ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບໍ່ມີໃຜ ຊະນະຂາດລອຍ ໃນການເລືອກຕັ້ງ ປະທານາທິບໍດີ ຢູ່ລີທູເອເນຍ (ວີດີໂອ)


ປະທານາທິບໍດີ ລີ​ທູ​ເອ​ເນຍ ທ່ານ​ນາງ Dalia Grybauskaite ປ່ອນບັດລົງຄະແນນສຽງ ໃນການເລືອກຕັ້ງປະທານາທິບໍດີ ຮອບທຳອິດ ໃນວັນທີ 11 ພຶດສະພາ ວານນີ້.
ປະທານາທິບໍດີ ລີ​ທູ​ເອ​ເນຍ ທ່ານ​ນາງ Dalia Grybauskaite ປ່ອນບັດລົງຄະແນນສຽງ ໃນການເລືອກຕັ້ງປະທານາທິບໍດີ ຮອບທຳອິດ ໃນວັນທີ 11 ພຶດສະພາ ວານນີ້.
ປະທານາທິບໍດີ ລີ​ທູ​ເອ​ເນຍ ທ່ານ​ນາງ Dalia Grybauskaite
​ໄດ້ ຮັບ​ຄະ​ແນນ​ສຽງ​ຫລາຍ​ທີ່​ສຸດ ໃນ​ວັນ​ອາທິດ​ວານ​ນີ້ ​ໃນການ
​ເລືອກ​ຕັ້ງປະທາ​ນາ​ທິບໍດີ ຄັ້ງ​ທີ່ 6 ຢູ່​ໃນ​ປະ​ເທດ​ໃນ​ເຂດ Baltic
​ແຫ່ງ​ນັ້ນ ​ແຕ່ກໍບໍ່ໄດ້​ຮັບ​ໄຊຊະນະຢ່າງຂາດ​ລອຍ ​ເພາະ​ບໍ່​ໄດ້​ຮັບ
​ຫລາຍ​ຮອດ 50 ​ເປີ​ເຊັນ ທີ່​ຕ້ອງການ​.

ຄະນະ​ກຳມະ​ການ​ເລືອກ​ຕັ້ງ ຂອງລີ​ທູ​ເອ​ເນຍ ກ່າວ​ວ່າ ທ່ານນາງ
Grybauskaiteຊຶ່ງເຄີຍ​ເປັນຫົວໜ້າ​ຝ່າຍ​ງົບປະມານ ຂອງ​ສະຫະ
ພາບຢູ​ໂຣບ ​ໄດ້​ຮັບ​ຄະ​ແນນ​ສຽງ ປະມານ 45% ​ໂດຍ​ມີ​ການ​ນັບ​
ບັດຄະ​ແນນ​ສຽງ​ໄດ້​ໝົດ 95% ​ແລ້ວ.

ຜົນ​ການ​ເລືອກ​ຕັ້ງ​ດັ່ງ​ກ່າວ​ໝາຍ​ຄວາມ​ວ່າ ທ່ານ​ນາງ​ຈະ​ໄດ້​ປະ​ເຊີນ​ກັບ ທ່ານ Zigmantas
Balcytis ຈາກ​ພັກກາງ​ຊ້າຍ ​ສັງຄົມ​ປະຊາທິປັດ ​ໃນ​ການ​ເລືອກ​ຕັ້ງ​ຂັ້ນ​ຕັດສິນ​ຊີ້​ຂາດໃນ​ວັນ
​ທີ 25 ພືດ​ສະພາ​ນີ້.

ການ​ເລືອກ​ຕັ້ງຄັ້ງນີ້ ມີ​ຂຶ້ນ​ໃນ​ທ່າມກາງ ການຢຶດ​ເອົາ ແຫຼມ​ໄຄຣເມຍ ຂອງຢູເຄຣນ ຮວມເຂົ້າ
ເປັນສ່ວນນຶ່ງຂອງຣັດ​ເຊຍ.

ລີ​ທູ​ເອ​ເນຍ ​ໄດ້​ຢູ່​ພາຍ​ໃຕ້​ການ​ປົກຄອງ​ຂອງ​ຣັດ​ເຊຍ​ ໃນ​ໄລຍະສົງຄາມ​ ເຢັນ. ປະ​ທາ​ນາທິ
ບໍດີ Grybauskaite ​ໄດ້​ຕ້ອນ​ຮັບ​ເອົາການ​ມີໜ້າ ຂອງ​ທະຫານເນ​ໂຕ້ ຢູ່​ໃນປະ​ເທດ​ຂອງ​ຕົນ ຫຼັງຈາກ​ໄດ້​ເກີດ​ວິ​ກິດ​ການ​ປ່ຽນ​ແປງ​ຂະໜາດ​ໃຫຍ່ ຢູ່​ໃນ​ຢູ​ເຄຣນນັ້ນ.

ທ່ານ​ນາງປະທານາທິບໍ​ດີ ​ໄວ 58 ປີ​ ເປັນ​ນັກ​ຄາ​ຣາ​ເຕ້ສາຍ​ແອວ​ດຳ ແລະ​ໄດ້ໃຫ້​ຄຳໝັ້ນ
ສັນ​ຍາ​ ໃນ​ຕອນ​ທີ່​ທ່ານ​ນາງ ອອກໂຄສະນາ​ຫາ​ສຽງ ໃນ​ອາ​ທິດ​ແລ້ວ​ນີ້​ວ່າ ທ່ານ​ນາງ ຈະ
ບໍ່​ຍອມຫລົບ​ໜີ ຕໍ່ໜ້າການ​ຮຸກ​ຮານ​ຂອງຣັດ​ເຊຍ​ ​ແລະ​ ເວົ້າວ່າ “ຂ້າພະ​ເຈົ້າ​ເອງ​ກໍ​ຈະ​
ຈັບ​ປືນ​ຂຶ້ນມາ ປ້ອງ​ກັນປະ​ເທດ ຖ້າຫາກວ່າ​ ມັນ​ຈຳ​ເປັນສຳ​ຫລັບ​ຄວາມ​ໝັ້ນຄົງ​ຂອງ​ຊາດ.”

XS
SM
MD
LG