ບັນຍາກາດແຫ່ງຄວາມມ່ວນຊື່ນແລະທ້າທາຍຕໍ່ການກໍ່ການ
ຮ້າຍແມ່ນ ປົກຄຸມຢູ່ທົ່ວ ໃນງານແຂ່ງແລ່ນ ມາຣາທອນ ຂອງ
ກຸງລອນດອນ ປະເທດອັງກິດ ໃນວັນອາທິດວານນີ້ ເຖິງແມ່ນ
ໄດ້ມີຄວາມເປັນຫ່ວງ ຍ້ອນການວາງລະເບີດໃນອາທິດແລ້ວນີ້
ທີ່ນະຄອນບອສຕັນນັ້ນ.
ຫົກມື້ຫລັງຈາກລະເບີດໄດ້ແຕກຂື້ນໃກ້ກັບເສັ້ນໄຊ ທີ່ນະຄອນ
ບອສຕັນ ບັນດານັກແລ່ນໃນກຸງລອນດອນ ໄດ້ສົ່ງສານອັນແຮງ
ກ້າຂອງຄວາມເປັນນໍ້ານຶ່ງໃຈດຽວກັນ ກັບເມືອງບອສຕັນທີ່ຢູ່ພາກ
ຕາເວັນອອກສຽງເໜືອຂອງ ສະຫະລັດ ແລະບັນດາຜູ້ເຄາະຮ້າຍ.
ກ່ອນການເລີ້ມແລ່ນ ມາຣາທອນ ໃນວັນອາທິດວານນີ້ ບັນດານັກແລ່ນໄດ້ຢືນຢູ່ໃນຄວາມສະຫງົບເປັນເວລາ 30 ວິນາທີ ເພື່ອໃຫ້ກຽດແກ່ຜູ້ເຄາະຮ້າຍຈາກການວາງລະເບີດ ທີ່ບອສຕັນ. ນີ້ເປັນການແຂ່ງຂັນ ມາຣາທອນ ຄັ້ງທໍາອິດ ຂອງການແຂ່ງຂັນຄັ້ງໃຫຍ່ຕໍ່ເນື່ອງກັນຫລາຍໆບັ້ນຂອງໂລກ ນັບຕັ້ງແຕ່ມີການໂຈມຕີ ໃນວັນຈັນແລ້ວນີ້ທີ່ບອສຕັນ ທີ່ເຮັດໃຫ້ມີຜູ້ເສຍຊີວິດ ສາມຄົນ ແລະໄດ້
ຮັບບາດເຈັບເກືອບ 200 ຄົນ.
ນັກແລ່ນທົນ ຊາວອີທີໂອເປຍ Tsegaye Kebede ໄດ້ຊະນະເລີດໃນການແຂ່ງຂັນຝ່າຍຊາຍ ໂດຍໃຊ້ເວລາ ສອງຊົ່ວໂມງ ຫົກນາທີ ກັບສີ່ວິນາທີ. ນັກແລ່ນຍິງຊາວເຄັນຢາ ນາງ
Priscah Jeptoo ໄດ້ເປັນແຊມປ້ຽນຜູ້ຍິງ ໂດຍໃຊ້ເວລາແລ່ນໄລຍະທາງ 45 ກິໂລແມດ
ນັ້ນ 2 ຊົ່ວໂມງ 20 ນາທີ ກັບ 15 ວິນາທີ.
ມີນັກແລ່ນປະມານ 34,000 ຄົນ ເຂົ້າຮ່ວມແຂ່ງຂັນໃນກຸງລອນດອນ. ບັນດາຜູ້ຈັດການແຂ່ງຂັນ ໄດ້ປະກາດວ່າ ຈະບໍລິຈາກເງິນ $3 ໂດລ່າ ຕໍ່ນັກແລ່ນທີ່ແລ່ນຈົບແຕ່ລະຄົນ ເຂົ້າ
ໃສ່ກອງທຶນ “The One Fund Boston” ທີ່ໄດ້ຕັ້ງຂຶ້ນເພື່ອຫາເງິນຊ່ວຍເຫລືອ ບັນດາຜູ້
ໄດ້ຮັບເຄາະ ຈາກການວາງລະເບີດ ທີ່ບອສຕັນນັ້ນ.
ຢູ່ນະຄອນນິວຢອກ ຊາວເມືອງນິວຢອກຫລາຍພັນຄົນ ພາກັນນຸ່ງເສື້ອຍຶດ ທີ່ຂຽນຂໍ້ຄວາມ
ວ່າ “ຂ້ອຍແລ່ນໃຫ້ແກ່ບອສຕັນ” ພາກັນແລ່ນໄລຍະທາງ 6.4 ກິໂລແມດ ໃນວັນອາທິດ
ວານນີ້ ຢູ່ສວນ CentralPark ໃຈກາງເມືອງ ຊຶ່ງເປັນນຶ່ງໃນຈໍານວນການແລ່ນຫລາຍໆບັ້ນ
ທີ່ຈັດຂື້ນຢູ່ທົ່ວປະເທດ ເພື່ອສະແດງການສະໜັບສະໜຸນແກ່ບັນດາຜູ້ເຄາະຮ້າຍ ໃນການ
ວາງລະເບີດຢູ່ບ່ອນແລ່ນມາຣາທອນ ທີ່ບອສຕັນນັ້ນ.
ການແຂ່ງແລ່ນ ຍັງໄດ້ຈັດຂື້ນທີ່ ເມືອງ St Louis ລັດ Missouri, San Francisco ລັດ
California, Lansing ລັດ Michigan, Burlington ໃນລັດ Vermont ນໍາ.
ວີດິໂອ: ລອນດອນເອົາມາດຕະການ ປ້ອງກັນຄວາມປອດໄພເພີ້ມຂຶ້ນ ລ່ວງໜ້າການແຂາງແລ່ນມາຣາທອນ: