ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອາຍຸໄຂ ຂອງຄົນທົ່ວໂລກ ຈະສູງຂຶ້ນຕໍ່ໄປ ໃນຂະນະທີ່ ສະຫະລັດ ຄົນຍັງອາຍຸສັ້້ນ


ຜູ້ຊາຍຊະລາຄົນໜຶ່ງ ຢ່າງຜ່ານກະດານໄຟຟ້າ ຕະຫຼາດຮຸ້ນ ຂອງບໍລິສັດຮັກສາຄວາມປອດໄພ ໃນນະຄອນຫຼວງ ໂຕກຽວ. 19 ສິງຫາ, 2016.
ຜູ້ຊາຍຊະລາຄົນໜຶ່ງ ຢ່າງຜ່ານກະດານໄຟຟ້າ ຕະຫຼາດຮຸ້ນ ຂອງບໍລິສັດຮັກສາຄວາມປອດໄພ ໃນນະຄອນຫຼວງ ໂຕກຽວ. 19 ສິງຫາ, 2016.

ບັນດາແມ່ຍິງ ເກົາຫຼີໃຕ້ ຈະເປັນຈຸທຳອິດໃນໂລກທີ່ມີອາຍຸໄຂສະເລ່ຍຢູ່ 91 ປີ, ອີງຕາມ ການທຳ ນາຍຂອງການຄົ້ນຄວ້າໃໝ່.

ມະຫະວິທະຍາໄລ Imperial ໃນນະຄອນຫຼວງ ລອນດອນ, ປະເທດ ອັງກິດ ແລະ ອົງ ການອະນາໄມໂລກ ໄດ້ທຳການວິເຄາະອາຍຸໄຂຂອງ ປະຊາຊົນໃນ 35 ປະເທດອຸດສາ ອະກຳ. ການຄົ້ນ ຄວ້າໄດ້ພົບເຫັນວ່າ ປະຊາຊົນທຸກຄົນຈະມີອາຍຸຍືນຕື່ມຂຶ້ນໃນປີ 2030 ແລະ ຊ່ອງຫວ່າງ ລະຫວ່າງ ຜູ້ຊາຍ ແລະ ແມ່ຍິງກໍຈະເລີ່ມຫຍັບໃກ້ເຂົ້າກັນໃນຫຼາຍປະ ເທດ.

ບັນດານັກວິທະຍາສາດຄັ້ງໜຶ່ງໄດ້ຄິດວ່າ ລະດັບສະເລ່ຍຂອງອາຍຸໄຂ ເກີນ 90 ປີແມ່ນ ເປັນໄປບໍ່ໄດ້ ແຕ່ຄວາມກ້າວໜ້າດ້ານການແພດ, ປະສົມປະສານກັບໂຄງການຕ່າງໆທາງ ສັງຄົມທີ່ໄດ້ຮັບ​ການປັບປຸງໃຫ້ດີຂຶ້ນນັ້ນ ແມ່ນກຳລັງສືບຕໍ່ທັບມ້າງຂໍ້ຈຳກັດຕ່າງໆ, ລວມ ທັງໃນບັນດາປະເທດ ທີ່ມີປະຊາຊົນເຖົ້າແກ່ມີຊີວິດການເປັນຢູ່ດີຢູ່ແລ້ວ, ອີງຕາມຫົວໜ້າ ນັກຄົ້ນຄວ້າໃນການສຶກສານີ້, ທ່ານ Majid Ezzati ຈາກມະຫາວິທະຍາໄລ Imperial ທີ່ນະຄອນຫຼວງ ລອນດອນ.

ທ່ານໄດ້ກ່າວວ່າ “ຂ້າພະເຈົ້າສາມາດຈິນຕະນາການໄດ້ວ່າ ມັນມີຂໍ້ຈຳກັດ, ແຕ່ພວກ ເຮົາຍັງຢູ່ໄກຈາກມັນຫຼາຍ.” ທ່ານ Ezzati ໄດ້ຄາດຄະເນວ່າ ໃນທີ່ສຸດປະຊາຊົນຈະມີ ຊີວິດຢູ່ໄດ້ຢ່າງໜ້ອຍ 110 ຫຼື 120 ປີ.

ໃນຂະນະທີ່ພວກແມ່ຍິງ ແລະ ຜູ້ຊາຍໃນປະເທດ ເກົາຫຼີໄຕ້ ເປັນຜູ້ນຳໜ້າໃນການສຶກ ສານີ້, ຊາວ ອາເມຣິກັນ ​ແມ່ນ​ຍັງສືບຕໍ່ເປັນໜຶ່ງ​ໃນບັນດາພວກ​ທີ່ຄາດໝາຍ​ວ່າ ຈະ​ມີ​ອາຍຸ ​ຍືນຕ່ຳທີ່ສຸດໃນ​ບັນດາ​ປະ​ເທດທີ່ພັດທະນາແລ້ວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG