ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການສືບສວນ ຂອງອັງກິດ ພົບວ່າ ສົງຄາມອີຣັກ ໄດ້ເປັນໄປ ໃນທາງທີ່ບໍ່ຖືກຕ້ອງ


Sir John Chilcot ໄດ້ນຳສະເໜີ ລາຍງານການສືບສວນ ກ່ຽວກັບສົງຄາມອີຣັກ ຕໍ່ພະຣາຊີນີ ເອລີຊາແບັດທີ 2 ທີ່ນະຄອນຫຼວງລອນດອນ. (ວັນທີ 6 ກໍລະກົດ 2016)​
Sir John Chilcot ໄດ້ນຳສະເໜີ ລາຍງານການສືບສວນ ກ່ຽວກັບສົງຄາມອີຣັກ ຕໍ່ພະຣາຊີນີ ເອລີຊາແບັດທີ 2 ທີ່ນະຄອນຫຼວງລອນດອນ. (ວັນທີ 6 ກໍລະກົດ 2016)​

ຫົວໜ້າ​ການ​ສືບສວນ​ກ່ຽວ​ກັບ​ບົດບາດ​ການ​ພົວພັນ​ຂອງ​ອັງກິດ​ໃນ​ສົງຄາມ​ອີຣັກກ່າວ​ໃນ ​ວັນ​ພຸດ​ມື້ນີ້ວ່າ ບັນຫາ​ຂັ​ດ​ແຍ້​ງ​ແມ່ນ​ການ​ແຊກ​ແຊງ​ທີ່​ເປັນ​ໄປ​ແບບ​ບໍ່​ລາບລື່ນ ຊຶ່ງ​ມີ​ຜົນ​ທີ່​ຕິດຕາມ​ມາ​ຈົນ​ເຖິງ​ທຸກ​ມື້ນີ້.

ທ່ານ John Chilcot ອະດີດ​ຂ້າຣາຊະ​ການ​ພົນລະ​ເຮືອນ​ຂອງ​ອັງກິດ​ໄດ້​ຖະ​ແຫຼ​ງຂະນະ​ທີ່​ກຳມະການ​ຂອງ​ທ່ານ ​ເປີດ​ເຜີຍ​ລາຍ​ງານ​ ທີ່​ມີ​ການ​ລໍ​ຄອຍ​ຖ້າມາ​ເປັນ​ເວລາ​ດົນ​ນານ ທີ່​ໃຊ້​ເວລາ​ຫລາຍໆປີ ໃນ​ການ​ຮັບ​ຟັງ​ຄຳ​ໃຫ້ການ​ຂອງ​ປະຊາຊົນ ​ແລະການວິເຄາະເອກະສານ 150,000 ສະບັບ ​ທີ່ພວກ​ເຂົາ​ເຈົ້າພະຍາ​ຍາຈະ​ຕອບ​ຄຳ​ຖາມ ​ກ່ຽວ​ກັບ​ການ​ບຸກລຸກ ​ພາຍ​ໃຕ້​ການ​ນຳພາ​ຂອງ​ສະຫະລັດ ມີ​ຄວາມ​ຈຳ​ເປັນ​ຫລື​ບໍ່ ແລະ​ຄວາມ​ວຸ້ນວາຍ ​ທີ່​ຕິດຕາມ​ມາ ນັ້ນຄວນ​ມີ​ການ​ຄາດ ຫວັງ​ໄວ້​ຫລື​ບໍ່.

ທ່ານ Chilcot ກ່າວ​ວ່າ ການ​ປະຕິບັດ​ງານ​ທາງ​ທະຫານ ​ໃນ​ອີຣັກ ອາດ​ມີ​ຄວາມຈຳ​ເປັນ​ໃນ​ຈຸດ​ໃດ​ຈຸດ​ນຶ່ງ​ແຕ່​ບໍ່​ແມ່ນ​ໃນ​ເດືອນ​ມີ​ນາປີ 2003 ຍ້ອນ​ຍັງ​ບໍ່​ທັນ​ມີ​ໄພຂົ່ມຂູ່​ທີ່​ຮ້າຍ​ແຮງ​ເທື່ອ​ຈາກ Saddam Hussein ​ໃນ​ເວລາ​ນັ້ນ.

​ທ່ານ​ກ່າວ​ວ່າ ການ​ຕັດສິນ​ໃຈ​ເຮັດ​ສົງຄາມ ​ໄດ້​ມີ​ຂຶ້ນກ່ອນ​ທີ່​ປະຊາ​ຄົມນາໆ​ຊາດໝົດ​ຊ່ອງ​ທາງ​ໃນ​ການ​ທີ່​ຈະ​ຄວບ​ຄຸມ​ແລະ​ປົດ​ອາວຸດອີຣັກ.

ອະດິດນາຍົກລັດຖະມົນຕີອັງກິດ ທ່ານ Tony Blair ພົບກັບພວກທະຫານ ທີ່ຄ້າຍ Shaibah ໃນເມືອງ Basra ປະເທດ Iraq. (ວັນທີ 22 ທັນວາ 2005)
ອະດິດນາຍົກລັດຖະມົນຕີອັງກິດ ທ່ານ Tony Blair ພົບກັບພວກທະຫານ ທີ່ຄ້າຍ Shaibah ໃນເມືອງ Basra ປະເທດ Iraq. (ວັນທີ 22 ທັນວາ 2005)

ທ່ານ​ກ່າວ​ວ່າ ການ​ຊັ່ງຊາ​ກ່ຽວ​ກັບ​ຂອບ​ເຂດ​ຂອງ​ໄພ​ຂົ່ມຂູ່​ຈາກ​ອາວຸດ​ທີ່​ມີ​ອະນຸ​ພາບ​ຮ້າຍ​ແຮງ​ໄດ້​ຖືກ​ນຳ​ສະ​ເໜີ ​ແນ່ນອນ​ໃນ​ວິທີ​ທີ່​ບໍ່​ຄ່ອຍມີີ​ເຫດຜົນ​ພຽງພໍ.

ບໍ່​ມີ​ອາວຸດ​ທີ່ມີ​ອະນຸ​ພາບ​ຮ້າຍ​ແຮງ​ໃດໆ​ໄດ້​ຖືກ​ຄົ້ນພົບຢູ່​ໃນ​ປະ​ເທດ​ອີຣັກ.

ທ່ານ Chilcot ກ່າວ​ວ່າ ການ​ສ່ຽງ​ຕໍ່​ການ​ເກີດ​ຄວາມ​ວຸ້ນວາຍ​ພາຍ​ໃນ ​ແລະ​ກິດຈະກຳ​ຂອງ​ກຸ່ມ​ອາ​ລກາ​ອີ​ດາ​ໃນ​ອີຣັກ ຕະຫຼອດ​ທັງ​ຄວາມ​ບໍ່​ທຸ່ນ​ທ່ຽງ​ຂອງ​ຂົ​ງ​ເຂດ ​ແມ່ນ​ໄດ້​ມີ​ການໃຫ້​ຂໍ້​ສັງ​ເກດ​ຢ່າງ​ເປັນ​ການ​ເປີດ​ເຜີຍ​ກ່ອນ​ການ​ບຸກລຸກ​ເລີ້ມຂຶ້ນ. ນອກ​ນັ້ນທ່ານ​ຍັງ​ກ່າວ​ວ່າໄດ້​ມີ​ການ​ເຕືອນ ອະດີດ​ນາຍົກລັດຖະມົນຕີ Tony Blair ວ່າ ການ​ປະຕິບັດ​ງານ​ທາງ​ທະຫານ​ອາດ​ຈະ​ພາ​ໃຫ້​ມີ​ຄວາ​ມສ່ຽງເພີ້ມຂຶ້ນຕໍ່​ອັງກິດ ຈາກ​ກຸ່ມ​ກໍ່​ການ​ຮ້າຍ​ອາລກາ​ອີ​ດາ.

ທ່ານ Blair ​ໄດ້​ປະຕິ​ເສດ​ຕໍ່​ການ​ກ່າວ​ຫາ​ທີ່​ວ່າ ທ່ານ​ໄດ້​ດຳ​ເນີນ​ການແບບ​ບໍ່​ຊື່ສັດ​ໃນ​ການ​ອະທິບາຍ​ກ່ຽວ​ກັບ​ສົງຄາມ​ທີ່​ໄດ້ເຮັດ​ໃຫ້​ທະຫານ​ອັງກິດ 179​ ຄົນ ເສຍ​ຊີວິດໄປ​ນັ້ນ.

ທ່ານ​ກ່າວໃນ​ວັນ​ພຸດ​ມື້ນີ້ວ່າ "ປະຊາຊົນ​ຈະ​ເຫັນ​ພ້ອມ​ຫລື​ບໍ່​ເຫັນພ້ອມ​ ກັບ​ການ​ຕັດສິນ​ໃຈ​ຂອງ​ຂ້າພະ​ເຈົ້າ​ເພື່ອ​ເອົາ​ມາດ​ຕະການ​ທາງ​ທະຫານ​ຕໍ່ Saddam Hussein ຂ້າພະ​ເຈົ້າ ໄດ້​ດຳ​ເນີນ​ການ​ດ້ວຍ​ຄວາມ​ສຸດຈະລິດ​ໃຈ​ແລະ​ໃນ​ອັນ​ທີ່​ຂ້າພະ​ເຈົ້າ​ເຊື່ອ​ວ່າ ​ເປັນ​ຜົນປະ​ໂຫຍ​ດທີ່​ດີ​ທີ່​ສຸດ​ຕໍ່​ປະ​ເທດ​ຊາດ."

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Britain Iraq
please wait
Embed

No media source currently available

0:00 0:00:52 0:00

XS
SM
MD
LG