ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນາຍົກ ລີເບຍ ຖືກປ່ອຍແລ້ວ ຫຼັງຈາກ ຖືກລັກພາໂຕໄປ (ວີດີໂອ)


ນາຍົກລັດຖະມຸນຕີ Ali Zeidan ແຫ່ງລີເບຍ ກ່າວຕໍ່ກອງປະຊຸມນັກຂ່າວ ທີ່ສຳນັກງານນາຍົກລັດຖະມຸນຕີ ທີ່ກຸງຕຣີໂປລີ ວັນທີ 3 ມັງກອນ, 2013.
ນາຍົກລັດຖະມຸນຕີ Ali Zeidan ແຫ່ງລີເບຍ ກ່າວຕໍ່ກອງປະຊຸມນັກຂ່າວ ທີ່ສຳນັກງານນາຍົກລັດຖະມຸນຕີ ທີ່ກຸງຕຣີໂປລີ ວັນທີ 3 ມັງກອນ, 2013.
ນາຍົກລັດຖະມຸນຕີລີ​ເບຍທ່ານ Ali Zeidan ​ໄດ້​ຖືກ​ປ່ອຍ​ໂຕແລ້ວ
ຫຼັງ​ຈາກ​ຖືກ​ລັກພາໂຕໄປແລະ​ກັກ​ຂັງ​ໄວ້ເປັນ​ເວລາ​ຫລາຍ​ຊົ່ວ​ໂມງ​
ໂດຍ​ພວກ​ອະດີດ​ກະບົດ​ຈຳນວນ​ນຶ່ງ.

ບັນດາ​ເຈົ້າ​ໜ້າ​ທີ່ ​ບໍ່​ໄດ້​ແຈ້ງ​ລາຍ​ລະອຽດ​ໃຫ້​ຊາບໃນ​ເວລາ​ນີ້ກ່ຽວ​
ກັບ​ການ​ປ່ອຍ​ໂຕທ່ານຫຼັງ​ຈາກ​ພວກ​ກະບົດໄດ້​ລັກພາ​ໂຕ​ທ່ານ​ໄປ ​
ໃນ​ຕອນເຊົ້າ​ມືດ​ໃນ​ວັນ​ພະຫັດ​ມື້​ນີ້ ​ທີ່​ໂຮງ​ແຮມແຫ່ງ​ນຶ່ງ​ໃນ​ກຸງ​ຕຣີ​
ໂປ​ລີ ​ທີ່ທ່ານ​ພັກ​ເຊົາ​ຢູ່ນັ້ນ.

ກຸ່ມທີ່ເອີ້ນ​ກັນ​ວ່າກຸ່ມ Operations Room ຂອງ​ພວກ​ປະຕິວັດ​ລີ​
ເບຍ ໄດ້​ອ້າງ​ເອົາ​ ຄວາມ​ຮັບຜິດຊອບ​ ໃນ​ເຫດການ​ດັ່ງກ່າວ ໂດຍ
ເວົ້າວ່າ ພວກ​ເຂົາ​ໄດ້​ຈັບ​ກຸມ​ນາຍົກລັດຖະມຸນຕີ​ໄປ.

ກຸ່ມ​ດັ່ງກ່າວ​ໄດ້​ຕຳ​ໜິຕິຕຽນ​ລັດຖະບານ​ຂອງ​ທ່ານ Zeidan ວ່າ ມີ​ບົດບາດ​ໃນ​ການ​ບຸກເຂົ້າ
ໄປ​ໃນ​ລີ​ເບຍ ຂອງ​ກຳລັງ​ພິ​ເສດ​ສະຫະລັດ ໃນ​ວັນ​ເສົາ​ແລ້ວ​ນີ້ ທີ່​ໄດ້ຈັບເອົາ​ໂຕ​ນາຍ Abu Anas al-Libi ຜູ້​ປະຕິບັດ​ງານ​ອາວຸ​ໂສ​ຂອງ​ກຸ່ມ al-Qaida ​ໄປ ຊຶ່ງເວລາ​ນີ້​ ກຳລັງຖືກກັກ
ໄວ້​ໃນເຮືອ​ລຳ​ນຶ່ງ​ຂອງ​ກອງທັບ​ເຮືອ​ສະຫະລັດ.

ລີ​ເບຍ​ ຮຽກຮ້ອງ​ໃຫ້​ສະຫະລັດ​ ໃຫ້​ຄຳ​ຊີ້​ແຈງ​ ກ່ຽວ​ກັບ​ການ​ປະຕິບັດ​ງານ​ຂອງ​ຕົນ​ຄັ້ງ​ນີ້ ທີ່ລີ​
ເບຍ​ເອີ້ນ​ວ່າ “ການ​ລັກພາ​ໂຕ” ນັ້ນ. ທ່ານ Zeidan ກ່າວ​ໃນ​ວັນ​ອັງຄານຜ່ານ​ມາ​ນີ້ວ່າ ປະ​ເທດ​ຂອງ​ທ່ານ​ຢາກ​ມີ​ຄວາມ​ສຳພັນ​ທີ່​ດີ​ກັບ​ສະຫະລັດ ​ແຕ່​ວ່າ ພົນລະ​ເມືອງ​ລີ​ເບຍຄວນ​ຈະ​ຖືກ​ຕັດສິນ ​ຢູ່​ໃນ​ປະ​ເທດ​ຂອງ​ຕົນ​ເອງ.

LIBYA ALI ZEIDAN
please wait
Embed

No media source currently available

0:00 0:00:36 0:00
XS
SM
MD
LG