ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຫົວໜ້າໜ່ວຍງານ ຂອງພັກ ແລະ ລັດ ທຸກຂັ້ນ ຈະຕ້ອງຮັບຜິດຊອບ ແກ້ໄຂການທຸຈະລິດ


ສານອາຍາ ປະຊາຊົນ
ສານອາຍາ ປະຊາຊົນ

ຮອງປະທານປະເທດ ຢືນຢັນວ່າ ຫົວໜ້າໜ່ວຍງານຂອງພັກ ແລະລັດທຸກຂັ້ນ ຈະຕ້ອງຮັບ
ຜິດຊອບ ແກ້ໄຂການທຸຈະລິດ ໃນໜ່ວຍງານຂອງຕົນ ຫາກແກ້ບໍ່ໄດ້ ກໍຈະຖືກພິຈາລະນາ
ປົດອອກຈາກຕຳແໜ່ງ.

ທ່ານພັນຄຳ ວິພາວັນ ກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ ແລະຮອງ
ປະທານປະເທດ ຢືນຢັນວ່າ ບັນຫານຶ່ງທີ່ສູນກາງພັກ ໃຫ້ຄວາມສຳຄັນ ແລະຈະຕ້ອງແກ້
ໄຂໃຫ້ໄດ້ຢ່າງຮີບດ້ວນທີ່ສຸດ ຄືບັນການທຸຈະລິດທີ່ເກີດຂຶ້ນຢ່າງກວ້າງຂວາງໃນທຸກຂັ້ນ
ແລະທຸກວົງການທົ່ວສັງຄົມ ລາວ ໃນປັດຈຸບັນນີ້ ໂດຍສະເພາະແມ່ນການທຸຈະລິດ ໃນ
ວົງການພັກ ແລະລັດ ນັ້ນ ຍັງເປັນບັນຫາທີ່ໄດ້ສົ່ງຜົນກະທົບຕໍ່ສະຖຽນລະພາບທາງການ
ເມືອງ ແລະຄວາມໝັ້ນຄົງຂອງຊາດລາວດ້ວຍ.

ສະນັ້ນ ເພື່ອສະກັດກັ້ນ ບໍ່ໃຫ້ບັນຫາຮຸນແຮງຂຶ້ນ ທັງຍັງເປັນການສ້າງສັດທາ ຂອງ
ປະຊາຊົນໃຫ້ມີ ຕໍ່ການນຳພາຂອງພັກ ແລະລັດ ດ້ວຍນັ້ນ ສູນກາງພັກ ຈຶ່ງໄດ້ເພີ່ມ
ມາດຕະການເຂັ້ມງວດໃນການສະກັດກັ້ນ ແລະປາບປາມການທຸຈະລິດ ດ້ວຍການ
ກຳນົດໃຫ້ຜູ້ທີ່ເປັນຫົວໜ້າໜ່ວຍງານ ຕ້ອງຮັບຜິດຊອບຕໍ່ການທຸຈະລິດ ທີ່ເກີດຂຶ້ນ
ໃນໜ່ວຍງານຂອງຕົນດ້ວຍ ດັ່ງທີ່ ທ່ານພັນຄຳ ໄດ້ໃຫ້ການຢືນຢັນວ່າ:

“ຖ້າວ່າບໍ່ແກ້ອັນນີ້ ແມ່ນກະທົບເຖິງບົດບາດການນຳພາຂອງພັກ ກະທົບເຖິງ
ຄວາມໝັ້ນຄົງຂອງລະບອບໃໝ່ ຂັ້ນສູນກາງເວົ້າກັນຫຼາຍ ເວົ້າເຖິງຂັ້ນວ່າ ຖ້າວ່າ
ການສໍ້ລາດບັງຫລວງ ພະຍາດອາດຍາສິດ ເກີດຂຶ້ນຢູ່ບ່ອນໃດ ຫົວໜ້າບ່ອນນັ້ນ
ຕ້ອງນຳພາແກ້ໄຂ ໃຫ້ມັນໄດ້ ແກ້ໄຂບໍ່ໄດ້ ສິໄດ້ພິຈາລະນາຫັນຜູ້ເປັນຫົວໜ້າ
ວ່າກັນແນວນັ້ນເດ້ ເຈົ້າຢູ່ຫັ້ນ ເຈົ້ານຳພາ ເປັນຫຍັງບໍ່ແກ້ ຄັນວ່າເກີດເຮັດໂຄງການ
ຜີຂຶ້ນມາ ເຮັດຢູ່ບ່ອນໃດ ກະແມ່ນເອົາຫົວໜ້າຫັ້ນຊະກ່ອນ ສິວ່າແນວນັ້ນເດ້ ນັບແຕ່
ນີ້ຕໍ່ໄປ.”

ອົງການເພື່ອຄວາມໂປ່ງໃສສາກົນ (Tranparency International) ທີ່ໄດ້ ດຳເນີນການ ສຳຫລວງຄວາມຄິດເຫັນ ຂອງຄວາມຄິດເຫັນຂອງນັກທຸຈະລິດ ກ່ຽວກັບ ສະພາບການສໍ້ລາດບັງຫລວງຢູ່ໃນ 176 ປະເທດ ທົ່ວໂລກ
ອົງການເພື່ອຄວາມໂປ່ງໃສສາກົນ (Tranparency International) ທີ່ໄດ້ ດຳເນີນການ ສຳຫລວງຄວາມຄິດເຫັນ ຂອງຄວາມຄິດເຫັນຂອງນັກທຸຈະລິດ ກ່ຽວກັບ ສະພາບການສໍ້ລາດບັງຫລວງຢູ່ໃນ 176 ປະເທດ ທົ່ວໂລກ

ທາງດ້ານ ທ່ານບຸນທອງ ຈິດມະນີ ປະທານອົງການຕ້ານການສໍ້ລາດບັງຫລວງ
ແຫ່ງຊາດໃຫ້ການຢືນຢັນວ່າ ໃນລະຍະ 5 ປີ ຜ່ານມາ ໄດ້ກວດພົບວ່າ ການທຸຈະລິດ
ເຮັດໃຫ້ພັກ ແລະລັດ ເສຍຫາຍເປັນມູນຄ່າ ຫຼາຍກວ່າ 5,000 ຕື້ກີບ ພ້ອມດ້ວຍເງິນຕາ
ຕ່າງປະເທດ ຫຼາຍກວ່າ 90 ລ້ານໂດລາ ກັບ 40 ລ້ານບາດ ໂດຍຈາການຕິດຕາມ
ກວດກາ ກໍປາກົດວ່າສາມາດຍຶດກັບຄືນມາໄດ້ບາງສ່ວນ ຄື 1,000 ກວ່າຕື້ກີບ ກັບ 70
ກວ່າລ້ານໂດລາ ແລະ 30 ກວ່າລ້ານບາດ ທັງຍັງຍຶດເອົາທີ່ດິນຂອງລັດ ທີ່ຖືກລັກລອບ
ຂາຍໃຫ້ກັບບັນດານາຍທຶນ ລາວ ແລະຕ່າງຊາດ ກັບຄືນມາໄດ້ ໃນເນື້ອທີ່ກວ້າງ ກວ່າ
10,000 ເຮັກຕາອີກດ້ວຍ.

ໃນຊ່ວງປີ 2011-2015 ອົງການກວດກາແຫ່ງລັດໄດ້ດຳເນີນການກວດສອບ 734
ເປົ້າໝາຍ ທີ່ເປັນໜ່ວຍງານຂອງພັກ ແລະລັດ ແລະໄດ້ກວດພົບການທຸຈະລິດຢ່າງ
ກວ້າງຂວາງ ເຮັດໃຫ້ພັກ ແລະລັດ ສູນເສຍໄປ ຫຼາຍກວ່າ 5,000 ຕື້ກີບ ໂດຍອົງການ
ກວດກາແຫ່ງລັດ ກໍໄດ້ລົງໂທດທາງວິໄນ ຕໍ່ພະນັກງານລັດ ທີ່ກ່ຽວຂ້ອງໃນການທຸຈະລິດ
ຄໍຣັບຊັ່ນ ຈຳນວນ 165 ຄົນ ໃນຂະນະທີ່ສານປະຊາຊົນ ກໍໄດ້ຕັດສິນ ລົງໂທດຈຳຄຸກ
ພະນັກງານລັດ 38 ຄົນ ທີ່ກ່ຽວຂ້ອງກັບການທຸຈະລິດ.

ທ່າງດ້ານ ອົງການເພື່ອຄວາມໂປ່ງໃສສາກົນ (Tranparency International) ທີ່ໄດ້
ດຳເນີນການ ສຳຫລວງຄວາມຄິດເຫັນ ຂອງຄວາມຄິດເຫັນຂອງນັກທຸຈະລິດ ກ່ຽວກັບ
ສະພາບການສໍ້ລາດບັງຫລວງຢູ່ໃນ 176 ປະເທດ ທົ່ວໂລກ ໂດຍໄດ້ຈັດໃຫ້ລາວຢູ່ອັນ
ດັບທີ 123 ໃນປີ 2016 ຊຶ່ງກໍເປັນການເລື່ອນອັນດັບທີ່ດີ ຂຶ້ນເຖິງ 16 ອັນດັບ ທຽບກັບ
ປີ 2015 ທີ່ລາວໄດ້ຖືກຈັດໃຫ້ຢູ່ໃນອັນດັບທີ 139 ຂອງໂລກ.

ທັງນີ້ ໂດຍລັດຖະບານລາວ ໄດ້ຮັບຄວາມໄວ້ວາງໃຈ ຈາກບັນດານັກທຸລະກິດຊາວ
ຕ່າງຊາດ ທີ່ລົງທຶນໃນລາວ ເພີ່ມຂຶ້ນຈາກ 25 ເປີເຊັນໃນປີ 2015 ເປັນ 30 ເປີເຊັນໃນ
ປີ 2016 ເພາະເຫັນວ່າ ລັດຖະບານລາວ ຊຸດປັດຈຸບັນ ຊຶ່ງມີທ່ານທອງລຸນ ສີສຸລິດ
ເປັນນາຍົກ ລັດຖະມົນຕີນັ້ນ ໄດ້ປາບປາມການສໍ້ລາດບັງຫຼວງຢ່າງເປັນຮູບປະທຳ
ດັ່ງຈະເຫັນໄດ້ຈາກການຢຸດສຳປະທານປ່າໄມ້ ແລະຫ້າມສົ່ງໄດມ້ທ່ອນອອກໄປຕ່າງ
ປະເທດ ຢ່າງສິ້ນເຊິງ ການບໍ່ໃຫ້ສຳປະທານການຂຸດຄົ້ນແຮ່ທາດລາຍໃໝ່ ພ້ອມກັບ
ການກວດສອບສຳປະທານທີ່ອະນຸມັດໄປແລ້ວ ວ່າດຳເນີນການຕາມສັນຍາຫຼືບໍ່ ແລະ
ການຍົກເລີກສຳປະທານທີ່ດິນ ທີ່ກະທົບຕໍ່ສິ່ງແວດລ້ອມທຳມະຊາດ ເຊັ່ນສຳປະທານ
ທີ່ດິນປູກກວ້ຍຂອງຈີນ ໃນແຂວງບໍ່ແກ້ວ ເປັນຕົ້ນ.

XS
SM
MD
LG