ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄະນະຕຸລາການ ໃນນິວຢ໊ອກ ພົບເຫັນວ່າ ທ້າວ Hamza ມີຄວາມຜິດ (ວີດີໂອ)


New York Jury Convicts Radical Imam on Terror Charges
please wait

No media source currently available

0:00 0:01:57 0:00
ຄະນະຕຸລາການ ໃນນະຄອນນິວຢ໊ອກ ໄດ້ພົບເຫັນວ່າ ນັກສອນ
ສາສະໜາອິສລາມທີ່ມີສຳນັກງານຢູ່ນະຄອນລອນດອນ ມີຄວາມ
ຜິດ ໃນຂໍ້ຫາລັກພາຕົວແລະກໍ່ການຮ້າຍ.

ນັກສອນສາສະໜາອິສລາມ ທີ່ມີຊື່ວ່າ Abu Hamza ປະເຊີນກັບ
ໂທດຕິດຄຸກຕະຫຼອດ ຊີວິດ ໃນຂໍ້ຫາພົວພັນກັບການລັກພາຕົວ
ແລະສັງຫານພວກນັກທ່ອງທ່ຽວຕາເວັນຕົກໃນເຢເມນ ພະຍາຍາມ
ຕັ້ງຄ້າຍພວກກໍ່ການຮ້າຍ ໃນລັດ Oregon ທາງພາກຕາເວັນຕົກ
ຂອງສະຫະລັດ ແລະໃນການສົ່ງລູກນ້ອງໄປຍັງອັຟການີສຖານ
ເພື່ອຝຶກແອບກັບກຸ່ມຕາລິບັນ.

ທ້າວ Hamza ໄດ້ຖືກສົ່ງຕົວໃຫ້ສະຫະລັດ ຈາກລອນດອນ ບ່ອນທີ່ລາວໄດ້ສອນສາ
ສະໜາ ແລະເປັນທີ່ຮູ້ກັນຢ່າງກວ້າງຂວາງ ກ່ຽວກັບການເທດສະໜາ ຕໍ່ຕ້ານພວກຕາ
ເວັນຕົກນັ້ນ.

ທ້າວ Hamza ໄດ້ຕາບອດຂ້າງນຶ່ງແລະແຂນຂາດທັງສອງຂ້າງ ໃນອັນທີ່ລາວເວົ້າວ່າ​ເປັນອຸປະຕິເຫດໃນປາກີສຖານ.

ລາວໄດ້ປະຕິເສດ ຕໍ່ຂໍ້ຫາກໍ່ການຮ້າຍ. ພວກທະນາຍຄວາມຂອງລາວ ໄດ້ຮ້ອງຂໍຕໍ່
ຄະນະຕຸລາການວ່າ ບໍ່ຄວນຈະໃຫ້ຄວາມຮູ້ສຶກ ມາບົດກັງການຕັດສິນຄັ້ງນີ້.

ພວກໄອຍະການລັດຖະບານສະຫະລັດ ກ່າວວ່າ ທ້າວ Hamza ໄດ້ກ່າວຄຳເທັດ ແລະ ຄະນະຕຸລາການບໍ່ຄວນທີ່ຈະຖືກຫຼອກ ດ້ວຍການໃຫ້ການ ແບບສະງົບງຽບ ແລະມີເຫດຜົນ.
XS
SM
MD
LG