ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ນາຍົກ ລີເບຍ ສະເໜີ ລາອອກຈາກຕຳແໜ່ງ ໃນລະຫວ່າງ ໃຫ້ການສຳພາດ


ນາຍົກລັດຖະມົນຕີ ລີເບຍ ທ່ານ Abdullah al-Thinni ເຂົ້າຮ່ວມ ກອງປະຊຸມຖະແຫລງຂ່າວ ໃນເມືອງ Valletta ຂອງ Malta, ວັນທີ ຕຸລາ 21, 2014
ນາຍົກລັດຖະມົນຕີ ລີເບຍ ທ່ານ Abdullah al-Thinni ເຂົ້າຮ່ວມ ກອງປະຊຸມຖະແຫລງຂ່າວ ໃນເມືອງ Valletta ຂອງ Malta, ວັນທີ ຕຸລາ 21, 2014

ນາຍົກລັດຖະມົນຕີ ຂອງລັດຖະບານ​ລີ​ເບຍ ທີ່ໄດ້​ຮັບ​ການ​ຮັບຮູ້​
ໂດຍນາໆ​ຊາດ​ ກ່າວໃນ​ວັນ​ອັງຄານ​ວານ​ນີ້ວ່າ ທ່ານ​ຈະລາ​ອອກ
​ຈາກ​ຕຳ​ແໜ່​ງ ຖ້າ​ປະຊາຊົນ​ຮຽກຮ້ອງ​ ​ໃນ​ຂະນະ​ດຽວ​ກັນ ຢູ່​ທີ່
Geneva ທູດ​ພິ​ເສດປະຈຳ​ລີ​ເບຍ​ຂອງອົງການ​ສະຫະ​ປະຊາ​ຊາດ
​ໄດ້​ຊຸກຍູ້​ ​ທຸກ​ພັກ​ຝ່າຍ​ທີ່​ສູ້​ລົບ​ກັນ​ຢູ່ໃນ​ປະ​ເທດນັ້ນ ໃຫ້ຕົກລົງ​ກັນ
ກ່ຽວ​ກັບ​ລັດຖະບານ​ສາມັກຄີ​ແຫ່ງ​ຊາດ ພາຍ​ໃນ​ທ້າຍ​ເດືອນ​ນີ້.

ນາຍົກລັດຖະມົນຕີ ລີ​ເບຍ ທ່ານ Abdulla al-Thinni ​ໄດ້
​ປະ​ເຊີນ​ກັບ ​ການ​ວິພາກ​ວິ​ຈານ​ຢ່າງ​ໜັກ ​ໃນ​ການ​ສຳພາດ​ທີ່​
ຖ່າຍ​ທອດ​ທາງ​ໂທລະພາບ ​ດ້ວຍ​ຄຳ​ຖາມ​ຕ່າງໆ​ນາໆ ຈາກ​
ບັນດາ​ຜູ້​ຊົມ​ທີ່​ໄດ້​ຖິ້ມ​ໂທດ​ໃສ່​ລັດຖະບານ​ສຳ​ຫລັບ​ການ​ບໍລິການ ​ທີ່​ຂາດ​ຕົກ​ບົກ​ພ່ອງ ​ແລະ
ກ່າວ​ວ່າ​ທ່ານ ຈະ​ລາ​ອອກ​ຈາກ​ຕຳ​ແໜ່​ງ ​ໃນ​ວັນ​ອາທິດ​ ຖ້າ​ຫາກ​ວ່າ ​ເປັນ​ສິ່ງ​ທີ່​ມວນ​ຊົນ​
ຕ້ອງການ. ​ໂຄສົກ​ລັດຖະບານຄົນ​ໜຶ່ງ​ກ່າວ ​ຕໍ່​ອົງການ​ຂ່າວ Reuters ວ່າ ຄຳ​ຖະ​ແຫລ​ງ
ຂອງ ທ່ານ Thinni ນັ້ນ ​ບໍ່​ແມ່ນ​ການ​ລາ​ອອກ​ຈາກ​ຕຳ​ແໜ່​ງ ທີ່​ເປັນ​ທາງ​ການ.

ລີ​ເບຍ ຍັງ​ບໍ່​ລົງ​ລອຍ​ກັນ​ຢູ່ ລະຫວ່າງ​ລັດຖະບານ​ຂອງ​ທ່ານ Thinni ທີ່​ມີ​ຫ້ອງການ​ຕັ້ງຢູ່​ເມືອງ Tobruk ​ໃນ​ພາກ​ຕາ​ເວັນ​ອອກ ​ແລະ ລັດຖະບານ​ທີ່​ໜູນຫຼັງ​ໂດຍ​ກູ່​ມອິສລາມ ຢູ່​ໃນ​ນະຄອນ
ຫຼວງ Tripoli.

ກຸ່ມ​ປໍ​ລະ​ປັກ​ທັງ​ສອງຝ່າຍ​ດັ່ງກ່າວ ໄດ້ເລີ້ມການ​ເຈລະຈາ​ສັນຕິພາບ ໃນ​ວັນອັງຄານ​ວານ​ນີ້.

ທູດ​ພິ​ເສດ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ທ່ານ Bernardino Leon ກ່າ​ວວ່າ ສະມາຊິກ​ຄູ່​ເຈລະຈາທັງ​ໝົດ ​ທີ່ເຂົ້າຮ່ວມ ​ແມ່ນ​ມາຈາກທຸກ​ພັກ​ຝ່າຍ​ທີ່​ສູ້​ລົບ​ກັນ ​ເປັນ​ການສະ​ແດງ​ໃຫ້​ເຫັນ​ເຖິງ​ສັນຍານ​ອັນ​ດີ ທີ່​ວ່າ​ຂໍ້​ຕົກລົງ​ອາດ​ບັນລຸ​ໄດ້ ​ໃນ​ສາມ​ອາດ​ທິດ​ຂ້າງ​ໜ້າ​ນີ້. ທ່ານ​ໄດ້​ສົ່ງ​ເສີມໃຫ້​ພວກ​ເຂົາ​ເຈົ້າ ລົງ​ຄະ​ແນນ​ສຽງ ຮັບຮອງ​ເອົາ​ສັນຍາ​ສະບັບ​ໜຶ່ງ ພາຍ​ໃນຕົ້ນ​ເດືອນກັນຍາຈະ​ມາ​ເຖິງ​ນີ້.

UN Libya
please wait
Embed

No media source currently available

0:00 0:02:15 0:00

XS
SM
MD
LG