ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວລີເບຍ ມອບປືນ ໃຫ້ເຈົ້າໜ້າທີ່


ຊາຍຄົນນຶ່ງ ກໍາລັງມອບປືນໃຫ້ກອງທັບລີເບຍ ຢູ່ຈະຕຸລັດ Martyrs ໃນນະຄອນຫລວງຕຣີໂປລີ, ວັນທີ 29 ກັນຍາ 2012.
ຊາຍຄົນນຶ່ງ ກໍາລັງມອບປືນໃຫ້ກອງທັບລີເບຍ ຢູ່ຈະຕຸລັດ Martyrs ໃນນະຄອນຫລວງຕຣີໂປລີ, ວັນທີ 29 ກັນຍາ 2012.
ຊາວລິເບຍຫຼາຍຮ້ອຍຄົນ ກໍາລັງນໍາເອົາອາວຸດຂອງພວກຕົນ
ໄປມອບໃຫ້ເຈົ້າໜ້າທີ່ ຢູ່ສູນລວບລວມອາວຸດ ທີ່ເມືອງຫຼວງ
Tripoli ແລະເມືອງ Benghazi ທາງພາກຕາເວັນອອກ
ຂອງລີເບຍ.

ພວກຜູ້ຊາຍຫຼາຍໆຄົນພາກັນຢືນຕໍ່ແຖວກັນທີ່ ຈະຕຸລັດ
Martyr ທີ່ເມືອງ ຫຼວງ Tripoli ແລະຈະຕຸລັດ Liberty ທີ່
ເມືອງ Benghazi ໃນມືຖືອາວຸດແລະກະສຸນ ເມື່ອວັນເສົາ
ວານນີ້ ໃນຄວາມພະຍາຍາມເພື່ອຊ່ວຍກອງທັບລີເບຍ
ກໍາຈັດອາວຸດຕ່າງໆທີ່ຫຼົງເຫຼືອມາຈາກການປະຕິວັດເມື່ອ
ປີກາຍນີ້.

ຊາວລິເບຍຫຼາຍສິບພັນຄົນ ໄດ້ພາກັນລຸກຮືຂຶ້ນທໍາການ
ປະທ້ວງຕໍ່ຕ້ານພວກກຸ່ມຫົວຮຸນແຮງ ແລະເດີນຂະບວນຜ່ານຕົວເມືອງເບັງກາຊີເມື່ອ
ກາງເດືອນນີ້ ຫຼັງຈາກມີການບຸກໂຈມຕີສະຖານກົງສຸນສະຫະລັດທີ່ເມືອງເບັງກາຊີ ທີ່
ໄດ້ສັງຫານຊາວອະເມຣິກັນສີ່ຄົນ ໂຮມທັງເອກອັກຄະລັດຖະທູດສະຫະລັດປະຈໍາ
ລີເບຍ ທ່ານ Christopher Stevens ນໍານັ້ນ.

ພວກປະທ້ວງໄດ້ເຂົ້າຍຶດເອົາຖານປະຕິບັດການຂອງກຸ່ມຫົວຮຸນແຮງປະກອບອາວຸດ ທີ່
ເມືອງເບັງກາຊີ ແລະໄດ້ຂັບໄລ່ກຸ່ມຫົວຮຸນແຮງຈີຮາດ Ansar al-Shariah ອອກໄປຈາກ
ກອງບັນຊາການຂອງພວກເຂົາ. ກ່າວກັນວ່າກຸ່ມ Ansar al-Shariah ໄດ້ມີສ່ວນພົວພັນ
ກັບການບຸກໂຈມຕີສະຖານກົງສຸນສະຫະລັດ ແຕ່ທາງກຸ່ມໄດ້ປະຕິເສດຂໍ້ກ່າວຫານັ້ນ.

ທ່ານ Mohammed el-Magarief ປະທານາທິບໍດີລີເບຍ ໄດ້ອະທິບາຍ ເຖິງລັກສະນະ
ຂອງການໂຈມຕີເມື່ອວັນທີ 11 ກັນຍາ ທີ່ສະຖານກົງສຸນສະຫະລັດນັ້ນວ່າ ເປັນການໂຈມ
ຕີຂອງພວກກໍ່ການຮ້າຍທີ່ໄດ້ວາງແຜນໄວ້ລ່ວງໜ້າແລ້ວ. ໃນເບື້ອງຕົ້ນນັ້ນ ລັດຖະບານ
ສະຫະລັດກ່າວວ່າ ການໂຈມຕີດັ່ງກ່າວໄດ້ລະເບີດຂຶ້ນ ທ່າມກາງການປະທ້ວງຄັ້ງໃຫຍ່
ຕໍ່ຕ້ານຮູບເງົາທີ່ສ້າງຂຶ້ນໃນສະຫະລັດ ທີ່ດູໝິ່ນພະສາສະດາມູຮໍາມັດນັ້ນ ແຕ່ເຈົ້າໜ້າທີ່
ລັດຖະບານໄດ້ໃຫ້ການຢືນຢັນໃນອາທິດນີ້ວ່າ ການໂຈມຕີດັ່ງກ່າວ ແທ້ໆແລ້ວ ແມ່ນການ
ໂຈມຕີຂອງພວກກໍ່ການຮ້າຍທີ່ວາງແຜນໄວ້ເປັນຢ່າງດີ.
XS
SM
MD
LG