄິ່ງໜຶ່ງ​ຂອງບັນດາ​ຜູ້​ສະໝັກ​ເຂົ້າຮ່ວມ ທີ່ລວມທັງ​ທ່ານ Dineen ​ໄດ້​ຖືກ​ແນະ​ນຳ​ ວິທີ​ຮັກ
ສາ​ລະດັບ​ນ້ຳຕານ​ໃນ​ເລືອດ ຂອງ​ພວກ​ເຂົາ​ເຈົ້າຢ່າງ​ເຂັ້ມງວດ. ສ່ວນອີກ​ເຄິ່ງໜຶ່ງ​ນັ້ນ
ຄວບ​ຄຸມ​ນ້ຳຕານ​ພວກ​ເຂົາ​ເຈົ້າ ຢ່າງ​ບໍ່​ເຄັ່ງ​ຄັດປານ​ໃດ.

ການ​ສຶກສາ​ຄົ້ນຄວ້າໃໝ່​ນີ້ ສັງ​ເກດ​ເບິ່ງ​ຂໍ້​ມູນ ​ເພື່ອ​ລົງ​ຄວາມ​ເຫັນ​ວ່າ ການ​ຄວບ​ຄຸມ​ນ້ຳ
ຕານ​ໃນເລືອດ​ຢ່າງເຂັ້ມງວດ​ນີ້ ຈະ​ຊ່ອຍ​ຫລຸດຜ່ອນ ​ພະຍາດ​ແຊກ​ຊ້ອນ​ຕ່າງໆ ໃນໄລຍະ
ຍາວ ​ເຊັ່ນ ​ການ​ເສຍ​ສາຍຕາ ໝາກໄຂ່ຫລັງ​ລົ້ມ​ແຫຼວ ​ເສັ້ນປະສາດເສຍຫາຍ ​ແລະ ​ໂຣກ
ຫົວ​ໃຈ ເຫຼົ່ານີ້ ໄດ້ຫຼືບໍ່.

ດຣ. David Nathan ຢູ່​ທີ່​ໂຮງໝໍ​ໃຫຍ່​ລັດ Massachusetts ​ແມ່ນ​ຜູ້​ໜຶ່ງ ​ທີ່​ເປັນ​ຄູ່​ຂຽນ
​ບົດ​ລາຍ​ງານການ​ສຶກສາ​ຄົ້ນຄວ້ານີ້.

ດຣ​. Nathan ​ເວົ້າ​ວ່າ “ການ​ຄວບ​ຄຸມ​ລະດັບ​ນ້ຳຕານ​ ໃນເລືອດ​ຢ່າງ​ຮັດ​ກຸມ​ຂຶ້ນ
ສາມາດຫລຸດຜ່ອນ ​ໂຣກ​ແຊກ​ຊ້ອນ​ເຫຼົ່ານັ້ນ​ໄດ້ ຫຼາຍ​ເຖິງ 60 ຫາ 70 ​ເປີ​ເຊັນ.”


ບັນດານັກຄົ້ນຄວ້າ ຍັງສືບຕໍ່ຕິດຕາມເບິ່ງ ພວກຄົນປ່ວຍເຫຼົ່ານີ້ ໃນຈຳນວນ 99 ເປີເຊັນ
ຫຼັງຈາກທີ່ການສຶກສາຄົ້ນຄວ້າ ໄດ້ສິ້ນສຸດລົງເມື່ອປີ 1993. ບັນດານັກຄົ້ນຄວ້າ ຢາກຮູ້
ຈັກວ່າ ການ​ຄວບ​ຄຸມ​ນ້ຳຕານ​ໃນເລືອດ​ຢ່າງເຄັ່ງຄັດ​ ຕັ້ງແຕ່ຫົວທີນັ້ນ ຈະ​ເປັນຜົນເຮັດໃຫ້
ມີຊີວິດຍືນຍາວອອກໄປໄດ້ ຫຼືບໍ່.

ດຣ. Nathan ເວົ້າວ່າ “ແລະຜົນທີ່ອອກມາ ເຖິງແມ່ນວ່າ ກຸ່ມຜູ້ເຂົ້າຮ່ວມການສຶກ
ສາຄົ້ນຄວ້າທັງໝົດ ແມ່ນຍັງຄົງມີ​ສຸຂະພາບ ຂ້ອນຂ້າງດີຢູ່ນັ້ນ ລວມທັງພວກຜູ້
ທີ່ຕົ້ນຕໍແລ້ວ ໄດ້ຮັບການປິ່ນປົວ ຕາມແບບແຜນທຳມະດາ ແລະພວກຜູ້ທີ່ໄດ້
ຮັບການປິ່ນປົວ ຕາມແບບແຜນ ທີ່ເຂັ້ມງວດນັ້ນ ແມ່ນມີການຫລຸດຜ່ອນໃນການ
ເສຍຊີວິດປະມານ 33 ເປີເຊັນ.”

ດຣ. Nathan ເວົ້າຢ້ຳວ່າ “....ບໍ່ຕ້ອງມີແວ່ນຕາໜາໆ ບໍ່ມີຕາຕໍ້ເກີດຂຶ້ນ ຊຶ່ງມັນດີ
ທີ່ສຸດແລ້ວ....”

ດຣ. Nathan ເວົ້າຕື່ມວ່າ “ພວກຄົນທີ່ເປັນໂຣກເບົາຫວານ ປະເພດ 1 ແມ່ນບໍ່
ພຽງແຕ່ມີຊີວິດດີຂຶ້ນ ​ຖ້າພວກເຂົາເຈົ້າ ໄດ້ຮັບການປິ່ນປົວຢ່າງເຂັ້ມງວດ​ ແຕ່
ພວກເຂົາເຈົ້າ ອາດຈະມີຊີວິດ ຄາດປະມານ​ໄດ້ ດັ່ງດຽວກັນກັບພົນລະເມືອງ
ຜູ້ບໍ່ເປັນໂຣກເບົາຫວານ.”


ດຽວນີ້ ບັນດານັກຄົ້ນຄວ້າ ກຳລັງພະຍາຍາມ ລະບຸຕົວພັນທຸກຳ ແລະສະພາບແວດລ້ອມ
ທີ່ກໍ່ໃຫ້ເກີດເປັນພະຍາດນີ້ ແລະ ເພື່ອເບິ່ງວ່າ ພວກເຂົາເຈົ້າຈະສາມາດເຮັດໃຫ້ແຊລ
ຜະລິດສານ insulin ໄດ້ ຫຼືບໍ່.

ການສຶກສາຄົ້ນຄວ້ານີ້ ໄດ້ພິມເຜີຍແຜ່ອອກ ໃນວາລະສານຂອງສະມາຄົມການແພດ ອາເມຣິກັນ.

ວິທີກວດຫາ ໂຣກເບົາຫວານ ແບບງ່າຍໆ:

XS
SM
MD
LG